ທີມຊາດຫວຽດນາມ ຢູ-17 ເດີນທາງກັບເຖິງບ້ານເກີດແລ້ວ ຫຼັງສ້າງປະຫວັດສາດຄວ້າໂຄຕ້າເຂົ້າຮ່ວມ FIFA U17 World Cup 2026
19/05/2026

ໃນຕອນບ່າຍຂອງວັນທີ 18 ພຶດສະພາ 2026, ທັບນັກກິລາບານເຕະທີມຊາດຫວຽດນາມ ຮຸ່ນອາຍຸບໍ່ເກີນ 17 ປີ (U17) ໄດ້ເດີນທາງມາຮອດສະໜາມບິນສາກົນ ໂນ້ຍບ່າຍ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເປັນທີ່ຮຽບຮ້ອຍແລ້ວ ພາຍຫຼັງຈອດປ້າຍພຽງຮອບ 8 ທີມສຸດທ້າຍ ໃນການແຂ່ງຂັນບານເຕະຊີງແຊ໋ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ (AFC U17 Asian Cup 2026) ພ້ອມທັງຄວ້າໂຄຕ້າເຂົ້າຮ່ວມການແຂ່ງຂັນລະດັບໂລກ FIFA U17 World Cup ໄດ້ຢ່າງຍິ່ງໃຫຍ່.
ບັນຍາກາດທີ່ສະໜາມບິນແມ່ນເຕັມໄປດ້ວຍຄວາມຄຶກຄື້ນ ແລະ ອົບອຸ່ນ ໂດຍມີແຟນບານຈຳນວນຫຼວງຫຼາຍມາຄອຍຖ້າຕ້ອນຮັບ ແລະ ສະແດງຄວາມຍິນດີກັບທັບນັກກິລາ ແລະ ຄະນະຄູຝຶກ ພາຍໃຕ້ການນຳພາຂອງຄູຝຶກໃຫຍ່ ທ່ານ ຄຣິດຕຽນໂນ ໂຣແລນ (Cristiano Roland) ຫຼັງຈາກທີ່ພວກເຂົາສາມາດສ້າງຜົນງານອັນໂດດເດັ່ນ ແລະ ຈາລຶກຊື່ເຂົ້າສູ່ການແຂ່ງຂັນບານເຕະຊີງແຊ໋ມໂລກ ຢູ-17 ປະຈຳປີ 2026.
ໃນໂອກາດນີ້, ຕາງໜ້າຄະນະນຳຂອງສະຫະພັນເຕະບານຫວຽດນາມ (VFF) ກໍໄດ້ເດີນທາງໄປຕ້ອນຮັບ, ໃຫ້ກຳລັງໃຈ ແລະ ສະແດງຄວາມຊົມເຊີຍຕໍ່ຜົນງານຂອງທີມ ໂດຍມີ ທ່ານ ຫງວຽນ ກວັກ ໂຮ້ຍ (Nguyen Quoc Hoi) ກຳມະການປະຈຳຄະນະບໍລິຫານງານ VFF ແລະ ທ່ານ ຫງວຽນ ມິງ ເຈົາ (Nguyen Minh Chau) ຮອງເລຂາທິການໃຫຍ່ VFF.
ບົດຮຽນຈາກອະດີດ ສູ່ຄວາມສຳເລັດໃນປັດຈຸບັນ
ເມື່ອທົບທວນຄືນເສັ້ນທາງການຕໍ່ສູ້ຂອງທີມ ຢູ-17 ຫວຽດນາມ ທັງສອງຮຸ່ນທີ່ໄດ້ເຂົ້າຮ່ວມການແຂ່ງຂັນຊີງແຊ໋ມອາຊີ, ທ່ານ ຄຣິດຕຽນໂນ ໂຣແລນ ກ່າວວ່າ “ບົດຮຽນຈາກຄວາມຜິດພາດ ແລະ ຄວາມຫຼົ້ມເຫຼວໃນປີຜ່ານມາ ໄດ້ກາຍເປັນແຮງຊຸກດັນ ແລະ ຊ່ວຍໃຫ້ທີມເຕີບໃຫຍ່ຂຶ້ນ ຈົນສາມາດເຮັດໃຫ້ຄວາມຝັນໃນການໄປເຕະບານໂລກກາຍເປັນຈິງໄດ້ໃນປີນີ້”.
ທ່ານ ຄຣິດຕຽນໂນ ໂຣແລນ ໄດ້ເປີດເຜີຍວ່າ: ”ນີ້ຄືສອງຮຸ່ນນັກກິລາທີ່ພວກເຮົາໄດ້ກະກຽມມາຢ່າງຕໍ່ເນື່ອງ ເພື່ອເປົ້າໝາຍການໄປເຕະບານໂລກ. ນັກກິລາຮຸ່ນກ່ອນອາດຈະຂາດໂຊກໄປເລັກນ້ອຍຍ້ອນລາຍລະອຽດນ້ອຍໆ, ລວມທັງບັນຫາເລື່ອງສະພາບຮ່າງກາຍ ແລະ ຄວາມຟິດ. ສຳລັບປີນີ້, ຄວາມຜິດພາດກໍຍັງເກີດຂຶ້ນຢູ່, ແຕ່ໂຊກດີທີ່ມັນເກີດຂຶ້ນໃນນັດທີສອງ. ພໍຮອດນັດທີສາມ, ພວກເຮົາບໍ່ໄດ້ເຮັດຜິດພາດຄືເກົ່າອີກ ແລະ ສາມາດຄວ້າໄຊຊະນະເພື່ອຍາດເອົາໂຄຕ້າໄປບານໂລກໄດ້ສຳເລັດ.”
ຄູຝຶກໃຫຍ່ຊາວບຣາຊິນ ຍັງໄດ້ກ່າວຕື່ມອີກວ່າ: ”ນີ້ຄືຂະບວນການຮຽນຮູ້ທີ່ດີຫຼາຍ. ເດັກນ້ອຍທຸກຄົນໄດ້ຮຽນຮູ້ຈາກຄວາມຜິດພາດຂອງຮຸ່ນອ້າຍ ເພື່ອເອົາມາປັບປຸງ ແລະ ພັດທະນາຕົນເອງ. ຂ້າພະເຈົ້າຮູ້ສຶກພູມໃຈໃນຕົວນັກກິລາທຸກຄົນຫຼາຍ. ແຕ່ແນວໃດກໍຕາມ, ໃນຕອນນີ້ພວກເຂົາຕ້ອງໄດ້ສືບຕໍ່ຄິດເຖິງການພັດທະນາຕົນເອງໃຫ້ດີຂຶ້ນກວ່າເກົ່າ ເພື່ອກຽມພ້ອມເຂົ້າຮ່ວມການແຂ່ງຂັນເຕະບານໂລກທີ່ກຳລັງຈະມາເຖິງ.”
ຜົນງານການຄວ້າໂຄຕ້າໄປຫຼິ້ນໃນລາຍການ FIFA U17 World Cup 2026 ຂອງທີມຊາດຫວຽດນາມ ຢູ-17 ໃນຄັ້ງນີ້ ບໍ່ພຽງແຕ່ເປັນຄວາມສຳເລັດຂອງທີມເທົ່ານັ້ນ ແຕ່ຍັງເປັນການຢືນຢັນເຖິງການພັດທະນາຢ່າງຖືກທິດທາງຂອງວົງການບານເຕະເຍົາວະຊົນຫວຽດນາມໃນເວທີສາກົນ.
ພາບ-ຂ່າວ: VFF
ຂ່າວຫຼ້າສຸດ
- ສສກ ລະດົມແນວຄວາມຄິດ ໃນການປັບປຸງ ກົດໝາຍວ່າດ້ວຍອາຊີວະສຶກສາ
- ພະນັກງານ ສກມ 3 ເມືອງ ເປົ້າໝາຍ ແຂວງຫຼວງພະບາງ ຮັບການຍົກລະດັບດ້ານການວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ປີ 2026
- ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ ຮອບວຽນທີ 3 ເປີດຢ່າງເປັນທາງການ
- ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານຢູ່ 8 ແຫ່ງ ໃນ 4 ເມືອງ
- ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ສສກ ເນັ້ນໃຫ້ໂຮງຮຽນສາມັນພອນສະຫວັນແຂວງຄຳມ່ວນ ສືບຕໍ່ຮັກສາມູນເຊື້ອສ້າງ “ນັກຮຽນເກັ່ງ”
- ແຂວງວຽງຈັນ ຮັກສາແຊ້ມປະເພດເຮືອກິລາ, ເຈົ້າຫຼວງ ບ້ານເມືອງຂາຍ ຄວ້າແຊ້ມເຮືອປະເພນີ ໃນງານບຸນຊ່ວງເຮືອ ນະຄອນຫຼວງພະບາງ 2026


