ຜູ້ເຮັດວຽກສຶກສານິເທດພາຍໃນ ເມືອງຈອມເພັດ ໄດ້ຮັບການຍົກລະດັບດ້ານວຽກງານນິເທດພາຍໃນ ໂມດູນ 1
20/05/2026

ໃນວັນທີ 18 ພຶດສະພາ 2026 ນີ້້ ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ເປີດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ເຮັດວຽກສຶກສານິເທດພາຍໃນ ໂມດູນ 1 ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ນາງ ບຸນມີ ແກ້ວສະຫວັດ ຮັກສາການຜູ້ອໍານວຍການວິທະຍາໄລຄູຫລວງພະບາງ, ທ່ານ ນາງ ຈັນສະໝຸດ ສຸກກະເສີມ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຈອມເພັດ, ມີຄະນະຮັບຜິດຊອບຈາກພະແນກສຶກສາທິການ ແລະ ກິລາແຂວງ, ຄະນະອຳນວຍການໂຮງຮຽນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ, ໄດ້ຮັບຟັງການນໍາສະເໜີພາບລວມຂອງການຈັດຕັ້ງປະຕິບັດວຽກງານການສຶກສານິເທດພາຍໃນ, ໂດຍສະເພາະຈຸດປະສົງ, ຜົນໄດ້ຮັບຂອງໂມດູນ 1, ການສະໜັບສະໜູນການພັດທະນາວິຊາຊີບຄູ ແລະ ປະສົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂັ້ນໂຮງຮຽນ, ຈາກນັ້ນທຸກພາກສ່ວນໄດ້ຮ່ວມກັນຄົ້ນຄວ້າ ປະກອບຄໍາຄິດເຫັນ ແລະ ສົນທະນາແລກປ່ຽນບົດຮຽນ ເຊີ່ງກັນ ແລະ ກັນ ພ້ອມດຽວກັນນີ້ ສຳມະນາກອນຍັງຈະໄດ້ຮູ້ຮຽນເຖິງຮູບແບບ ແລະ ຂະບວນການຂອງການສຶກສານິເທດ, ພາລະບົດບາດ ແລະ ໜ້າທີ່ຂອງຜູ້ເຮັດວຽກສຶກສານິເທດພາຍໃນ ແລະ ຂັ້ນຕອນຂອງການໃຫ້ການຊ່ວຍເຫຼືອດ້ານວຽກງານສຶກສານິເທດ.
ສຳລັບຈຸດປະສົ່ງກໍເພື່ອສ້າງຂີດຄວາມສາມາດໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນເຂົ້າໃຈເຖິງຄວາມໝາຍຂອງລະບົບການສຶກສານິເທດ ແລະ ພາລະບົດບາດໜ້າທີ່ຂອງຜູ້ເຮັດວຽກສຶກສານິເທດພາຍໃນເມືອງເປົ້າໝາຍສາມາດອະທິບາຍລະບົົບການສະໜັບສະໜູນການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂັ້ນໂຮງຮຽນ/ກຸ່ມໂຮງຮຽນໂດຍອີງຕາມຂໍ້ຕົກລົງວ່າດ້ວຍການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສະບັບເລກທີເລກທີ 3342 ລົງວັນທີ 19 ກໍລະກົດ 2022 ແລະ ອີກດ້ານໜຶ່ງກໍ່ເພື່ອແນ່ໃສ່ສົ່ງເສີມຜູ້ເຂົ້າຮ່ວມອະທິບາຍກ່ຽວກັບແບບຟອມສຳລັບຜູ້ເຮັດວຽກນິເທດພາຍໃນ ແລະ ພາຍນອກພາຍໃຕ້ໂຄງການ FLIP.
ກອງປະຊຸມຄັ້ງນີ້ຈະໄດ້ດຳເນີນໄປໃນລະຫວ່າງ ວັນທີ 18-22 ພຶດສະພາ 2026 ຈຶ່ງຈະສຳເລັດ.














