ມວນຊົນຊາວແຂວງບໍລິຄຳໄຊ ເກືອບ 2 ພັນຄົນ ຮ່ວມກິດຈະກຳຍ່າງເພື່ອສຸຂະພາບ ແລະ ແລ່ນມິນິມາຣາທອນ ສະຫຼອງວັນໂອແລມປິກສາກົນ ຄົບຮອບ 132 ປີ ຢ່າງຟົດຟື້ນ
08/07/2026

ໃນຕອນເຊົ້າວັນທີ 3 ກໍລະກົດ 2026 ນີ້ ທີ່ເມືອງປາກຊັນ, ແຂວງບໍລິຄໍາໄຊ ໄດ້ມີພິທີສະເຫຼີມສະຫຼອງວັນໂອແລມປິກສາກົນ ຄົບຮອບ 132 ປີ ຢ່າງເປັນທາງການ ໂດຍການຮ່ວມມືລະຫວ່າງ ຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ), ກະຊວງສຶກສາທິການ ແລະ ກິລາ ແລະ ອົງການປົກຄອງແຂວງບໍລິຄຳໄຊ ເຊິ່ງຖືເປັນຄັ້ງທຳອິດທີ່ແຂວງບໍລິຄຳໄຊໄດ້ຮັບກຽດເປັນເຈົ້າພາບຈັດງານດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ, ທ່ານ ຄຳແຫວນ ປັນຍານຸວົງ ປະທານຄະນະກຳມະການປົກຄອງແຂວງບໍລິຄຳໄຊ ແລະ ທ່ານ ເລື່ອນວິໄລ ຈັນທະລາພັນ ກໍາມະການປະຈໍາພັກແຂວງ, ຮອງເລຂາພັກແຂວງບໍລິຄຳໄຊ ພ້ອມດ້ວຍປະທານຄະນະກຳມະການປົກຄອງແຂວງບໍລິຄຳໄຊ, ບັນດາອະດີດການນໍາ, ຄະນະບໍລິຫານງານ ຄອລ, ພະນັກງານ, ທະຫານ, ຕຳຫຼວດ, ນັກກິລາ ແລະ ມວນຊົນທັງພາຍໃນ ແລະ ສູນກາງ ເກືອບ 2 ພັນຄົນ ເຂົ້າຮ່ວມຢ່າງຟົດຟື້ນ.
ໃນພິທີ, ທ່ານ ຄຳແຫວນ ປັນຍານຸວົງ ໄດ້ກ່າວຕ້ອນຮັບບັນດາແຂກຢ່າງອົບອຸ່ນ ພ້ອມທັງເນັ້ນໜັກວ່າ: ວັນໂອແລມປິກສາກົນ ບໍ່ພຽງແຕ່ເປັນວັນລະນຶກເຖິງການກຳເນີດຂອງຂະບວນການໂອແລມປິກເທົ່ານັ້ນ, ແຕ່ຍັງເປັນສັນຍາລັກແຫ່ງຄວາມສາມັກຄີ, ມິດຕະພາບ ແລະ ສັນຕິພາບ ພາຍໃຕ້ຄຳຂວັນ “ເຄື່ອນໄຫວ, ຮຽນຮູ້ ແລະ ຄົ້ນພົບ”. ສໍາລັບແຂວງບໍລິຄຳໄຊ, ອົງການປົກຄອງແຂວງຍາມໃດກໍໃຫ້ຄວາມສໍາຄັນ ແລະ ຊຸກຍູ້ສົ່ງເສີມກິລາ-ກາຍຍະກຳ ເພື່ອປຸກລະດົມໃຫ້ສັງຄົມຫັນມາໃສ່ໃຈສຸຂະພາບ, ຫ່າງໄກຈາກສິ່ງເສບຕິດ ແລະ ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບຮັບໃຊ້ຊາດ.
ໂອກາດດຽວກັນ, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ໃຫ້ກຽດກ່າວເປີດງານຢ່າງເປັນທາງການ ແລະ ໄດ້ຜ່ານສານອັນຊົງພະລັງຂອງ ທ່ານ ນາງ ເຄີດຕີ ໂຄເວນທຣີ ປະທານຄະນະກຳມະການໂອແລມປິກສາກົນ (IOC) ພາຍໃຕ້ຄຳຂວັນ: “ທ່ານເຮັດໄດ້ແນ່ນອນ! ມາເຄື່ອນໄຫວນຳກັນເລີຍ” (You Can Do This! Let’s Move) ເຊິ່ງສານໄດ້ເນັ້ນວ່າ “ກິລາແມ່ນສໍາລັບໝົດທຸກຄົນ”. ທຸກຄົນບໍ່ວ່າເພດ-ໄວໃດ ກໍສາມາດເລີ່ມຕົ້ນອອກກຳລັງກາຍໄດ້ຈາກບາດກ້າວນ້ອຍໆ ເພື່ອສ້າງຮ່າງກາຍທີ່ແຂງແຮງ, ສ້າງຄວາມໝັ້ນໃຈ ແລະ ພະລັງໃຈໃນການດຳລົງຊີວິດ.
ເພື່ອເຮັດໃຫ້ງານສະເຫຼີມສະຫຼອງຄັ້ງນີ້ມີຄວາມໝາຍ ແລະ ເຕັມໄປດ້ວຍສີສັນ, ຄະນະຈັດງານໄດ້ຈັດກິດຈະກຳກິລາ ແລະ ສິລະປະຢ່າງຫຼາກຫຼາຍ ເຊິ່ງລວມມີ ການແຂ່ງຂັນແລ່ນມິນິມາຣາທອນ ໄລຍະ 7.5 ກິໂລແມັດ ຮຸ່ນເຍົາວະຊົນ, ຊາວໜຸ່ມ ແລະ ອາວຸໂສ ທັງຍິງ ແລະ ຊາຍ; ກິດຈະກຳຍ່າງເພື່ອສຸຂະພາບ ໄລຍະ 4 ກິໂລແມັດ ນຳພາໂດຍຄະນະນໍາຂັ້ນສູງ ແລະ ມວນຊົນຢ່າງກວ້າງຂວາງ; ການສະແດງສິລະປະ-ວັນນະຄະດີ ການສະແດງຟ້ອນອັນຈົບງາມ ແລະ ອອນຊອນທັງໝົດ 4 ບົດ ຈາກນັກສະແດງພາຍໃນແຂວງ.
ງານສະເຫຼີມສະຫຼອງໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດອັນເບີກບານມ່ວນຊື່ນ, ມີຄວາມເປັນລະບຽບຮຽບຮ້ອຍ, ສະຫງ່າງາມ ແລະ ປະສົບຜົນສຳເລັດຢ່າງຈົບງາມຕາມຄາດໝາຍ ທີ່ສະທ້ອນໃຫ້ເຫັນເຖິງຄວາມເປັນນໍ້າໜຶ່ງໃຈດຽວຂອງປວງຊົນຊາວແຂວງບໍລິຄຳໄຊ ແລະ ຄະນະກຳມະການໂອແລມປິກແຫ່ງຊາດລາວ.
ຂ່າວຫຼ້າສຸດ
- ສສກ ປຶກສາຫາລືຜົນການປະເມີນຜົນການຮຽນ ໂດຍນໍາໃຊ້ມາດຕະຖານຄຸນນະພາບຂັ້ນພື້ນຖານຊັ້ນປະຖົມສຶກສາ
- ມອບ-ຮັບໜ້າທີ່ ຫົວໜ້າກົມກວດກາ ກະຊວງ ສສກ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່
- ສສກ-ສະຫະລັດອາເມຣິກາ ສືບຕໍ່ຮ່ວມມືໂຄງການສົ່ງເສີມການສອນພາສາອັງກິດ ໄລຍະ 2 ປີ
- ສສພຊ ຈັດຕັ້ງປະຕິບັດໂຄງການຮ່ວມມືດ້ານການສຶກສາພົນລະເມືອງໂລກ ປະຈຳປີ 2026
- ຈຳປາສັກ ພ້ອມເຂົ້າຮ່ວມແຂ່ງຂັນກະຕໍ້ ຊີງແຊ້ມທົ່ວປະເທດ ຄັ້ງທີ 1 ປີ 2026
- ລາວ-ຫວຽດນາມ ຮ່ວມມືສົ່ງເສີມທັກສະການປ້ອງກັນການລ່ວງລະເມີດທາງເພດ ສຳລັບເດັກອາຍຸ 3-5 ປີ


