ອັອບຕາ ຍົກໃຫ້ ທີມຊາດຝຣັ່ງ ເປັນເຕັງ 1 ມີໂອກາດຄວ້າແຊ໋ມບານໂລກ 2026

ເມື່ອການແຂ່ງຂັນເຕະບານໂລກ 2026 ເດີນທາງມາຮອດຮອບ 8 ທີມສຸດທ້າຍ, ລະດັບຄວາມດຸເດືອດ ແລະ ເມົາມັນກໍຍິ່ງເພີ່ມທະວີຄວາມຮຸນແຮງຂຶ້ນເລື້ອຍໆ. ຫຼ້າສຸດ ຊູເປີຄອມພິວເຕີຂອງ ອັອບຕາ (Opta) ເຈົ້າພໍ່ສະຖິຕິບານລະດັບໂລກ ໄດ້ອອກມາຄໍານວນຕົວເລກເພື່ອຊອກຫາທີມທີ່ຈະໄດ້ຍໍຂັນແຊ້ມໂລກ, ບອກເລີຍວ່າມີຈຸດພິກຜັນທີ່ໜ້າສົນໃຈ ໂດຍສະເພາະແຟນບອນຂອງແຊ້ມເກົ່າທີ່ອາດຈະຕ້ອງໄດ້ລຸ້ນກັນໜ້ອຍໜຶ່ງ.
ຝຣັ່ງ ຍັງຄົງແຂງແກ່ນສຸດໆ ໃນຕຳແໜ່ງເຕັງ 1, ແຕ່ໄຮໄລ້ຈຸດສໍາຄັນ ແມ່ນຢູ່ທີ່ ທີມຊາດອາກຊັງຕິນ (ອາເຈນຕິນາ) ທີ່ເຖິງແມ່ນວ່າຈະໂກງຄວາມຕາຍຜ່ານ ອີຢິບ ມາໄດ້ແບບຫວຸດຫວິດໃນຮອບ 16 ທີມ, ແຕ່ຄະແນນຄວາມເປັນໄປໄດ້ກັບຫຼຸດລົງມາເຖິງ 2 ອັນດັບ, ຕົກມາຢູ່ເຕັງ 4 ເປັນທີ່ຮຽບຮ້ອຍແລ້ວ. ເຊິ່ງສວນທາງກັບ ແອັດສະປາຍ (ສະເປນ) ແລະ ອັງກິດ ທີ່ພາກັນຫຍັບອັນດັບຂຶ້ນມາຢ່າງຄຶກຄັກ.
ຊູເປີຄອມພິວເຕີ ຂອງ ອັອບຕາ (Opta) ເປີດເຜີຍຜົນການວິເຄາະ ແລະ ຄໍານວນທີມເຕັງແຊ້ມບານໂລກ 2026 ຫຼັງຈາກເດີນທາງເຂົ້າສູ່ຮອບ 8 ທີມສຸດທ້າຍ:
ຝຣັ່ງ : 27.13 %
ແອັດສະປາຍ (ສະເປນ) : 22.07 %
ອັງກິດ : 17.03 %
ອາກຊັງຕິນ (ອາເຈນຕິນາ) : 14.64 %
ນອກແວ (ນໍເວ) : 6.61 %
ມາຣົກ (ໂມຣັອກໂກ) : 4.15 %
ແບນຊິກ (ເບວຢ້ຽມ) : 3.80 %
ສະວິດເຊີແລນ : 2.21 %
