Skip to main content

ທ່ານຮອງລັດຖະມົນຕີ ກະຊວງ ສສກ ລົງຊຸກຍູ້ ແລະ ເປີດຫົວບົດສອບເສັງຈົບຊັ້ນ ມ.4 ທີ່ແຂວງບໍລິຄຳໄຊ

15/06/2026
ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍທ່ານ ປອ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ປະຈຳສົກຮຽນ 2025-2026 ຢູ່ບັນດາໂຮງຮຽນພາຍໃນແຂວງບໍລິຄຳໄຊ ເຊິ່ງໃຫ້ກຽດຕ້ອນຮັບການລົງເຄື່ອນໄຫວໃນຄັ້ງນີ້ໂດຍ ທ່ານ ສົມໃຈ ຄຸນພະໄຊ ຮອງປະທານຄະນະກຳມະການປົກຄອງແຂວງບໍລິຄຳໄຊ, ທ່ານ ນາງ ທົງສະກຸນ ແກ້ວດວງເດດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ ພ້ອມດ້ວຍຄະນະຮັບຜິດຊອບສູນສອບເສັງຂັ້ນສູນກາງ ແລະ ທ້ອງຖິ່ນ, ກຳມະການຍາມຫ້ອງເສັງ, ພະນັກງານປ້ອງກັນຄວາມສະຫງົບ (ປກສ-ປກຊ) ແລະ ນ້ອງໆນັກຮຽນຢ່າງອົບອຸ່ນ ແລະ ພ້ອມພຽງ.
ໂອກາດນີ້, ທ່ານ ນາງ ທົງສະກຸນ ແກ້ວດວງເດດ ໄດ້ລາຍງານໃຫ້ຮູ້ວ່າ: ທົ່ວແຂວງບໍລິຄຳໄຊ ໄດ້ຈັດຕັ້ງສູນສອບເສັງຈົບຊັ້ນມັດທະຍົມສຶກສາປີທີ 4 ທັງໝົດ 11 ສູນ ປະກອບມີ ສູນ ມສ ສົງ, ສູນ ມສ ສີທ່ານາໄຊ, ສູນ ມສ ທ່າພະບາດ (ທ່າພະຍາດ), ສູນ ມສ ວຽງຄຳ, ສູນ ມສ ປາກກະດິງ, ສູນ ມສ ບໍລິຄັນ, ສູນ ມສ ຜາເມືອງ, ສູນ ມສ ນະຄອນໄຊ, ສູນ ມສ ຊົນເຜົ່າ, ສູນ ມສ ວຽງທອງ ແລະ ສູນ ມສ ໂພນສີ. ໃນນັ້ນ, ມີນ້ອງນັກຮຽນທີ່ມີສິດເຂົ້າຮ່ວມສອບເສັງຕົວຈິງທັງໝົດ 1.728 ນ້ອງ. ເພື່ອຮັບປະກັນໃຫ້ການສອບເສັງດຳເນີນໄປດ້ວຍຄວາມໂປ່ງໃສ, ຍຸຕິທຳ ແລະ ປ້ອງກັນບໍ່ໃຫ້ເກີດມີບັນຫາຂໍ້ສອບຮົ່ວໄຫຼ, ຄະນະຮັບຜິດຊອບໄດ້ມີການແບ່ງງານ ແລະ ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນຢ່າງຮັດກຸມ ເພື່ອຮັກສາຄວາມສະຫງົບຮຽບຮ້ອຍ ແລະ ຄວາມປອດໄພຮອບດ້ານ ເຊິ່ງເຊື່ອໝັ້ນວ່າການດຳເນີນບັ້ນສອບເສັງຄັ້ງນີ້ຈະສຳເລັດລົງດ້ວຍດີຕາມແຜນການທີ່ວາງໄວ້.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະຮັບຜິດຊອບທຸກພາກສ່ວນ ເພີ່ມທະວີຄວາມເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ຮັບປະກັນຄວາມໂປ່ງໃສ, ຍຸຕິທຳ ແລະ ຖືກຕ້ອງຕາມລະບຽບການສອບເສັງຢ່າງເຂັ້ມງວດ. ພ້ອມກັນນີ້, ທ່ານຮອງລັດຖະມົນຕີ ກໍໄດ້ສະແດງຄວາມຫ່ວງໃຍ ແລະ ກ່າວໃຫ້ກຳລັງໃຈແກ່ນ້ອງໆນັກຮຽນທຸກຄົນ ໃຫ້ມີສະຕິ, ມີຄວາມໝັ້ນໃຈໃນຕົນເອງ, ຕັ້ງໃຈຄົ້ນຄວ້າ ແລະ ນຳໃຊ້ຄວາມຮູ້ຄວາມສາມາດທີ່ໄດ້ຮຽນມາ ເຂົ້າໃນການເຮັດບົດສອບເສັງໃຫ້ປະສົບຜົນສຳເລັດ ແລະ ສາມາດສອບເສັງຈົບຊັ້ນດ້ວຍຄະແນນດີເດັ່ນ ພ້ອມທັງສ້າງຄວາມພາກພູມໃຈໃຫ້ແກ່ຕົນເອງ ແລະ ຄອບຄົວ.
ຫຼັງຈາກນັ້ນ, ທ່ານຮອງລັດຖະມົນຕີ ກໍໄດ້ໃຫ້ກຽດຕັດຊອງເປີດຫົວບົດສອບເສັງ ເຊິ່ງເປັນສັນຍານເລີ່ມຕົ້ນການສອບເສັງຢ່າງເປັນທາງການ ພ້ອມກັນກັບທົ່ວປະເທດ ຢູ່ທີ່ 3 ສູນສອບເສັງ ຄື: ສູນ ມສ ທ່າພະບາດ, ສູນ ມສ ສົງ ແລະ ສູນ ມສ ປາກກະດິງ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ