ມຈ ແລະ ບໍລິສັດ ປາກເຊ ໂຊລາ ຈຳກັດ ລົງນາມຮ່ວມມື ພັດທະນາໂຄງການໄຟຟ້າພະລັງງານແສງຕາເວັນ

ມະຫາວິທະຍາໄລຈຳປາສັກ (ມຈ) ແລະ ບໍລິສັດ ປາກເຊ ໂຊລາ ຈຳກັດ ໄດ້ຮ່ວມກັນລົງນາມໃນບົດບັນທຶກການຮ່ວມມື (MOU) ເພື່ອພັດທະນາໂຄງການໄຟຟ້າພະລັງງານແສງຕາເວັນ ໃນວັນທີ 19 ພຶດສະພາ 2026 ຢູ່ທີ່ຫ້ອງປະຊຸມສຳນັກງານຜູ້ອຳນວຍການ ມຈ ໃຫ້ກຽດເຂົ້າຮ່ວມລົງນາມໃນຄັ້ງນີ້ ຝ່າຍ ມຈ ນຳໂດຍ ທ່ານ ປອ ນາງ ພອນສະຫວັນ ເທບພະສຸລິທອນ ຜູ້ອຳນວຍການໃຫຍ່ ມຈ ແລະ ຝ່າຍບໍລິສັດ ນຳໂດຍ ທ່ານ ນາງ ແສງຈັນ ວິໄລສຸກ ຜູ້ອຳນວຍການ ບໍລິສັດ ປາກເຊ ໂຊລາ ຈຳກັດ. ໂດຍມີບັນດາທ່ານຮອງຜູ້ອຳນວຍການໃຫຍ່ ມຈ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພ້ອມດ້ວຍຄະນະຮັບຜິດຊອບວຽກງານທີ່ກ່ຽວຂ້ອງຈາກທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານຢ່າງພ້ອມພຽງ.
ໂຄງການໄຟຟ້າພະລັງງານແສງຕາເວັນ ທີ່ສອງຝ່າຍໄດ້ຮ່ວມມືກັນພັດທະນາໃນຄັ້ງນີ້ ແມ່ນມີແຜນການຈັດຕັ້ງປະຕິບັດພາຍໃນຂອບເຂດເນື້ອທີ່ດິນຂອງ ມຈ ໂດຍກວມເອົາເນື້ອທີ່ປະມານ 11 ເຮັກຕາ. ພື້ນທີ່ດັ່ງກ່າວ ຖືກປະເມີນວ່າເປັນເຂດທີ່ຍັງມີຄວາມຕ້ອງການພະລັງງານໄຟຟ້າເພີ່ມເຕີມ ເພື່ອສະໜອງໃຫ້ແກ່ຜູ້ຊົມໃຊ້ຢ່າງພຽງພໍ ໂດຍອີງຕາມຂໍ້ມູນການວິເຄາະຂອງລັດວິສາຫະກິດໄຟຟ້າລາວ.
ສຳລັບການຈັດຕັ້ງປະຕິບັດ ແລະ ພັດທະນາໂຄງການຕົວຈິງ ແມ່ນຈະເລີ່ມດຳເນີນງານຢ່າງເປັນຮູບປະທຳ ນັບແຕ່ມື້ລົງນາມໃນບົດບັນທຶກການຮ່ວມມືສະບັບນີ້ເປັນຕົ້ນໄປ ເພື່ອແນໃສ່ສ້າງແຫຼ່ງພະລັງງານສະອາດ ແລະ ຕອບສະໜອງຄວາມຕ້ອງການຊົມໃຊ້ໄຟຟ້າໃນພື້ນທີ່ໃຫ້ມີຄວາມໝັ້ນຄົງ.
ຂ່າວ: ທູນທອງໃຈ
ພາບ: ສາຍສະໝອນ ພົມມະສຸລິດ (ນັກຂ່າວ ມຈ)


