ປອກຕຸຍການ ຟອມຝືດ ປະເດີມສະໜາມບານໂລກ 2026 ເຮັດໄດ້ພຽງສະເໝີ ຄອງໂກ 1-1

ການແຂ່ງຂັນຟຸດບານໂລກ 2026 ຮອບສຸດທ້າຍ ເປັນການລົງປະເດີມສະໜາມຂອງກຸ່ມ K ລະຫວ່າງ ທີມຊາດປອກຕຸຍການ (ໂປຕຸເກດ) ແລະ ທີມຊາດ ດີອາ ຄອງໂກ ໃນຄ່ຳຄືນວັນທີ 17 ມິຖຸນາ 2026 ເວລາ 00:00 ໂມງ ຕາມເວລາໃນສປປ ລາວເຮົາ ທີ່ສະໜາມ ເອັນອາຈີ ສະເຕດ້ຽມ (NRG Stadium) ເມືອງຮູດຕັນ, ລັດເທັກຊັດ, ສະຫະລັດອາເມຣິກາ.
ເກມນີ້ເລີ່ມຕົ້ນຂຶ້ນມາເບິ່ງຄືວ່າ ປອກຕຸຍການ ຈະເປັນຝ່າຍຄອງເກມໄດ້ເໜືອກວ່າ ແລະ ອອກສະຕາດໄດ້ຢ່າງສວຍງາມ ເມື່ອ ເຈົາ ເນເວດ ກອງກາງດາວຮຸ່ງ ຈາກເປແອັດເຊ ທີມດັງແຫ່ງລີກເອີງຝຣັ່ງ ໄດ້ຈັງຫວະຂຶ້ນໂໝ່ງບານປ່ຽນທາງເຂົ້າປະຕູໄປຢ່າງເດັດຂາດ ພາທີມຂຶ້ນນຳ 1-0 ຕັ້ງແຕ່ 6 ນາທີທຳອິດ.
ຫຼັງຈາກໄດ້ປະຕູຂຶ້ນນຳ, ຫຼາຍຄົນຄາດວ່າ ປອກຕຸຍການ ຈະເປີດເກມບຸກຢ່າງຕໍ່ເນື່ອງ ແຕ່ກາຍເປັນວ່າເກມບຸກຂອງພວກເຂົາກັບຕີບຕັນໄປດື້ໆ, ບໍ່ສາມາດປະສານງານກັນໄດ້ຢ່າງລົງຕົວ ແລະ ເກືອບຈະຫາໂອກາດຈົບສະກໍແບບຈະແຈ້ງບໍ່ໄດ້ເລີຍ.
ຈົນມາຮອດໄລຍະທົດເວລາບາດເຈັບຂອງເຄິ່ງເວລາທຳອິດ ນາທີ 45+5, ແຟນບານດີອາ ຄອງໂກ ກໍໄດ້ເຮກັນສະໜັ່ນ ເມື່ອ ໂຢອານ ວິດຊາ ກອງໜ້າຕົວເກັ່ງ ໄດ້ຈັງຫວະໂໝ່ງເຕັມຫົວສົ່ງບານເຂົ້າກົ້ນຕາໜ່າງ ເຮັດໃຫ້ ດີອາ ຄອງໂກ ຕີສະເໝີເປັນ 1-1. ປະຕູນີ້ນັບເປັນ ປະຕູປະຫວັດສາດ ເພາະເປັນປະຕູທຳອິດໃນປະຫວັດສາດຂອງທີມຊາດຄອງໂກ ໃນການແຂ່ງຂັນບານໂລກ ຮອບສຸດທ້າຍ.
ເຂົ້າສູ່ເຄິ່ງເວລາຫຼັງ ນາທີ 55, ປອກຕຸຍການ ເກືອບໄດ້ປະຕູຂຶ້ນນຳອີກຄັ້ງຈາກ ເຈົາ ການເຊໂລ ແຕ່ຫຼັງຈາກກວດສອບ VAR ແລ້ວ ຜູ້ຕັດສິນໄດ້ປະຕິເສດໃຫ້ປະຕູຍ້ອນເປັນຈັງຫວະລ້ຳໜ້າໄປກ່ອນ. ຫຼັງຈາກນັ້ນ, ດີອາ ຄອງໂກ ໄດ້ເນັ້ນເກມຮັບຢ່າງມີລະບຽບວິໄນ ແລະ ຊ່ວຍກັນສະກັດກັ້ນເກມບຸກຂອງປອກຕຸຍການໄວ້ໄດ້ຈົນຈົບເກມ ສົ່ງຜົນໃຫ້ທັງສອງທີມແບ່ງຄະແນນກັນໄປທີມລະ 1 ຄະແນນ.
ໂປຣແກຣມການແຂ່ງຂັນນັດຕໍ່ໄປ ໃນວັນທີ 24 ມິຖຸນາ 2026
ປອກຕຸຍການ ພົບ ອູຊະເບກິດສະຖານ
ໂຄລອມບີ ພົບ ດີອາ ຄອງໂກ
ພາບໂດຍ: FIFA World Cup
ແປ ແລະ ຮຽບຮຽງໂດຍ: ຄະນະບັນນາທິການຂ່າວກິລາ ຂ່າວສຶກສາ, ວິທະຍາສາດ ແລະ ກິລາ / Education Science And Sport News


