ອັງກິດ ໄລ່ຊະນະ ຝຣັ່ງ 6-4 ຄວ້າອັນດັບທີ 3 ບານໂລກ 2026 ມາຄອງ

ເກມນີ້ສຸດເດືອດ ຍິງກະຈາຍ ! ໂດຍທີມຊາດອັງກິດ ນຳກ່ອນໃນເຄິ່ງເວລາທຳອິດ 4 ລູກ ສ່ວນ ຝຣັ່ງ ມາເລັ່ງເຄື່ອງໃນເຄິ່ງເວລາທີສອງຈັດໄປ 4 ປະຕູ ສຸດທ້າຍ ຈູດ ເບວລິງແຮມ ຕົວສຳຮອງລົງມາຍິງປິດກ່ອງ ສົ່ງໃຫ້ ອັງກິດ ເອົາຊະນະໄປ 6-4 ຄວ້າອັນດັບທີ 3 ໃນການແຂ່ງຂັນບານໂລກ 2026 ມາຄອງ ນີ້ຄືຜົນງານທີ່ດີທີ່ສຸດຂອງພວກເຂົາໃນບານໂລກນັບຕັ້ງແຕ່ປີ 1966.
ສ່ວນທີມຊາດຝຣັ່ງ ຈົບອັນດັບທີ 4 ສົ່ງທ້າຍ ທ່ານ ດີດີເຢ ເດຊອງ ໃນຖານະຄູຝຶກ ຂະນະທີ່ ຄີລຽນ ເອັມບັບເປ ຍິງປະຕູທີ 10 ໃນບານໂລກ 2026 ນຳໜ້າ ລິໂອເນວ ເມດຊີ ຢູ່ 2 ປະຕູ ແລະ ຍັງກາຍເປັນຜູ້ເຮັດປະຕູສູງສຸດຕະຫຼອດການຂອງບານໂລກ ດ້ວຍສະຖິຕິ 22 ປະຕູ.
0-1 ເດແຄລນ ໄຣ ນາທີທີ 3
0-2 ແອັດຣີ ຄອນຊາ ນາທີທີ 18
0-3 ບູກາໂຢ ຊາກາ ນາທີທີ 37
0-4 ບູກາໂຢ ຊາກາ ນາທີທີ 45+1
1-4 ຄີລຽນ ເອັມບັບເປ ນາທີທີ 48
2-4 ແບຣດລີ ບາໂຄລາ ນາທີທີ 54
3-4 ຄີລຽນ ເອັມບັບເປ ນາທີທີ 66
3-5 ບູກາໂຢ ຊາກາ (ຈຸດໂທດ) ນາທີທີ 87
4-5 ອຸດສະມານ ເດັມເບເລ ນາທີທີ 90+6
4-6 ຈູດ ເບວລິງແຮມ ນາທີທີ 90+8
