ຫັກປາກກາຊຽນ! ປາຣາໄກວ ຍິງຈຸດໂທດດັບຝັນ ເຢຍລະມັນ ແຊ້ມ 4 ສະໄໝ ຕົກຮອບບານໂລກ 2026

ທີມຊາດປາຣາໄກວ ສ້າງປະຫວັດສາດພິກລັອກຄັ້ງໃຫຍ່ ຫຼັງເອົາຊະນະ ທີມຊາດເຢຍລະມັນ ອະດີດແຊ້ມໂລກ 4 ສະໄໝ ໃນການດວນຈຸດໂທດແບບສຸດຕື່ນເຕັ້ນ 4-3 ຫຼັງຈາກທີ່ສູ້ກັນຢ່າງດຸເດືອດຕະຫຼອດ 90 ນາທີ ແລະ ຕໍ່ເວລາພິເສດ 120 ນາທີ ກໍຍັງສະເໝີກັນ 1-1.
ໄຊຊະນະຄັ້ງນີ້ ສົ່ງຜົນໃຫ້ ປາຣາໄກວ ຜ່ານເຂົ້າສູ່ຮອບ 16 ທີມສຸດທ້າຍ ໄປຢືນລໍຖ້າພົບກັບຜູ້ຊະນະລະຫວ່າງ ຝຣັ່ງ ຫຼື ຊູແອດ (ສະວີເດນ) ຕໍ່ໄປ.
ສະຫຼຸບຜົນການແຂ່ງຂັນ 120 ນາທີ (ສະເໝີ 1-1)
0-1 ຮູລີໂອ ເອນຊີໂຊ (Julio Enciso) ນາທີທີ 42
1-1 ໄຄ ຮາແວດ (Kai Havertz) ນາທີທີ 54
ຜົນການດວນຈຸດໂທດ (ປາຣາໄກວ ຊະນະ 4-3)
ໄຄ ຮາແວດ (ພາດ)
ເມົາຣິຊິໂອ (ເຂົ້າ)
ໂຢຊົວ ຄິມມິດ (ເຂົ້າ)
ກຸດຕາໂວ ໂກເມດ (ເຂົ້າ)
ຢາມາວ ມູເຊຍລາ (ເຂົ້າ)
ມາຕິອັດ ກາລານຊາ (ເຂົ້າ)
ນິກ ໂວນເທມາເດ (ພາດ)
ອັນໂຕນິໂອ ຊານາເບຣຍ (ພາດ)
ນາດີມ ອາມີຣີ (ເຂົ້າ)
ຟາບຽນ ບາບູເອຣນາ (ພາດ)
ໂຢນາທານ ທາ (ພາດ)
ໂຮເຊ ຄານາເລ (ເຂົ້າ – ປະຕູໄຊ)
ພາບໂດຍ: RReuters
ແປ ແລະ ຮຽບຮຽງໂດຍ: ຂ່າວສຶກສາ, ວິທະຍາສາດ ແລະ ກິລາ / Education Science And Sport News
