Skip to main content

ອາກຊັງຕິນ ແຊ້ມເກົ່າໂກງຄວາມຕາຍກັບມາໄດ້ແບບຫວຸດຫວິດ ພິກແຊງຊະນະ ອີຢິບ 3-2 ຜ່ານເຂົ້າຮອບ 8 ທີມສຸດທ້າຍ

ທີມຊາດອາກຊັງຕິນ (​ອາເຈນຕິນາ) ໂຊຟອມສົມລາຄາແຊ້ມເກົ່າ ໂກງຄວາມຕາຍຫຼັງຈາກຕາມຫຼັງກ່ອນ 0-2 ແລ້ວມາໄດ້ 2 ປະຕູຕີສະເໝີຈາກ ຄຣິດຕຽນ ໂຣເມໂຣ ແລະ ລິໂອເນວ ເມດຊີ ກ່ອນຈະມາໄດ້ປະຕູໄຊໃນນາທີບາບ (ຊ່ວງທົດເວລາບາດເຈັບ) ຈາກລູກໂໝ່ງຂອງ ເອນໂຊ ເຟີນານເດດ ເຮັດໃຫ້ພິກກັບມາຊະນະ ທີມຊາດອີຢິບ ໄປໄດ້ 3-2 ຜ່ານເຂົ້າສູ່ຮອບ 8 ທີມສຸດທ້າຍ ໄປລໍຖ້າພົບຜູ້ຊະນະລະຫວ່າງ ສະວິດເຊີແລນ ຫຼື ໂຄລອມບີ ໃນວັນອາທິດທີ 12 ກໍລະກົດນີ້.
​ ສະຫຼຸບການຍິງປະຕູໃນການແຂ່ງຂັນ:
​ 0-1 ຢາດເຊີ ອິບຣາຮິມ (Yasser Ibrahim) ນາທີທີ 15
​ ລິໂອເນວ ເມດຊີ ນາທີທີ 21 (ຍິງລູກໂທດບໍ່ເຂົ້າ)
​ 0-2 ມອດຕາຟາ ຊິໂກ (Mostafa Ziko) ນາທີທີ 67
​ 1-2 ຄຣິດຕຽນ ໂຣເມໂຣ (Cristian Romero) ນາທີທີ 79
​ 2-2 ລິໂອເນວ ເມດຊີ (Lionel Messi) ນາທີທີ 84
​ 3-2 ເອນໂຊ ເຟີນານເດດ (Enzo Fernández) ນາທີທີ 90+2