ຫຼານນ້ອຍ ຢູ-10 ເບ ສະຫວັນ ເດີນທາງກັບເຖິງ ນະຄອນຫຼວງວຽງຈັນແລ້ວ ພ້ອມຖືກຕ້ອນຮັບຢ່າງອົບອຸ່ນ
21/07/2026

ສະໂມສອນ ເບ ສະຫວັນ ເອັບຊີ ຫຼື Bay Savanh FC ຈົບຜົນງານຢູ່ທີ່ອັນດັບທີ 5 ລາຍການ PANYI ELITE CUP 2026 ຈາກ 32 ທີມເຂົ້າຮ່ວມຊີງໄຊ ຊຶ່ງໃນຕອນເຊົ້າວັນທີ 18 ກໍລະກົດນີ້ ທີ່ສະໜາມບິນສາກົນ ວັດໄຕ ພໍ່ແມ່ປະຊາຊົນຊາວ ນວ ໄດ້ຕ້ອນຮັບຂະບວນຫຼານນ້ອຍ ທີ່ໄດ້ເດີນທາງມາເຖິງບ້ານເກີດເມືອງນອນ ນວ ນຳໂດຍ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະໂມສອນ ເບ ສະຫວັນ ເອັບຊີ, ປະທານສະຫະພັນບານເຕະຄົນພິການຄາແຫ່ງຊາດລາວ ທັງເປັນຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ (ນວ), ທ່ານ ພູວົງ ວົງຄຳຊາວ ອະດີດຮອງເຈົ້າຄອງ ນວ ແລະ ທ່ານ ຖະໜອມ ທຳທອງ ອະດີດປະທານແນວລາວສ້າງຊາດ ນວ ທັງເປັນທີ່ປຶກສາສະໂມສອນດັ່ງກ່າວ.
ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ໃຫ້ສຳພາດວ່າ: ເຖິງແມ່ນນ້ອງໆ ຈະຕ້ອງລົງແຂ່ງຂັນຫຼາຍລາຍການຕິດຕໍ່ກັນ, ຜ່ານການເດີນທາງໄກ ແລະ ໂປຣແກຣມແຂ່ງຂັນທີ່ແໜ້ນຫຼາຍ ແຕ່ທຸກຄົນຍັງສາມາດສະແດງຜົນງານໄດ້ດີ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ ຈິດໃຈນັກສູ້ຂອງນັກກິລາລາວ ສາມາດຍາດມາໄດ້ອັນດັບທີ 5. ແຕ່ເຖິງຢ່າງໃດກໍດີ, ພວກເຮົາຈະນຳເອົາບົດຮຽນມາປັບປຸງແກ້ໄຂ ພັດທະນານ້ອງໆໃຫ້ແຂງແກ່ນຂຶ້ນກວ່າເກົ່າ ເພື່ອກຽມເຂົ້າຮ່ວມລາຍການຕ່າງໆໃນຕໍ່ໜ້າ ໂດຍສະເພາະ ກຽມລຸຍຕໍ່ຮ່ວມແຂ່ງຂັນລາຍການຊີງແຊ໋ມນານາຊາດ ທີ່ປະເທດສິງກະໂປ ໄວໆນີ້.
ທີມ Bay Savanh FC ສ້າງຜົນງານໄດ້ຢ່າງໜ້າປະທັບໃຈ ໃນລາຍການ PANYI ELITE CUP International Youth Football Championship 2026 ທີ່ນະຄອນຊຽງໄຮ້ ສປ ຈີນ ໂດຍສາມາດຈົບການແຂ່ງຂັນດ້ວຍອັນດັບ 5 ຈາກ 32 ທີມ, ຂະນະທີ່ “ນ້ອງເບຍ” ຄວ້າລາງວັນ ດາວຍິງສູງສຸດ ຂອງລາຍການ.
ໃນການເດີນທາງເຂົ້າຮ່ວມການແຂ່ງຂັນລາຍການດັ່ງກ່າວ ກໍຍັງໄດ້ຮັບການສະໜບັສະໜູນຫຼັກ ໃນການອອກຄ່າປີ້ຍົນໃຫ້ໂດຍທ່ານ ໄຊຍະເດດ ວົງໄຊ ປະທານບໍລິສັດ ບອນທູບີ ກຣຸບ (Born to B Grooup.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ


