ດາວດວງໃໝ່ແຫ່ງວິນເບິນດັນຖືກຳເນີດ!

ລິນດາ ນອດໂຄວາ ລະເບີດຟອມເກັ່ງ ດ້ວຍການເອົາຊະນະຮຸ່ນເອື້ອຍຮ່ວມຊາດ ຄາໂຣລິນາ ມູໂຊວາ 2-1 ເຊັດ (6-2, 5-7, 6-3) ຄວ້າແຊ້ມຍິງດ່ຽວ ເທັນນິດ ວິນເບິນດັນ 2026 ໄດ້ເປັນສະໄໝທຳອິດ ແລະ ເປັນແຊ້ມແກຣນສະແລມລາຍການທຳອິດໃນອາຊີບຢ່າງຍິ່ງໃຫຍ່.
ນອກຈາກຈະຄວ້າເງິນລາງວັນ 3.6 ລ້ານປອນ ແລ້ວ, ນັກເທັນນິດສາວໄວ 21 ປີ ກັບ 327 ມື້ ຍັງສ້າງປະຫວັດສາດເປັນນັກເທັນນິດອາຍຸນ້ອຍທີ່ສຸດ ທີ່ຄວ້າແຊ້ມຍິງດ່ຽວວິນເບິນດັນ ນັບຕັ້ງແຕ່ປີ 2011 ພ້ອມທັງກາຍເປັນນັກເທັນນິດຍິງຊາວສາທາລະນະລັດເຊັກຄົນທີ 5 ທີ່ສາມາດພິຊິດໄຊຄອດຫຍ້າແຫ່ງ ອອນ ອິງແລນ ຄລັບ ໄດ້ສຳເລັດ.
ການແຂ່ງຂັນຮອບຊີງຊະນະເລີດຄັ້ງນີ້ ຍັງໄດ້ຮັບກຽດຢ່າງສູງຈາກ ພະນະທ່ານ ນາງ ແຄດເທີຣີນ ເຈົ້າຊາຍຍິງແຫ່ງເວວ ສະເດັດພະຣາຊະດຳເນີນຮ່ວມຊົມການແຂ່ງຂັນ ແລະ ພະຣາຊະທານຂັນລາງວັນ ທ່າມກາງບັນຍາກາດອັນສຸດຍິ່ງໃຫຍ່.
ຫຼັງຈົບເກມ, ຄາໂຣລິນາ ມູໂຊວາ ໄດ້ກ່າວຍ້ອງຍໍຮຸ່ນນ້ອງທັງນ້ຳຕາວ່າ:
”ລິນດາ ຮັບມືກັບຄວາມກົດດັນໄດ້ຢ່າງເຫຼືອເຊື່ອ, ນາງຄູ່ຄວນກັບຄວາມສຳເລັດນີ້ແລ້ວ. ຫຼັງຈາກນີ້ ຂ້ອຍຈະສູ້ຕໍ່ໄປເພື່ອທວງຄືນ ແລະ ຄວ້າຂັນລາງວັນໃບນີ້ມາໃຫ້ໄດ້”.
ສ່ວນທາງດ້ານ ລິນດາ ນອດໂຄວາ ກ່າວດ້ວຍຄວາມປື້ມປິຕິຍິນດີວ່າ:
“ທຸກໆ ເກມແມ່ນມີຄວາມຍາກລຳບາກຫຼາຍແທ້ໆ ໂດຍສະເພາະແມ່ນແຕ້ມສຸດທ້າຍ. ຄາໂຣ… ເຈົ້າເຮັດໃຫ້ຂ້ອຍຕ້ອງເຂັນທຸກສິ່ງທຸກຢ່າງອອກມາ. ມື້ນີ້ພວກເຮົາທັງສອງຄົນໄດ້ຮ່ວມກັນສ້າງປະຫວັດສາດ ແລະ ເຊື່ອວ່າແຟນເທັນນິດຊາວເຊັກຈະພູມໃຈໃນໂຕພວກເຮົາ”.
ນີ້ຄືການແຈ້ງເກີດຂອງແຊ້ມແກຣນສະແລມຄົນໃໝ່… ແລະ ອາດເປັນຈຸດເລີ່ມຕົ້ນຂອງຍຸກໃໝ່ໃນວົງການເທັນນິດຍິງໂລກ 

