ຊູແອດ ສ້າງຜົນງານເດັ່ນ ໄລ່ຖະຫຼົ່ມ ຕູນີຊີ 5-1 ປະເດີມ 3 ຄະແນນທຳອິດ ໃນບານໂລກ 2026

ການແຂ່ງຂັນເຕະບານໂລກ 2026 ຮອບແບ່ງກຸ່ມ ກຸ່ມ F ນັດປະເດີມສະໜາມ ເມື່ອຕອນເຊົ້າວັນທີ 15 ມິຖຸນາ 2026 ທີ່ສະໜາມລູເມນ ຟີວ, ເມືອງຊີແອດເທິນ, ປະເທດສະຫະລັດອາເມຣິກາ, ທີມຊາດຊູແອດ (ສະວີເດັນ) ພາຍໃຕ້ການຄຸມທີມຂອງ ທ່ານ ແກຣມ ພັອດເຕີ ເປີດສາກໄດ້ຢ່າງສວຍງາມ ດ້ວຍການໄລ່ຖະຫຼົ່ມເອົາຊະນະ ທີມຊາດຕູນີຊີ ໄປຢ່າງຂາດຮອຍ 5-1 ເກັບ 3 ຄະແນນທຳອິດ ໄດ້ສຳເລັດ.
ໃນເຄິ່ງເວລາທຳອິດ ຊູແອດ ເປີດເກມບຸກເຂົ້າໃສ່ ແລະ ຈົບສະກໍໄດ້ຄົມກວ່າ ຂຶ້ນນຳຫ່າງ 2-0 ຈາກການຍິງໄກຂອງ ຢາຊີນ ອາຢາຣີ ໃນນາທີທີ 7 ແລະ ຈັງຫວະຫຼຸດເຂົ້າໄປຍິງຂອງ ອາເລັກຊານເດີ ອິຊັກ ໃນນາທີທີ 30. ເຖິງຢ່າງໃດກໍຕາມ ຕູນີຊີ ມີຮຶດສູ້ໄລ່ຕີໄຂ່ແຕກມາເປັນ 1-2 ຈາກ ໂອມາກ ເຣຄິກ ໃນນາທີທີ 43 ກ່ອນຈົບເຄິ່ງເວລາທຳອິດດ້ວຍສະກໍນີ້.
ກັບເຂົ້າສູ່ເຄິ່ງເວລາທີສອງ ຈຸດປ່ຽນສຳຄັນຂອງເກມກໍເກີດຂຶ້ນ ເມື່ອ ເອວລິດ ສະຄິຣີ ຫົວໜ້າທີມຊາດຕູນີຊີ ຫຼິ້ນຜິດພາດຢູ່ໜ້າປະຕູຕົວເອງ ເປີດໂອກາດໃຫ້ ອິຊັກ ສາມາດຍາດເອົາບານໄປສົ່ງຕໍ່ໃຫ້ ວິກເຕີ ໂຢເຄເຣດ ຍິງເຂົ້າປະຕູໄປແບບສະບາຍ ເຮັດໃຫ້ ຊູແອດ ໜີຫ່າງເປັນ 3-1.
ເຂົ້າສູ່ໄລຍະທ້າຍເກມ ຊູແອດ ຍັງມາໄດ້ປະຕູເພີ່ມຈາກຕົວສຳຮອງຢ່າງ ມັດທຽດ ສະແວນເບີກ ທີ່ລົງສະໜາມມາສຳຜັດບານທຳອິດກໍຍິງເຂົ້າໄປ ເຊິ່ງໃນຕອນທຳອິດ ຜູ້ຊ່ວຍກຳມະການ ໄດ້ຍົກທຸງເປັນລູກລໍ້າໜ້າ ແຕ່ເມື່ອເຊັກ VAR ແລ້ວ ຕັດສິນໃຫ້ເປັນປະຕູຢ່າງຖືກຕ້ອງ ພາທີມນຳຫ່າງ 4-1 ໃນນາທີ 84. ກ່ອນທີ່ ຢາຊີນ ອາຢາຣີ ຈະມາຍິງໄກສຸດງາມ ປິດທ້າຍໃນນາທີ 90+5 ພາ ທີມຊາດຊູແອດ ໄລ່ຖະຫຼົ່ມ ທີມຊາດຕູນີຊີ ໄປໄດ້ 5-1 ປະຕູ.
ໂປຣແກຣມນັດຕໍ່ໄປ ໃນວັນອາທິດ ທີ 21 ມິຖຸນາ 2026:
• ໂຮນລັງ (ເນເທີແລນ) ພົບ ຊູແອດ ແຂ່ງຂັນທີ່ສະໜາມ Arrowhead Stadium, ເມືອງແຄນຊັດ ຊິຕີ້.
• ຕູນີຊີ ພົບ ຍີ່ປຸ່ນ ແຂ່ງຂັນທີ່ສະໜາມ NRG Stadium, ເມືອງຮິວສະຕັນ
ພາບໂດຍ: FIFA World Cup
ແປ ແລະ ຮຽບຮຽງໂດຍ: ຄະນະບັນນາທິການຂ່າວກິລາ ຂ່າວສຶກສາ, ວິທະຍາສາດ ແລະ ກິລາ / Education Science And Sport News



