Skip to main content

ປອກຕຸຍການ ແຊງຊະນະ ໂຄຣເອເຊຍ 2-1 ຜ່ານເຂົ້າຮອບ 16 ທີມ ໄປພົບ ແອັດສະປາຍ

ກອນຊາໂລ ຣາມອດ ລົງມາເປັນຊູເປີຊັບ ໂໝ່ງປະຕູໄຊໃນໄລຍະທົດເວລາບາດເຈັບ ຊ່ວຍໃຫ້ ທີມຊາດປອກຕຸຍການ (ໂປຣຕຸເກດ) ພິກກັບມາຊະນະ ໂຄຣເອເຊຍ 2-1 ເຖິງວ່າ ຢອດໂກ ກວາດີໂອນ ຈະຍິງເຂົ້າໄປແຕ່ບໍ່ໄດ້ປະຕູສະເໝີ ເພາະເປັນລູກລ້ຳໜ້າ ສົ່ງຜົນໃຫ້ທີມ ປອກຕຸຍການ ຜ່ານເຂົ້າສູ່ຮອບ 16 ທີມສຸດທ້າຍ ເຂົ້າໄປພົບກັບ ແອັດສະປາຍ (ສະເປນ) ໃນວັນທີ 7 ກໍລະກົດນີ້.
ໄຮໄລ້ເກມ:
⚽ 0-1 ອີວານ ເປຣິຊິດ ນາທີທີ 53
⚽ 1-1 ຄຣິດເຕຍໂນ ໂຣນັນໂດ ນາທີທີ 68 (ຈຸດໂທດ)
⚽ 2-1 ກອນຊາໂລ ຣາມອດ ນາທີທີ 90+4
📸ພາບໂດຍ : Reuters