Skip to main content

ແຂວງໄຊສົມບູນ ເປີດການແຂ່ງຂັນກິລາເປຕັງ ສະຫຼອງວັນສ້າງຕັ້ງກິລາລາວ ຄົບຮອບ 60 ປີ ຢ່າງຟົດຟື້ນ

12/07/2026
ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ໄດ້ຈັດພິທີເປີດການແຂ່ງຂັນກິລາເປຕັງຂຶ້ນຢ່າງເປັນຂະບວນການຟົດຟື້ນ ໃນວັນທີ 7 ກໍລະກົດນີ້ ຢູ່ທີ່ສະໜາມກິລາເປຕັງ ຂອງພະແນກສຶກສາທິການ ແລະ ກິລາ ແຂວງ, ທັງນີ້ກໍເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດລາວ ຄົບຮອບ 60 ປີ (13 ກໍລະກົດ 1966 – 13 ກໍລະກົດ 2026) ໂດຍການເຂົ້າຮ່ວມຂອງ ທ່ານ ພຸດລຳໄພ ທຽມພຣະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ, ມີບັນດາຮອງຫົວໜ້າພະແນກ, ຄະນະກຳມະການຕັດສິນ ພ້ອມດ້ວຍທັບນັກກິລາ ຈາກພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້, ທ່ານ ສຸລັງ ພົມມະຈັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ທັງເປັນຄະນະຮັບຜິດຊອບຈັດການແຂ່ງຂັນ ໄດ້ໃຫ້ຮູ້ວ່າ: ການຈັດການແຂ່ງຂັນກິລາເປຕັງໃນຄັ້ງນີ້ ກໍເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດ ຄົບຮອບ 60 ປີ ຢູ່ແຂວງໄຊສົມບູນ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ແລະ ຟົດຟື້ນ. ເຊິ່ງການແຂ່ງຂັນໃນຄັ້ງນີ້ ມີທີມນັກກິລາເຂົ້າຮ່ວມທັງໝົດ 29 ທີມ, ແບ່ງເປັນ ທີມຊາຍ 20 ທີມ ແລະ ທີມຍິງ 9 ທີມ. ສ່ວນກະຕິກາການແຂ່ງຂັນແມ່ນ ຮອບທີ 1 ກຳນົດຄະແນນຕັດສິນຢູ່ທີ່ 9 ຄະແນນ, ສ່ວນຮອບຊີງຊະນະເລີດ ແລະ ຊີງອັນດັບທີ 3 ແມ່ນກຳນົດຢູ່ທີ່ 11 ຄະແນນ. ພ້ອມດຽວກັນນີ້, ພາຍໃນພິທີຍັງໄດ້ມີການຜ່ານກົດລະບຽບຕ່າງໆ ຂອງການແຂ່ງຂັນໃຫ້ຄະນະນຳ ແລະ ນັກກິລາໄດ້ຮັບຊາບຕື່ມອີກ.
ຈາກນັ້ນ, ທ່ານ ພຸດລຳໄພ ທຽມພຣະສອນ ໄດ້ໃຫ້ກຽດຂຶ້ນມີຄຳເຫັນ ແລະ ກ່າວເປີດພິທີການແຂ່ງຂັນຢ່າງເປັນທາງການ ພ້ອມທັງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານກິລາ-ກາຍະກຳ ເຊິ່ງການຈັດການແຂ່ງຂັນກິລາເປຕັງໃນຄັ້ງນີ້ ບໍ່ພຽງແຕ່ເປັນການສະເຫຼີມສະຫຼອງວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດ ຄົບຮອບ 60 ປີ ເທົ່ານັ້ນ, ແຕ່ຍັງເປັນກິດຈະກຳທີ່ສຳຄັນໃນການສົ່ງເສີມການອອກກຳລັງກາຍ, ທັງເປັນການສ້າງສາຍສຳພັນມິດຕະພາບ, ຄວາມສາມັກຄີຮັກແພງ ແລະ ຄວາມເປັນນ້ຳໜຶ່ງໃຈດຽວກັນ ລະຫວ່າງຄະນະພະນັກງານ ກໍຄືບັນດາທີມນັກກິລາດ້ວຍກັນ. ພ້ອມກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ຄະນະກຳມະການຕັດສິນ ແລະ ນັກກິລາທຸກຄົນ ຈົ່ງພ້ອມກັນເອົາໃຈໃສ່ໃນການແຂ່ງຂັນ ດ້ວຍຈິດໃຈນັກກິລາຢ່າງແທ້ຈິງ, ມີຄວາມຍຸຕິທຳ, ເຄົາລົບກົດລະບຽບ ແລະ ສະແດງຄວາມສາມາດຂອງຕົນເອງອອກມາຢ່າງເຕັມທີ່ ເພື່ອເຮັດໃຫ້ການແຂ່ງຂັນດຳເນີນໄປດ້ວຍບັນຍາກາດອັນດີງາມ, ມີຄວາມປອດໄພ ແລະ ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ພາຍຫຼັງສິ້ນສຸດພິທີເປີດ, ການແຂ່ງຂັນກໍໄດ້ເລີ່ມຕົ້ນຂຶ້ນຢ່າງເປັນທາງການ ທ່າມກາງສຽງເຊຍອັນຄຶກຄື້ນມ່ວນຊື່ນຂອງຜູ້ເຂົ້າຮ່ວມ. ເຊິ່ງການແຂ່ງຂັນກິລາເປຕັງໃນຄັ້ງນີ້ ແມ່ນຈະດຳເນີນໄປເປັນເວລາ 2 ວັນ ຈຶ່ງຈະປິດສາກລົງ.
ຂ່າວໂດຍ: ພຸດທະສອນ ເວດສະວົງ