ຄູ່ບິກແມ໊ດ! ຮອບ 32 ທີມ ບຣາຊິນ ມະຫາອຳນາດວົງການບານເຕະໂລກ ໂຄຈອນມາພົບກັບ ຍີ່ປຸ່ນ ຍັກໃຫຍ່ຈາກອາຊີ

ໃນຄ່ຳຄືນນີ້ ການແຂ່ງຂັນເຕະບານໂລກ 2026 ມີໜຶ່ງໃນເກມການແຂ່ງຂັນທີ່ໜ້າສົນໃຈທີ່ສຸດຂອງຮອບ 32 ທີມ ເມື່ອ ບຣາຊິນ ມະຫາອຳນາດວົງການບານເຕະໂລກຕົວແທນຈາກຂົງເຂດອາເມຣິກາໃຕ້ ຕ້ອງໂຄຈອນມາພົບກັບ ຍີ່ປຸ່ນ ຍັກໃຫຍ່ຈາກຂົງເຂດອາຊີ ແຕ່ກ່ອນຈະເຖິງເກມນັ້ນ ມີຄຳຖາມໜຶ່ງທີ່ຖືກເວົ້າເຖິງໃນວົງການບານເຕະມາຕະຫຼອດຫຼາຍປີ:
“ເປັນຫຍັງ ບຣາຊິນ… ຈຶ່ງບໍ່ເປັນຕາຢ້ານຄືເກົ່າ?”
ຫຼາຍຄົນອາດຈະຕອບວ່າ ເປັນເພາະບໍ່ມີ ໂຣນັນໂດ, ໂຣນັນດິນໂຢ ຫຼື ນັກເຕະທີ່ລົງໄປວາດລວດລາຍເທິງສະໜາມຄືກັບສະໄໝກ່ອນແລ້ວ. ແຕ່ຖ້າເບິ່ງໃຫ້ເລິກເຊິ່ງກວ່ານັ້ນ ບັນຫາຂອງບຣາຊິນອາດຈະບໍ່ແມ່ນ “ການຂາດຊູເປີສະຕາ”, ແຕ່ອາດເປັນເພາະ ບຣາຊິນ ກຳລັງສູນເສຍສິ່ງທີ່ເຮັດໃຫ້ຕົນເອງເປັນບຣາຊິນ.
ບາດແຜຈາກປີ 2014 ແລະ ການຫາຍໄປຂອງ Joga Bonito
ຫຼາຍຄົນຍັງຈື່ພາບການແຂ່ງຂັນເຕະບານໂລກ ປີ 2014 ໄດ້ເປັນຢ່າງດີ ວັນທີ່ບຣາຊິນເສຍໃຫ້ກັບ ເຢຍລະມັນ ຄາບ້ານ 7-1. ຫຼາຍຄົນອາດເບິ່ງວ່ານັ້ນຄືວັນທີ່ວົງການບານເຕະບຣາຊິນລົ້ມສະຫຼາຍ, ແຕ່ໃນມູມຂອງນັກວິເຄາະຫຼາຍທ່ານບອກວ່າ ຄວາມຈິງແລ້ວ ສະກໍ 7-1 ບໍ່ແມ່ນວັນທີ່ວິຖີການຫຼິ້ນກິລາບານເຕະແບບ “ແຊມບາ” ສູນຫາຍໄປ, ແຕ່ມັນເປັນພຽງວັນທີ່ທັງໂລກເພິ່ງໄດ້ຮັບຮູ້ວ່າ… ບານເຕະແບບບຣາຊິນໄດ້ຫາຍໄປດົນແລ້ວຕ່າງຫາກ.
ຄຳວ່າ Joga Bonito ແປຕາມຕົວວ່າ “ບານເຕະທີ່ສວຍງາມ” ມັນບໍ່ແມ່ນພຽງແຕ່ການສະແດງທັກສະ ຫຼື ລີລາຫຼາຍໆ ເທົ່ານັ້ນ, ແຕ່ມັນຄືບານເຕະທີ່ເຕັມໄປດ້ວຍຈິນຕະນາການ, ຄວາມກ້າຫານ ແລະ ການສ້າງສັນ. ນັກເຕະບຣາຊິນໃນອະດີດບໍ່ໄດ້ເຕີບໃຫຍ່ມາຈາກອາຄາເດມີ (Academy) ທີ່ທັນສະໄໝ, ແຕ່ພວກເຂົາເຕີບໃຫຍ່ມາຈາກ “ບານເຕະຂ້າງທາງ” ຕາມສະໜາມດິນ, ຫາດຊາຍ ຫຼື ຕາມຮ່ອມຕ່າງໆ. ທຸກໆເກມຄືການແກ້ໄຂບັນຫາສະເພາະໜ້າ ໂດຍບໍ່ມີຄູຝຶກຄອຍແນະນຳວ່າ ຕ້ອງແລ່ນໄປທາງໃດ ຫຼື ຕ້ອງຢືນຕຳແໜ່ງໃດ.
ພວກເຂົາຮຽນຮູ້ດ້ວຍຕົນເອງ ແລະ ນັ້ນຄືເຫດຜົນທີ່ແຟນບານໄດ້ເຫັນນັກເຕະລະດັບຕຳນານຢ່າງ ເປເລ, ໂຣມາຣິໂອ, ໂຣນັນໂດ, ຣິວັນໂດ ຫຼື ໂຣນັນດິນໂຢ ເຊິ່ງພວກເຂົາຄືນັກເຕະທີ່ກ້າເຮັດໃນສິ່ງທີ່ຄົນອື່ນບໍ່ກ້າເຮັດ.
ຈາກ “ສິລະປິນວົງການບານເຕະ” ສູ່ “ລະບົບເອີຣົບ”
ແຕ່ບຣາຊິນໃນປັດຈຸບັນໄດ້ປ່ຽນໄປແລ້ວ. ສະໜາມຂ້າງທາງຄ່ອຍໆຫາຍໄປ, ເດັກນ້ອຍຈຳນວນຫຼວງຫຼາຍເຂົ້າສູ່ອາຄາເດມີຕັ້ງແຕ່ອາຍຸຍັງນ້ອຍ. ແທນທີ່ຈະໄດ້ຝຶກຝົນຈິນຕະນາການ, ພວກເຂົາກັບຕ້ອງມາຝຶກແທັກຕິກ; ແທນທີ່ຈະຝຶກການເອົາໂຕລອດ, ພວກເຂົາກັບຕ້ອງມາຝຶກຕາມລະບົບ, ມີລະບຽບວິໄນຫຼາຍຂຶ້ນ ແຕ່ຄວາມເປັນທຳມະຊາດຊ້ຳພັດຫຼຸດໜ້ອຍຖອຍລົງ.
ອີກໜຶ່ງຈຸດປ່ຽນທີ່ສຳຄັນຂອງບານເຕະບຣາຊິນ ຄືການທີ່ນັກເຕະພອນສະຫວັນຖືກສະໂມສອນໃນເອີຣົບດຶງຕົວໄປຕັ້ງແຕ່ອາຍຸຍັງນ້ອຍ. ໃນເມື່ອກ່ອນ ນັກເຕະຢ່າງ ໂຣນັນດິນໂຢ, ຣິວັນໂດ ຫຼື ໂຣນັນໂດ ຈະຍ້າຍໄປເອີຣົບກໍຕໍ່ເມື່ອພວກເຂົາສ້າງສະຕາຍ ຫຼື ຮູບແບບການຫຼິ້ນທີ່ເປັນເອກະລັກຂອງຕົນເອງຂຶ້ນມາໄດ້ແລ້ວ. ແຕ່ທຸກມື້ນີ້ ເດັກນ້ອຍຢ່າງ ວິນິຊິອຸດ ຈູເນ່ຍ, ເອັດເຕວາວ ຫຼື ເອັນດຣິກ ຖືກຊື້ຕົວຕັ້ງແຕ່ອາຍຸພຽງ 16-18 ປີ.
ພວກເຂົາຈຶ່ງເຕີບໃຫຍ່ພາຍໃຕ້ລະບົບບານເຕະເອີຣົບທີ່ໃຫ້ຄວາມສຳຄັນກັບ:
• ປະສິດທິພາບ (Efficiency)
• ຄວາມໄວ (Speed)
• ການເພຣດຊິ້ງ (Pressing)
• ແລະ ແທັກຕິກທີ່ຕາຍຕົວ
ຫຼາຍກວ່າການປ່ອຍໃຫ້ຈິນຕະນາການສ້າງຕົວຕົນຂອງຕົນເອງ. ໃນທີ່ສຸດ, ບຣາຊິນຈຶ່ງສາມາດຜະລິດນັກກິລາຊັ້ນຍອດໄດ້ຫຼາຍຂຶ້ນ, ແຕ່ກັບມີ “ສິລະປິນລູກໜັງ” ໜ້ອຍລົງເລື້ອຍໆ.
ຜົນກະທົບ ແລະ ຄວາມພະຍາຍາມທີ່ລົ້ມເຫຼວ
ຜົນກະທົບນີ້ສະທ້ອນອອກມາຢ່າງຊັດເຈນໃນແດນກາງ. ຈາກເດີມທີ່ບຣາຊິນເຄີຍເຕັມໄປດ້ວຍຜູ້ຫຼິ້ນປະເພດສ້າງສັນເກມ, ສົ່ງບານເໜືອຄວາມຄາດໝາຍ, ລາກເລື້ອຍກິນຕົວ ແລະ ສ້າງໄລຍະເວລາທີ່ມະຫັດສະຈັນ. ມາຮອດປັດຈຸບັນ, ກອງກາງຫຼາຍຄົນກັບກາຍເປັນຜູ້ຫຼິ້ນຮູບແບບຂະຫຍັນຂັນແຂງ ທີ່ເນັ້ນພະລະກຳລັງ, ການແລ່ນ ແລະ ເກມຮັບຫຼາຍກວ່າ. ບໍ່ແມ່ນວ່າພວກເຂົາບໍ່ເກັ່ງ, ແຕ່ເອກະລັກທີ່ຄັ້ງໜຶ່ງເຄີຍເຮັດໃຫ້ທົ່ວໂລກຫຼົງໄຫຼໃນບານເຕະບຣາຊິນກຳລັງຄ່ອຍໆຈາງຫາຍໄປ.
ພ້ອມດຽວກັນນັ້ນ, ຜົນງານກໍຕົກຕ່ຳລົງຢ່າງເຫັນໄດ້ຊັດ:
• ບຣາຊິນບໍ່ເຄີຍເອົາຊະນະທີມຈາກເອີຣົບໃນຮອບນັອກເອົາ ຂອງການແຂ່ງຂັນເຕະບານໂລກໄດ້ອີກເລີຍ ນັບຕັ້ງແຕ່ຄວ້າແຊ້ມເມື່ອປີ 2002.
• ໃນປີ 2023 ພວກເຂົາຍັງເສຍໃຫ້ກັບ ອາກຊັງຕິນ (ອາເຈນຕິນາ) ຄາບ້ານ ໃນການແຂ່ງຂັນເຕະບານໂລກຮອບຄັດເລືອກ ເຊິ່ງເປັນການເສຍຄາບ້ານຄັ້ງທຳອິດໃນປະຫວັດສາດຍາວນານກວ່າ 90 ປີ.
ເຖິງຢ່າງໃດກໍຕາມ, ບຣາຊິນ ເຄີຍພະຍາຍາມພາຕົວເອງກັບຄືນໄປຫາ Joga Bonito ອີກຄັ້ງ ພາຍໃຕ້ການຄຸມທີມຂອງ ທ່ານ ແຟຣນານໂດ ດິນິດ (Fernando Diniz) ທີ່ເນັ້ນໃຫ້ນັກເຕະຫຼິ້ນຢ່າງອິດສະຫຼະ, ເຄື່ອນທີ່ຕາມຄວາມຮູ້ສຶກ ແລະ ສະຫຼັບຕຳແໜ່ງກັນຄືກັບບານເຕະບຣາຊິນຍຸກເກົ່າ. ແຕ່ສຸດທ້າຍກໍບໍ່ປະສົບຄວາມສຳເລັດ ເພາະນັກເຕະຮຸ່ນໃໝ່ບໍ່ໄດ້ເຕີບໂຕມາຂຶ້ນກັບບານເຕະແບບນັ້ນອີກແລ້ວ.
ອັດຕະລັກໃໝ່ ພົບ ອັດຕະລັກທີ່ແຂງແກ່ນ
ທຸກມື້ນີ້, ທ່ານ ຄາໂລ ອັນເຊລັອດຕິ (Carlo Ancelotti) ຫົວໜ້າຄູຝຶກ ຈຶ່ງເລືອກເດີນອີກເສັ້ນທາງໜຶ່ງ. ເຂົາບໍ່ໄດ້ພະຍາຍາມປຸກ Joga Bonito ໃຫ້ຟື້ນຄືນມາ, ແຕ່ເລືອກທີ່ຈະສ້າງທີມທີ່ມີລະບຽບວິໄນ, ຫຼິ້ນຢ່າງເປັນລະບົບ ແລະ ມຸ່ງເປົ້າໄປທີ່ໄຊຊະນະຫຼາຍກວ່າຄວາມສວຍງາມ ດັ່ງທີ່ເຂົາເຄີຍກ່າວໄວ້ວ່າ: “ເປົ້າໝາຍບໍ່ແມ່ນການຫຼິ້ນໃຫ້ງາມ, ເປົ້າໝາຍຄືການຊະນະ.”
ແລະ ໃນຄືນນີ້, ເກມກັບ ທີມຊາດຍີ່ປຸ່ນ ອາດຈະບໍ່ແມ່ນພຽງແຕ່ສຶກລະຫວ່າງສອງທີມ, ແຕ່ຄືການປະເຊີນໜ້າກັນຂອງສອງແນວຄິດບານເຕະທີ່ແຕກຕ່າງກັນ ລະຫວ່າງ ຊາດທີ່ກຳລັງຄົ້ນຫາຕົວຕົນຂອງຕົນເອງ ກັບ ຊາດທີ່ກຳລັງສ້າງອັດຕະລັກໃໝ່ໄດ້ຢ່າງແຂງແກ່ນ.
ແລ້ວໝູ່ເພື່ອນເດ ຄິດວ່າ ທີມຊາດຍີ່ປຸ່ນ ຫຼື ທີມຊາດບຣາຊິນ ທີມໃດຈະເປັນຝ່າຍຄວ້າໄຊຊະນະ ໃນຄ່ຳຄືນວັນທີ 29 ມິຖຸນາ 2026 ເວລາ 00:00 ໂມງ ຮູ້ກັນແນ່ນອນ.
