Skip to main content

ອາກຊັງຕິນ ຫືດຂຶ້ນຄໍ ກ່ອນໄລ່ເອົາຊະນະ ສະວິດເຊີແລນ 10 ຄົນ 3-1 ຜ່ານເຂົ້າຕັດເຊືອກກັບ ອັງກິດ

ການແຂ່ງຂັນບານ ໂລກ 2026 ຮອບ 8 ທີມສຸດທ້າຍຄູ່ສຸດທ້າຍ ເມື່ອຕອນເຊົ້າວັນທີ 12 ກໍລະກົດນີ້ ທີ່ສະໜາມແອໂຣເຮດ ສະເຕດ້ຽມ ບອກເລີຍວ່າບີບຫົວໃຈແຟນບານທົ່ວໂລກເຖິງຂີດສຸດ “ແຊ້ມເກົ່າ” ທີມຊາດອາກຊັງຕິນ (ອາເຈນຕິນາ) ຕ້ອງອອກແຮງເມື່ອຍເຖິງ 120 ນາທີ ກ່ອນຈະບຽດເອົາຊະນະ ທີມຊາດສະວິດເຊີແລນ ໄປແບບສຸດລະທຶກ 3-1 ທ່າມກາງດຣາມ້າ VAR ຊັອດສຳຄັນທີ່ປ່ຽນສະຖານະການຂອງເກມ ຜ່ານເຂົ້າຮອບຮອງຊະນະເລີດໄປພົບກັບ ທີມຊາດອັງກິດ ໄດ້ສຳເລັດ.
​ເຄິ່ງເວລາທຳອິດ, ອາກຊັງຕິນ ຂຶ້ນນຳໄວ 1-0 ຕັ້ງແຕ່ນາທີທີ 10 ຈາກຈັງຫວະທີ່ ລີໂອເນວ ເມດຊີ ເປີດມຸມໃຫ້ ອະເລັກຊິດ ແມັກ ອັນລິດເຕີ ໂໝ່ງເຂົ້າໄປ ແຕ່ຫຼັງຈາກນັ້ນຮູບເກມຊ້ຳພັດອຶດ ຈົນຈົບເຄິ່ງເວລາທຳອິດດ້ວຍສະກໍນີ້.
ກັບ​ເຂົ້າສູ່ເຄິ່ງເວລາທີສອງ, ອາກຊັງຕິນ ຖອຍໄປແພັກເກມຮັບເລິກລໍຖ້າສວນກັບ ເປີດໂອກາດໃຫ້ ສະວິດເຊີແລນ ເດີນໜ້າພັບສະໜາມບຸກໃສ່ ຈົນມາເຖິງນາທີທີ 67 ຄວາມພະຍາຍາມຂອງສະວິດກໍສຳເລັດຜົນ ເມື່ອ ດານ ເອັນດອຍ ຊິ້ງບານກັບ ຣິການໂດ ໂຣດຣີເກດ ກ່ອນຫຼຸດເຂົ້າໄປຍິງຜ່ານມື ເອມີເລຍໂນ ມາດຕີເນດ ຢ່າງເດັດຂາດ ສະວິດເຊີແລນ ຕາມສະເໝີ 1-1.
​ນາທີທີ 72 ເກີດຈຸດປ່ຽນສຳຄັນ ເມື່ອ ທ່ານ ຊູເອົາ ປິນເຍໂຣ ຜູ້ຕັດສິນຊາວປອກຕຸຍການ ເປົ່າໃຫ້ ເລອັນໂດຣ ປາເຣເດດ ໄປເຮັດຟາວ ບຣີວ ເອັມໂບໂລ ພ້ອມແຈກໃບເຫຼືອງໃຫ້ ປາເຣເດດ ແຕ່ວ່າຫ້ອງ VAR ສົ່ງສັນຍານທັກທ້ວງ ເຮັດໃຫ້ກຳມະການຕ້ອງເດີນໄປເຊັກຈໍຂ້າງສະໜາມດ້ວຍຕົວເອງ ກ່ອນຈະກັບມາພິກຄຳຕັດສິນລະບຸວ່າ ເອັມໂບໂລ ເຈດຕະນາພຸ່ງລົ້ມ ເພື່ອຮຽກຟາວ ຜູ້ຕັດສິນຈຶ່ງລິບໃບເຫຼືອງຂອງ ປາເຣເດດ ຄືນ ແລ້ວຄວັກໃບເຫຼືອງແຈກໃຫ້ກອງໜ້າສະວິດແທນ ກາຍເປັນໃບເຫຼືອງທີສອງ ເປັນໃບແດງໄລ່ ເອັມໂບໂລ ອອກຈາກສະໜາມທັນທີ.
ສະວິດເຊີແລນ ເຫຼືອ 10 ຄົນ ແຕ່ຍັງໜຽວແໜ້ນ ສາມາດດຶງເວລາໄປຈົນຈົບ 90 ນາທີ ສະເໝີ 1-1 ຕ້ອງຕໍ່ເວລາພິເສດອີກ 30 ນາທີ.
​ໃນໄລຍະຕໍ່ເວລາພິເສດ, ອາກຊັງຕິນ ທີ່ໄດ້ປຽບຕົວຜູ້ຫຼິ້ນ ພະຍາຍາມເປີດເກມບຸກແຕ່ເຈາະບໍ່ເຂົ້າ ຈົນໃນນາທີທີ 113 ກອງເຊຍອາກຊັງຕິນ ໄດ້ເຮກັນຖ້ວນໜ້າ ເມື່ອ ຮູລຽນ ອັນວາເຣດ ແຕ່ງບານຫາຊ່ອງກ່ອນຕັ້ງໃຈປັ່ນດ້ວຍຂວາຈາກໜ້າກອບເຂດໂທດ ບານໂຄ້ງສຽບສາມຫຼ່ຽມເຂົ້າໄປຢ່າງງົດງາມ.
ໄລຍະທົດເວລາ ນາທີ 120+1 ເລົາຕາໂຣ ມາດຕີເນດ ມາຍິງປະຕູປິດທ້າຍໃຫ້ ອາກຊັງຕິນ ເອົາຊະນະ ສະວິດເຊີແລນ 3-1 ປະຕູ.
​ ໄຮໄລ້ເກມ
 1-0 ອະເລັກຊິດ ແມັກ ອັນລິດເຕີ ນ.10
 1-1 ດານ ເອັນດອຍ ນ.67
 ບຣີລ ເອັມໂບໂລ ນ.72 (ໃບແດງ)
 2-1 ຮູລຽນ ອັນວາເຣດ ນ.112
3-1 ເລົາຕາໂຣ ມາດຕີເນດ ນ.120+1