ພິທີເປີດບານໂລກ 2026 ທີ່ສະຫະລັດອາເມຣິກາ ຈັດຂຶ້ນຢ່າງຍິ່ງໃຫຍ່ສົມການລໍຄອຍ

ພິທີເປີດການແຂ່ງຂັນເຕະບານໂລກ 2026 ທີ່ສະຫະລັດອາເມລິກາ ໄດ້ຖືກຈັດຂຶ້ນຢ່າງຍິ່ງໃຫຍ່ສົມການລໍຄອຍ ກ່ອນການແຂ່ງຂັນລະຫວ່າງ ທີມຊາດສະຫະລັດ ຈະລົງສະໜາມນັດທຳອິດໃນຮອບທຳອິດ ກຸ່ມ D ພົບກັບ ປາຣາໄກວ ທີ່ສະໜາມ ລອດແອງເຈລິດ ສະເຕດ້ຽມ ຄວາມຈຸ 70,240 ທີ່ນັ່ງ ໃນນະຄອນລອດແອງເຈລິດ ເມື່ອວັນທີ 12 ມິຖຸນາ ຜ່ານມາ ຕາມເວລາທ້ອງຖິ່ນ ຫຼື ກົງກັບເວລາ 08:00 ວັນທີ 13 ມິຖຸນາ 2026 ຕາມເວລາຂອງ ສປປ ລາວ.
ສຳລັບພິທີເປີດໃນຄັ້ງນີ້ ເຈົ້າພາບແມ່ນເນັ້ນການສະແດງທີ່ຮຽບງ່າຍ ໂດຍມີໄຮໄລ້ ຢູ່ທີ່ການຮຳສະເໜີຂັນລາງວັນບານໂລກ ຫຼື FIFA World Cup ທີ່ຖືກຕົກແຕ່ງດ້ວຍລວດລາຍທຸງຊາດສະຫະລັດອາເມລິກາ ຂະນະທີ່ດ້ານຂ້າງຖືກປະດັບປະດາດ້ວຍສັນຍະລັກປະຈຳເມືອງຕ່າງໆ ທີ່ມີສ່ວນຮ່ວມໃນການຈັດງານເຕະບານໂລກຄັ້ງນີ້. ນອກຈາກນີ້ ຍັງມີສິລະປິນຊື່ດັງຂຶ້ນສະແດງຢ່າງຫຼວງຫຼາຍ ນຳໂດຍ ເຄທີ ເພີຣີ (Katy Perry) ນັກຮ້ອງລະດັບຊູເປີສະຕາຊາວອາເມລິກາ, ຟິວເຈີ (Future) ແຣັບເປີຄົນດັງຈາກເມືອງແອດແລນຕາ, ອານິດຕ້າ (Anitta) ນັກຮ້ອງສາວຊາວບຣາຊິນ, ເຣມາ (Rema) ແຣັບເປີຊາວໄນຈີເຣຍ ແລະ ໄທລາ (Tyla) ນັກຮ້ອງສາວຊາວອາຟຣິກາໃຕ້.
ສ່ວນໄຮໄລ້ທີ່ແຟນໆຊາວອາຊີລໍຄອຍກໍຄື ການຂຶ້ນສະແດງຂອງ “ລິຊ່າ” ລະລິສາ ມະໂນບານ ຫຼື “ລິຊ່າ ແບຣັກພິງ” (LISA BLACKPINK) ນັກຮ້ອງ ແລະ ແຣັບເປີສາວໄທ ທີ່ມີຊື່ສຽງໂດ່ງດັງລະດັບໂລກ ໂດຍໃນງານນີ້ ລິຊ່າ ໄດ້ຂຶ້ນສະແດງເພງ “Goals” ເຊິ່ງເປັນໜຶ່ງໃນເພງປະກອບການແຂ່ງຂັນບານໂລກ 2026 ຢ່າງເປັນທາງການ ຮ່ວມກັບ ອານິດຕ້າ ແລະ ເຣມາ.
ພາບ: REUTERS, gettyimages







