ສສກ ຄົ້ນຄວ້າ ແລະ ປຶກສາຫາລື ການສ້າງແຜນການປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ມະຫາວິທະຍາໄລສ້າງຄູແຫ່ງຊາດ
16/07/2026

ໃນວັນທີ 13 ກໍລະກົດ 2026 ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມອະນຸກຳມະການ ກົງຈັກ ແລະ ບຸກຄະລາກອນໄດ້ມີກອງປະຊຸມຄົ້ນຄວ້າ ແລະ ປຶກສາຫາລືໃນການສ້າງແຜນການປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ມະຫາວິທະຍາໄລສ້າງຄູ ແຫ່ງຊາດ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ, ຄະນະຮັບຜິດຊອບຊີ້ນໍາລວມ, ທັງເປັນຫົວໜ້າອະນຸກໍາມະການກົງຈັກ ແລະ ບຸກຄະລາກອນ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ ແບບເຊິ່ງໜ້າ ແລະ ອອນລາຍ.
ເພື່ອປະຕິບັດຕາມຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບສ້າງຕັ້ງ ມະຫາວິທະຍາໄລສ້າງຄູ ແຫ່ງຊາດ ສະບັບເລກທີ 3951/ສສກ, ລົງວັນທີ 30 ມິຖຸນາ 2026. ສະນັ້ນ, ໃນກອງປະຊຸມ ຈຶ່ງໄດ້ມີການການຄົ້ນຄວ້າ ແລະ ສົນທະນາແລກປ່ຽນ ກ່ຽວກັບກົງຈັກການຈັດຕັ້ງ ຂອງວິທະຍາ ໄລຄູ ແລະ ຄະນະສຶກສາ ຂອງບັນດາມະຫາວິທະຍາໄລທັງ 4 ແຫ່ງ ເຫັນວ່າມີອັນທີ່ຄ້າຍຄືກັນ ແລະ ແຕກຕ່າງກັນ. ດັ່ງນັ້ນ, ກອງປະຊຸມຈຶ່ງໄດ້ເອກະພາບກັນ ມອບໃຫ້ຄະນະຮັບຜິດຊອບປະສານສົມທົບກັບ ວິທະຍາໄລຄູ (ຈໍາປາສັກ, ສະຫວັນນະເຂດ, ດົງຄໍາຊ້າງ, ຫລວງພະບາງ ແລະ ຄັງໄຂ) ແລະ ຄະນະສຶກສາສາດ ມະຫາວິທະຍາໄລ ເກັບກຳ ແລະ ສັງລວມ ໂຄງປະກອບກົງຈັກ ແລະ ບຸກຄະລາກອນ ຂອງແຕ່ລະພາກສ່ວນສົ່ງໃຫ້ກອງເລຂາ ເພື່ອກໍານົດ ແລະ ສ້າງ (ຮ່າງ) ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງບັນດາຫ້ອງການ, ຄະນະວິຊາ ແລະ ວິທະຍາເຂດ ທີ່ຂື້ນກັບມະຫາວິທະຍາໄລຄູ ແຫ່ງຊາດ ໃຫ້ສອດຄ່ອງກັບທິດຊີ້ນໍາຂອງຂັ້ນເທິງ ພ້ອມທັງສ້າງແຜນເຄື່ອນໄຫວວຽກງານຂອງອະນະກຳມະການໃນແຕ່ລະໄລຍະ.
ໃນຕອນທ້າຍ, ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຍັງໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນທັງໝົດ ຈົ່ງໄດ້ພ້ອມກັນສຸມສະຕິປັນຍາ, ເປີດກວ້າງການຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ການປັບປຸງກົງຈັກການ ຈັດຕັ້ງ ແລະ ບຸກຄະລາກອນ ໃຫ້ໄດ້ຮັບຕາມຄາດໝາຍທີ່ວາງໄວ້ຢ່າງມີຄຸນນະພາບ, ປະສິດທິພາບ ແລະ ປະສິດທິຜົນສູງສຸດ.













