ການາດາ ເຈົ້າພາບຮ່ວມ ຜ່ານເຂົ້າຮອບ 16 ທີມສຸດທ້າຍ ບານໂລກ ເປັນຄັ້ງທຳອິດໃນປະຫວັດສາດ

ທີມຊາດການາດາ ສ້າງໜ້າປະຫວັດສາດໃນທົວນາເມັນການແຂ່ງຂັນເຕະບານໂລກ 2026 ຫຼັງຈາກບຽດຊະນະ ທີມຊາດອາຟຣິກາໃຕ້ ໄປໄດແບບຫວຸດຫວິດ 1-0 ໃນຮອບ 32 ທີມສຸດທ້າຍ ຈາກປະຕູໄຊຂອງ ສະຕີເຟນ ຢູດຕາກີໂອ ທີ່ຊັດໄກສຸດງາມໃນນາທີ 90+2 ສົ່ງເຈົ້າພາບຮ່ວມຜ່ານເຂົ້າສູ່ຮອບ 16 ທີມສຸດທ້າຍໄດ້ເປັນຄັ້ງທຳອິດ
ຜົນງານຂອງ ການາດາ ໃນການແຂ່ງຂັນເຕະບານໂລກ 2026
ຮອບແບ່ງກຸ່ມ
ສະເໝີ ບອດນີ 1-1
ຊະນະ ກາຕາ 6-0
ເສຍ ສະວິດເຊີແລນ 1-2
ຜ່ານເຂົ້າຮອບໃນຖານະຮອງແຊ້ມກຸ່ມ ບີ
ຮອບ 32 ທີມສຸດທ້າຍ
ຊະນະ ອາຟຣິກາໃຕ້ 1-0
ໄຊຊະນະນັດນີ້ເຮັດໃຫ້ ການາດາ ຜ່ານເຂົ້າສູ່ຮອບ 16 ທີມສຸດທ້າຍການແຂ່ງຂັນເຕະບານໂລກເປັນຄັ້ງທຳອິດໃນປະຫວັດສາດ ໂດຍຈະລໍຖ້າພົບຜູ້ຊະນະລະຫວ່າງ ໂຮລັງ (ເນເທີແລນ) ຫຼື ມາຣົກ (ໂມຣັອກໂກ) ໃນວັນທີ 4 ກໍລະກົດ 2026.
ພາບໂດຍ: WorldCup2026
ແປ ແລະ ຮຽບຮຽງໂດຍ: ຂ່າວສຶກສາ, ວິທະຍາສາດ ແລະ ກິລາ / Education Science And Sport News


