Skip to main content

“ກາບຣຽວ ມາຕິນເນລີ” ຮີໂຣ່ ຊັດປະຕູໄຊໄລຍະທົດເຈັບພາ ບຣາຊິນ ພິກແຊງເອົາຊະນະ ຍີ່ປຸ່ນ 2-1 ຜ່ານເຂົ້າຮອບ 16 ທີມສຸດທ້າຍສຳເລັດ

ເກມນີ້, ທີມຊາດບຣາຊິນ ຕົກເປັນຝ່າຍຕາມຫຼັງກ່ອນຈາກປະຕູສຸດງາມຂອງ ໄຄຊູ ຊາໂນະ ແຕ່ເຄິ່ງຫຼັງ ກາເຊມີໂຣ ມາໂໝ່ງປະຕູຕີສະເໝີໃຫ້ທີມໄດ້ສຳເລັດ.
​ເກມເບິ່ງຄືວ່າຈະຕ້ອງຕໍ່ເວລາພິເສດ ແຕ່ໃນນາທີ 90+5 ກາບຣຽວ ມາຕິນເນລີ ທີ່ລົງມາເປັນຕົວສຳຮອງ ສວມບົດຮີໂຣ່ຊັດປະຕູໄຊ ພາ ບຣາຊິນ ພິກຄວ້າໄຊ 2-1 ພ້ອມຜ່ານເຂົ້າສູ່ຮອບ 16 ທີມສຸດທ້າຍ ໂດຍຈະລໍຖ້າພົບຜູ້ຊະນະລະຫວ່າງ ທີມຊາດກົດດີວົວ (ໄອວໍຣີໂຄດ) ຫຼື ນອກແວ (ນໍເວ) ໃນວັນທີ 5 ກໍລະກົດ 2026.
​ ໄຮໄລ້ເກມ:
​ 0-1 ໄຄຊູ ຊາໂນະ ນ.29
​ 1-1 ກາເຊມີໂຣ ນ.56
​ 2-1 ກາບຣຽວ ມາຕິນເນລີ ນ.90+5
​ ໂປຣແກຣມນັດຕໍ່ໄປ
​ ຮອບ 16 ທີມສຸດທ້າຍ
​ 5 ກໍລະກົດ: ບຣາຊິນ ພົບ ກົດດີວົວ / ນອກແວ