Skip to main content

ມອບ-ຮັບຫ້ອງນ້ຳ, ນ້ຳບາດານ ແລະ ສະໂຕໂດ່ນ້ຳ ໃຫ້ 3 ໂຮງຮຽນ ຢູ່ເມືອງເຟືອງ ມູນຄ່າເກືອບ 19,000 ໂດລາ

03/06/2026
​​ພາຍຫຼັງການກໍ່ສ້າງຫ້ອງນ້ຳ, ລະບົບນ້ຳບາດານ ແລະ ສະໂຕໂດ່ນ້ຳ ໄດ້ສຳເລັດເປັນທີ່ຮຽບຮ້ອຍ, ມາໃນວັນທີ 27 ພຶດສະພາ 2026 ຈຶ່ງໄດ້ຈັດພິທີມອບ-ຮັບສິ່ງອຳນວຍຄວາມສະດວກດັ່ງກ່າວຂຶ້ນຢ່າງເປັນທາງການ ທີ່ໂຮງຮຽນປະຖົມສົມບູນບ້ານປາກຮາງ ເມືອງເຟືອງ ແຂວງວຽງຈັນ, ​ໃຫ້ກຽດກ່າວມອບໂດຍ ທ່ານ ຕຽງສັກ ອິນທະວົງ ຫົວໜ້າອົງການໃຈບຸນສາກົນເດເຊເຣັດ ແລະ ກ່າວຮັບໂດຍ ທ່ານ ວັນສຸກ ລາດວົງໄຊ ຜູ້ອຳນວຍການໂຮງຮຽນປະຖົມສົມບູນປາກຮາງ, ເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ຄຳຜາ ຫຼວງສາມາດ ຮອງເຈົ້າເມືອງເຟືອງ, ທ່ານ ຄຳຫຼ້າ ສີສຸວົງ ຫົວໜ້າພະແນກການຕ່າງປະເທດແຂວງ ແລະ ທ່ານ ບຸນມີ ກາຢົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງເຟືອງ. ນອກນັ້ນ ຍັງມີນາຍບ້ານ, ຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ, ວິຊາການຈາກໂຄງການ ຕະຫຼອດຮອດນ້ອງນ້ອຍນັກຮຽນຢ່າງພ້ອມພຽງ.
​ທ່ານ ຕຽງສັກ ອິນທະວົງ ໄດ້ກ່າວໃຫ້ຮູ້ວ່າ: ໂຄງການກໍ່ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ 3 ໂຮງຮຽນໃນຄັ້ງນີ້ ປະກອບມີ: ​ໂຮງຮຽນປະຖົມສົມບູນ ບ້ານປາກຮາງ ໄດ້ຮັບຫ້ອງນ້ຳ ຈຳນວນ 4 ຫ້ອງ; ​ໂຮງຮຽນອະນຸບານຜາສັງ ໄດ້ຮັບຫ້ອງນ້ຳ ຈຳນວນ 3 ຫ້ອງ; ​ໂຮງຮຽນປະຖົມບ້ານໂພນໄຊ ໄດ້ຮັບສະໂຕໂດ່ນ້ຳ (ຫໍແຈກຢາຍນ້ຳ) ຈຳນວນ 1 ຫຼັງ ເຊິ່ງ​ໂຄງການດັ່ງກ່າວ ໄດ້ຮັບທຶນຊ່ວຍເຫຼືອລ້າໃນການກໍ່ສ້າງຈາກ ອົງການໃຈບຸນສາກົນເດເຊເຣັດ ໄດ້ລົງມືກໍ່ສ້າງນັບຕັ້ງແຕ່ທ້າຍເດືອນມີນາ ແລະ ສຳເລັດລົງໃນຕົ້ນເດືອນພຶດສະພາ 2026 ນີ້ ລວມມູນຄ່າການກໍ່ສ້າງທັງໝົດ 18,700 ໂດລາສະຫະລັດ.
ພ້ອມນັ້ນ, ​ໃນຕອນທ້າຍພິທີ, ທ່ານ ຈັນທະວີ ສີສະຫວາດ ຮອງຫົວໜ້າໜ່ວຍງານຈັດຕັ້ງ ແລະ ພະນັກງານ ຫ້ອງການສຶກສາທິການ ແລະ ກິລາເມືອງ ຍັງໄດ້ຜ່ານຂໍ້ຕົກລົງຂອງເຈົ້າເມືອງເມືອງເຟືອງ ວ່າດ້ວຍການແຕ່ງຕັ້ງບຸກຄະລາກອນ ດັ່ງນີ້: ​ແຕ່ງຕັ້ງ ທ່ານ ນາງ ແສງໄຊ ແພງວິຈິດ ຮອງຜູ້ອຳນວຍການໂຮງຮຽນປະຖົມສົມບູນປາກຮາງ ຂຶ້ນເປັນ ຜູ້ອຳນວຍການໂຮງຮຽນອະນຸບານປາກຮາງ; ​ແຕ່ງຕັ້ງ ທ່ານ ສານ ລາທອງ ຮອງຫົວໜ້າໜ່ວຍງານກິດຈະກຳນັກຮຽນ ຂຶ້ນເປັນ ຫົວໜ້າໜ່ວຍງານເຕັກໂນໂລຊີຂໍ້ມູນຂ່າວສານ ໂຮງຮຽນ ມສ ຜາສັງ ເພີ່ມເຕີມ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ