Skip to main content

“ແຮຣີ ເຄນ” ເໝົາສອງປະຕູ ພາ ອັງກິດ ໄລ່ຕ້ອນ ໂຄຣເອເຊຍ 4-2 ຄວ້າ 3 ແຕ້ມທຳອິດ ປະເດີມບານໂລກ 2026

​ແຮຣີ ເຄນ ລະເບີດຟອມເກັ່ງ ຍິງຄົນດຽວ 2 ປະຕູ ບວກກັບ ຈູດ ເບວລິງແຮມ ແລະ ມາກັດ ແຣດຟອດ ຊ່ວຍໃຫ້ທີມຊາດອັງກິດ ອັນດັບ 5 ຂອງໂລກ ປະເດີມສະໜາມໃນການແຂ່ງຂັນເຕະບານໂລກ 2026 ໄດ້ຢ່າງງົດງາມ ດ້ວຍການໄລ່ຕ້ອນເອົາຊະນະ ທີມຊາດໂຄຣເອເຊຍ ອັນດັບ 11 ຂອງໂລກ ໄປຢ່າງສຸດມ່ວນ 4-2 ປະຕູ ເກັບ 3 ຄະແນນທຳອິດ ໃນກຸ່ມ L ໄດ້ຕາມເປົ້າໝາຍ.
ການແຂ່ງຂັນນັດນີ້ ມີຂຶ້ນໃນວັນທີ 17 ມິຖຸນາ 2026 ຕາມເວລາທ້ອງຖິ່ນ ຫຼື ກົງກັບຕອນເຊົ້າວັນທີ 18 ມິຖຸນາ 2026 ຕາມເວລາໃນ ສປປ ລາວ ທີ່ສະໜາມ ເມດໄລ ສະເຕດ້ຽມ (MetLife Stadium), ຣາເທີຟອດ, ລັດນິວເຈີຊີ, ສະຫະລັດອາເມຣິກາ.
​ເກມເລີ່ມຕົ້ນຂຶ້ນຢ່າງດຸເດືອດ ແລະ ເປັນຝ່າຍ ອັງກິດ ທີ່ໄດ້ປະຕູຂຶ້ນນຳກ່ອນຢ່າງໄວວາ ຈາກການສັງຫານຈຸດໂທດຂອງກອງໜ້າຫົວໜ້າທີມຢ່າງ ແຮຣີ ເຄນ ໃນນາທີທີ 12. ຫຼັງຈາກນັ້ນ, ໂຄຣເອເຊຍ ພະຍາຍາມບຸກທວງຄືນ ແລະ ມາໄດ້ປະຕູສະເໝີ 1-1 ຈາກ ມາຕິນ ບາຕູຣິນາ ໃນນາທີທີ 36.
​ແນວໃດກໍຕາມ, ກ່ອນຈະໝົດເຄິ່ງເວລາທຳອິດ ແຮຣີ ເຄນ ກໍແຜງລິດອີກຄັ້ງ ຍິງໃຫ້ ອັງກິດ ຂຶ້ນນຳ 2-1 ໃນນາທີທີ 42 ແຕ່ໃນໄລຍະທົດເວລາບາດເຈັບ ນາທີທີ 45+5 ເປຕາ ມູຊາ ກໍຍິງປະຕູໃຫ້ ໂຄຣເອເຊຍ ໄລ່ຕີສະເໝີເປັນ 2-2 ກ່ອນຈົບເຄິ່ງເວລາທຳອິດໄປຢ່າງຕື່ນເຕັ້ນ.
​ເລີ່ມເຄິ່ງເວລາຫຼັງໄດ້ພຽງ 2 ນາທີ (ນາທີທີ 47) ຈູດ ເບວລິງແຮມ ກໍມາຍິງໃຫ້ ອັງກິດ ຂຶ້ນນຳອີກຄັ້ງເປັນ 3-2. ເກມດຳເນີນໄປຢ່າງກົດດັນ ຈົນຮອດນາທີທີ 85 ມາກັດ ແຣດຟອດ ຕົວສຳຮອງທີ່ຖືກສົ່ງລົງມາ ກໍມາຍິງປະຕູປິດທ້າຍ ເຮັດໃຫ້ ອັງກິດ ເອົາຊະນະ ໂຄຣເອເຊຍ ໄປໄດ້ຢ່າງເດັດຂາດ 4-2 ປະຕູ.
​ ໂປຣແກຣມນັດຕໍ່ໄປຂອງກຸ່ມ L ຈະມີຂຶ້ນໃນວັນທີ 23 ມິຖຸນາ 2026:
​ ອັງກິດ ພົບ ການາ
​ໂຄຣເອເຊຍ ພົບ ປານາມາ
​ພາບໂດຍ: Reuters