Skip to main content

ທັບນັກເຕະປອກຕຸຍການ ກຽມໃສ່ປອກແຂນໄວ້ອາໄລ “ດີໂອໂກ ໂຊຕາ” ອະດີດດາວຍິງຜູ້ລ່ວງລັບ ໃນບານໂລກ 2026

​ວີຕິນຢາ (Vitinha) ກອງກາງຕົວເກັ່ງຂອງທີມຊາດປອກຕຸຍການ ໄດ້ອອກມາເປີດເຜີຍເລື່ອງລາວສຸດສະເທືອນໃຈວ່າ: ທັບນັກເຕະທີມຊາດປອກຕຸຍການ ກຽມຈະໃສ່ປອກຂໍ້ມືໄວ້ອາໄລເປັນພິເສດ ເພື່ອລະນຶກເຖິງ ດີໂອໂກ ໂຊຕາ (Diogo Jota) ອະດີດກອງໜ້າເພື່ອນຮ່ວມທີມຊາດຜູ້ລ່ວງລັບ ໃນການແຂ່ງຂັນນັດເປີດສະໜາມ ກຸ່ມ K ທີ່ຈະພົບກັບ ສາທາລະນະລັດ ປະຊາທິປະໄຕ ຄອງໂກ (ດີອາ ຄອງໂກ) ໃນອາທິດໜ້ານີ້.
​ປອກຂໍ້ມືພິເສດນີ້ ແມ່ນໄດ້ຮັບມອບມາຈາກທ່ານ ລູຍ ມອນເຕເນໂກຣ (Luís Montenegro) ນາຍົກລັດຖະມົນຕີແຫ່ງປອກຕຸຍການ ໂດຍເທິງປອກຂໍ້ມືຈະມີການສະຫຼັກລາຍຊື່ຂອງທັບນັກເຕະປອກຕຸຍການຊຸດລຸຍບານໂລກທຸກຄົນ ຄວບຄູ່ໄປກັບຊື່ຂອງ ໂຊຕາ ອະດີດກອງໜ້າຜູ້ໂຊກຮ້າຍ ທີ່ເສຍຊີວິດພ້ອມກັບອ້າຍຈາກອຸບັດເຫດທາງລົດໃນປີຜ່ານມາ.
​ການຈາກໄປຂອງດາວເຕະຜູ້ທີ່ເຄີຍຍິງໄປ 14 ປະຕູ ຈາກການລົງສະໜາມຮັບໃຊ້ຊາດ 49 ນັດ ຍັງຄົງສ້າງຄວາມໂສກເສົ້າເສຍໃຈໃຫ້ກັບເພື່ອນຮ່ວມທີມມາຈົນເຖິງປັດຈຸບັນ.
​ວີຕິນຢາ ໄດ້ກ່າວຕໍ່ຜູ້ສື່ຂ່າວວ່າ: “ເລື່ອງລາວຂອງປອກຂໍ້ມືນີ້ ເກີດຂຶ້ນຕອນທີ່ພວກ ເຮົາເຂົ້າພົບທ່ານນາຍົກລັດຖະມົນຕີ, ທ່ານໄດ້ມອບສິ່ງນີ້ໃຫ້ກັບພວກເຮົາ ເຊິ່ງທາງທີມງານໄດ້ອອກແບບໃຫ້ມັນຖືກຕ້ອງຕາມກົດລະບຽບ ແລະ ສາມາດສວມໃສ່ລົງສະໜາມແຂ່ງຂັນໄດ້ແທ້ ໂດຍມີການສະຫຼັກຊື່ຂອງຜູ້ຫຼິ້ນທຸກຄົນ ບວກກັບຊື່ສຸດພິເສດຂອງ ດີໂອໂກ ໂຊຕາ. ໂດຍທ່ານນາຍົກ ໃຫ້ພວກເຮົາເລືອກເອງວ່າຢາກຈະໃສ່ຕອນໃດ ລະຫວ່າງການໃຊ້ຊີວິດປະຈຳວັນ ຫຼື ຕອນແຂ່ງຂັນ, ແຕ່ໃນເມື່ອໄດ້ຮັບມາດ້ວຍຄວາມຮັກແພງຂະໜາດນີ້ ພວກເຮົາທຸກຄົນຈຶ່ງຕັດສິນໃຈຮ່ວມກັນວ່າ ຈະໃສ່ເວລາລົງສະໜາມຢ່າງແນ່ນອນ”.
ພາບ : FIFA World Cup