Skip to main content

ຍຸກທອງຂອງ ປາຣີດ ຍິງຈຸດໂທດດັບຝັນ ອາເຊນອນ 4-3 ປ້ອງກັນແຊ໋ມ ຢູຟາ ແຊ໋ມປ້ຽນ ລີກ 2 ປີຊ້ອນຢ່າງຍິ່ງໃຫຍ່

​ພາບການສະເຫຼີມສະຫຼອງສຸດຍິ່ງໃຫຍ່ທີ່ນະຄອນຫຼວງບູດາເປດ ປະເທດຮັງກາຣີ (Budapest) ໄດ້ກາຍເປັນຄ່ຳຄືນແຫ່ງປະຫວັດສາດ ຫຼັງຈາກທີ່ ປາຣີດ ແຊງ-ແຊັກແມັງ (PSG) ຍອດທີມມະຫາອຳນາດແຫ່ງວົງການບານເຕະລີກອົງ ຝຣັ່ງ ສາມາດເອົາຊະນະໃນການດວນຈຸດໂທດກັບ ອາກເຊນອນ (Arsenal) ໄປໄດ້ 4-3 ປະຕູ ຫຼັງໃນເວລາ 120 ນາທີ ສະເໝີກັນ 1-1 ຄວ້າແຊ໋ມ ຢູຟາ ແຊ໋ມປ້ຽນ ລີກ (UEFA Champions League) ປະຈຳລະດູການ 2025-26 ມາຄອງໄດ້ຢ່າງສະຫງ່າງາມ!
​ຄວາມສຳເລັດໃນຄ່ຳຄືນນີ້ ບໍ່ໄດ້ເປັນພຽງແຕ່ການຍໍຂັນແຊ໋ມທຳມະດາໆ ເທົ່ານັ້ນ, ແຕ່ມັນຄືການປະກາດສັກດາ “ປ້ອງກັນແຊ໋ມ” ໄດ້ສຳເລັດ ພ້ອມທັງຈາລຶກສະຖິຕິຄວ້າແຊ໋ມເອີຣົບລາຍການໃຫຍ່ທີ່ສຸດເປັນສະໄໝທີ 2 ຕິດຕໍ່ກັນຢ່າງເປັນທາງການ ຢືນຢັນສະຖານະການເປັນ “ເບີໜຶ່ງ” ຂອງທະວີບເອີຣົບໃນເວລານີ້ແບບບໍ່ມີຂໍ້ສົງໄສ!
​…ລະດູການໜ້າ ແຟນບານຄິດວ່າພວກເຂົາຈະກັບມາປ້ອງກັນແຊັມໄດ້ອີກສະໄໝຫຼືບໍ່?