ນັກກິລາລົດຖີບລາວ ຄວ້າຫຼຽນທອງ ການແຂ່ງຂັນລົດຖີບຄົນພິການຕາ ຊີງແຊ໋ມນານາຊາດ ທີ່ ສ.ເກົາຫຼີ
13/07/2026

ນັບເປັນຂ່າວທີ່ໜ້າຍິນດີ ແລະ ສ້າງຄວາມພາກພູມໃຈໃຫ້ກັບປະຊາຊົນລາວທົ່ວປະເທດ ເມື່ອ ນາງ ວິນນາລີ ວັນທະລັງສີ ນັກກິລາລົດຖີບຄົນພິການຕາທີມຊາດລາວ ພ້ອມດ້ວຍ ນາງ ໂບຕັນ ວິໄຊ ນັກກິລາລົດຖີບຄົນປົກກະຕິ ທີ່ເຮັດໜ້າທີ່ເປັນນັກປັ່ນນຳທາງ (Pilot) ສາມາດສ້າງຜົນງານອັນໂດດເດັ່ນ ດ້ວຍການຄວ້າຫຼຽນທອງ ໃນການແຂ່ງຂັນລົດຖີບຄົນພິການສາກົນ ລາຍການ “Yangyang Para-cycling” ທີ່ເມືອງຢາງຢາງ ສາທາລະນະລັດ ເກົາຫຼີ ເຊິ່ງຈັດຂຶ້ນລະຫວ່າງວັນທີ 7-9 ກໍລະກົດ 2026.
ການຍາດໄດ້ຫຼຽນທອງໃນຄັ້ງນີ້ ແມ່ນໄດ້ມາຈາກການແຂ່ງຂັນປະເພດລູ້ (Track) ໄລຍະທາງ 1,000 ແມັດຍິງ ເຊິ່ງເປັນການຮ່ວມແຮງຮ່ວມໃຈ, ຄວາມສາມັກຄີ ແລະ ການປະສານງານກັນຢ່າງໂດດເດັ່ນລະຫວ່າງນັກກິລາທັງສອງທ່ານ ຈົນສາມາດຜ່ານຜ່າອຸປະສັກ ແລະ ສ້າງຜົນງານລະດັບສາກົນໄດ້ຢ່າງໜ້າຊົມເຊີຍ.
ຢ່າງໃດກໍຕາມ, ພາລະກິດຂອງທັບນັກກິລາສາວລາວໃນການແຂ່ງຂັນຄັ້ງນີ້ຍັງບໍ່ທັນສິ້ນສຸດ ເພາະໃນວັນທີ 9 ກໍລະກົດ 2026 ນີ້, ນັກກິລາລົດຖີບຄົນພິການຍິງລາວ ຍັງມີກຳນົດທີ່ຈະລົງສະໜາມແຂ່ງຂັນຊີງໄຊອີກໜຶ່ງລາຍການ. ດັ່ງນັ້ນ, ຈຶ່ງຂໍເຊີນຊວນພໍ່ແມ່ປະຊາຊົນ ແລະ ແຟນກິລາຊາວລາວທຸກທົ່ວໜ້າ ຮ່ວມສົ່ງກຳລັງໃຈ ແລະ ແຮງເຊຍໄປຍັງສາວລາວ ເພື່ອໃຫ້ພວກເຂົາສາມາດສ້າງຜົນງານ ແລະ ນຳຊື່ສຽງມາສູ່ປະເທດຊາດລາວເຮົາອີກຄັ້ງ.
ສໍາລັບການເດີນທາງໄປຮ່ວມການແຂ່ງຂັນໃນຄັ້ງນີ້, ສປປ ລາວ ໄດ້ສົ່ງຄະນະນັກກິລາເຂົ້າຮ່ວມທັງໝົດ 3 ທ່ານ ປະກອບມີ: ທ່ານ ນິລັນຮັກ ສົມຈັນມະວົງ ຄູຝຶກ, ນາງ ໂບຕັນ ວິໄຊ ນັກປັ່ນຜູ້ນຳທາງ/Pilot ແລະ ນາງ ວິນນາລີ ວັນທະລັງສີ ນັກກິລາລົດຖີບຄົນພິການຕາ.
ໃນໂອກາດຮ່ວມການແຂ່ງຂັນຄັ້ງນີ້, ທັງ 3 ທ່ານ ຍັງໄດ້ມີໂອກາດເຂົ້າຮ່ວມການເກັບຕົວຝຶກຊ້ອມຮ່ວມກັບແຄັມຝຶກຊ້ອມລະດັບໂລກ (World-class training camp) ທີ່ປະເທດ ສ. ເກົາຫຼີ ເພື່ອຍົກລະດັບເຕັກນິກ, ຄວາມສາມາດ ແລະ ກຽມຄວາມພ້ອມຢ່າງເຕັມຮູບແບບ ຈົນສາມາດຍາດໄດ້ລາງວັນອັນມີກຽດນີ້ມາຄອງ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026


