“ເລົາຕາໂຣ” ໂໝ່ງປະຕູໄຊນາທີບາບ ພາ ອາກຊັງຕິນ ພິກແຊງຊະນະ ອັງກິດ 2-1 ຜ່ານເຂົ້າປ້ອງກັນແຊ້ມກັບ ແອັດສະປາຍ ໄດ້ສຳເລັດ

ການແຂ່ງຂັນບານໂລກ 2026 ຮອບຮອງຊະນະເລີດ ທີ່ສະໜາມ ແອດແລນຕາ ສະເຕດ້ຽມ ປະເທດສະຫະລັດອາເມຣິກາ ເມື່ອຕອນເຊົ້າມືດຂອງວັນທີ 16 ກໍລະກົດ 2026 ເວລາ 02:00 ໂມງ ຕາມເວລາໃນ ສປປ ລາວເຮົາ, ທີມຊາດອາກຊັງຕິນ
(ອາເຈນຕິນາ) ແຊ້ມເກົ່າ ສ້າງປາຕິຫານໂກ່ງຄວາມຕາຍອີກຄັ້ງ ຫຼັງຈາກພິກຈາກການເປັນຮອງກ່ອນ 0-1 ກັບມາໄລ່ແຊງຊະນະ ທີມຊາດອັງກິດ
ໃນໄລຍະທົດເວລາບາດເຈັບ 2-1 ຜ່ານເຂົ້າສູ່ຮອບຊີງຊະນະເລີດເປັນສະໄໝທີ 2 ຕິດຕໍ່ກັນ ໄປພົບກັບ ທີມຊາດແອັດສະປາຍ (ສະເປນ)
ໄດ້ສຳເລັດ.
ເຄິ່ງເວລາທຳອິດ ທັງ ອັງກິດ ແລະ ອາກຊັງຕິນ ຫຼິ້ນກັນຂ້ອນຂ້າງໜັກ ໂດຍມີການເຮັດຟາວລວມກັນເກືອບ 20 ຄັ້ງ, ແນວໃດກໍຕາມ ເກມບຸກຂອງທັງສອງຝ່າຍຍັງຄົງຝືດເຄືອງ ເຮັດໃຫ້ສະເໝີກັນຢູ່ 0-0.
ເຂົ້າສູ່ເຄິ່ງເວລາທີສອງ ເກມເລີ່ມເປີດແລກກັນຫຼາຍຂຶ້ນ ແລະ ເປັນຝ່າຍ ອັງກິດ ທີ່ຂຶ້ນນຳໄປກ່ອນ 1-0 ໃນນາທີທີ 55 ຈາກຈັງຫວະທີ່ ມໍແກນ ໂຣເຈີ (Morgan Rogers) ເປີດບານຈາກແຄມເສັ້ນຝັ່ງຂວາໃຫ້ ແອນໂທນີ ກອດອນ (Anthony Gordon) ແລ່ນເຂົ້າມາແປເນັ້ນໆຢູ່ເສົາສອງເຂົ້າປະຕູໄປຢ່າງງົດງາມ.
ຫຼັງຈາກເສຍປະຕູ, ອາກຊັງຕິນ ກໍເປີດເກມບຸກກົດດັນຢ່າງໜັກ ແລະ ສາມາດຕາມຕີສະເໝີເປັນ 1-1 ໄດ້ສຳເລັດ ໃນນາທີທີ 85 ຈາກຈັງຫວະທີ່ ລິໂອເນວ ເມດຊີ (Lionel Messi) ໄຫຼບານໃຫ້ ເອັນໂຊ ເຟີນານເດດ (Enzo Fernández) ຍິງໄກເຂົ້າໄປຢ່າງສຸດງາມ ແລະ ເປັນການຍິງນອກຂອບເຂດໂທດຄັ້ງທີ 4 ໃນເກມນີ້ຂອງເອັນໂຊອີກດ້ວຍ.
ຍັງບໍ່ໝົດພຽງເທົ່ານັ້ນ, ໃນໄລຍະທົດເວລາບາດເຈັບນາທີທີ 90+2 ເມດຊີ ຄົນເກົ່າຄົນເດີມມາ ແຜງລິດອີກຄັ້ງ ໂດຍການເປີດບານໃຫ້ ເລົາຕາໂຣ ມາຕີເນດ (Lautaro Martínez) ກອງໜ້າຕົວສຳຮອງ ຂຶ້ນໂໝ່ງເຂົ້າໄປແບບໂລ່ງໆ ສົ່ງໃຫ້ ອາກຊັງຕິນ ແຊງຂຶ້ນນຳເປັນ 2-1.
ໃນໄລຍະເວລາທີ່ເຫຼືອບໍ່ມີຝ່າຍໃດເຮັດປະຕູເພີ່ມໄດ້, ຈົບເກມ ອາກຊັງຕິນ ພິກກັບມາເອົາຊະນະ ອັງກິດ ໄປຢ່າງສຸດມ່ວນ 2-1 ຜ່ານເຂົ້າສູ່ຮອບຊີງຊະນະເລີດ ໄປພົບກັບ ແອັດສະປາຍ ທີ່ສະໜາມ ນິວຢອກ ນິວເຈີຊີ ສະເຕດ້ຽມ ໃນວັນອາທິດທີ 19 ກໍລະກົດນີ້.
