Skip to main content

ຄູຝຶກໃຫຍ່ທີມຊາດຫວຽດນາມຊາວບຣາຊິນ ເຜີຍເປົ້າໝາຍກຽມຄວາມພ້ອມກ່ອນເຂົ້າຮ່ວມແຂ່ງຂັນ ຢູ-17 ຊີງແຊ໋ມໂລກ 2026

ພາຍຫຼັງການເດີນທາງຄັ້ງປະຫວັດສາດຮ່ວມກັບ ທີມຊາດຫວຽດນາມ ຮຸ່ນອາຍຸບໍ່ເກີນ 17 ປີ (U17 ຫວຽດນາມ) ໃນການແຂ່ງຂັນບານເຕະຊີງແຊ໋ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບສຸດທ້າຍ 2026, ທ່ານ ຄຣິດຕຽນໂນ ໂຣແລນ (Cristiano Roland) ຫົວໜ້າຄູຝຶກທີມຊາດຫວຽດນາມຊາວບຣາຊິນ ໄດ້ມີການເປີດເຜີຍກັບສື່ມວນຊົນ ຢູ່ທີ່ສຳນັກງານສະຫະພັນບານເຕະຫວຽດນາມ (LĐBĐVN) ໃນຕອນເຊົ້າວັນທີ 19 ພຶດສະພາ 2026 ກ່ຽວກັບຜົນງານທີ່ຜ່ານມາ, ປັດຊະຍາການສ້າງທີມ ຕະຫຼອດຮອດແຜນການເພື່ອກຽມພ້ອມກ້າວເຂົ້າສູ່ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 17 ປີ ຊີງແຊ໋ມໂລກ 2026 (FIFA U17 World Cup 2026).
ຄູຝຶກຊາວບຣາຊິນ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ສະປີຣິດ (ຈິດວິນຍານ) ໃນການຫຼິ້ນຂອງບັນດານັກເຕະເຍົາວະຊົນຫວຽດນາມ ເຊິ່ງເປັນປັດໄຈທີ່ທ່ານຖືວ່າໄດ້ກາຍເປັນເອກະລັກທີ່ໂດດເດັ່ນຂອງທີມຊາດໃນທຸກໆການແຂ່ງຂັນ. “ຈິດໃຈແຫ່ງການຕໍ່ສູ້ທີ່ອົດທົນ, ບໍ່ຍອມຈຳນົນ ແລະ ພ້ອມທີ່ຈະສ້າງຄວາມປະຫຼາດໃຈຢູ່ສະເໝີ ນັ້ນແມ່ນຄຸນສົມບັດທີ່ເປັນເອກະລັກຂອງຄົນຫວຽດນາມ. ບັນດານັກເຕະສາມາດນຳເອົາຈິດໃຈດັ່ງກ່າວນັ້ນອອກສູ່ສະໜາມ ແລະ ພິສູດໃຫ້ເຫັນໃນແຕ່ລະນັດການແຂ່ງຂັນ”,
ຄູຝຶກຊາວບຣາຊິນ ກ່າວອີກວ່າ: ຄວາມສຳເລັດຂອງ U17 ຫວຽດນາມ ແມ່ນໝາກຜົນຂອງຂະບວນການກຽມພ້ອມທີ່ຍາວນານ ຕັ້ງແຕ່ກ່ອນການແຂ່ງຂັນຮອບຄັດເລືອກ ຈົນຮອດການກ້າວເຂົ້າສູ່ຮອບສຸດທ້າຍ ຊີງແຊ໋ມອາຊີ 2026. “ນີ້ແມ່ນເສັ້ນທາງທີ່ຍາວໄກ. ພວກເຮົາໄດ້ເລີ່ມຕົ້ນການເດີນທາງຕັ້ງແຕ່ກ່ອນຮອບຄັດເລືອກຈະເລີ່ມຂຶ້ນ ແລະ ໄດ້ຜ່ານຂະບວນການກຽມພ້ອມທີ່ຍາວນານຫຼາຍ. ແນ່ນອນວ່າ ໃນຂະບວນການພັດທະນາທີມ ຍັງມີບາງດ້ານທີ່ຕ້ອງໄດ້ຮັບການປັບປຸງ ໂດຍສະເພາະແມ່ນຄວາມສາມາດສະເພາະຕົວຂອງນັກເຕະແຕ່ລະຄົນ. ແຕ່ເປົ້າໝາຍທີ່ສຳຄັນທີ່ສຸດແມ່ນໄດ້ບັນລຸແລ້ວ ແລະ ໃນເວລານີ້ ພວກຮຽນທຸກຄົນຕ່າງກໍມີຄວາມສຸກຫຼາຍ”.
ພາບ-ຂ່າວ: VFF