Skip to main content

ຊູເປີຄອມພິວເຕີ ຍົກໃຫ້ ແອັດສະປາຍ ມີໂອກາດຄວ້າແຊ້ມບານໂລກ ເໜືອກວ່າ ອາກຊັງຕິນ

ການແຂ່ງຂັນບານໂລກ 2026 ເດີນທາງມາຮອດຮອບຊີງຊະນະເລີດ ທີ່ແຟນບານທົ່ວໂລກຕ່າງຄອຍຖ້າຊົມການປະທະກັນຂອງ 2 ທີມຍັກໃຫຍ່ລະດັບໂລກ ແນ່ນອນວ່າເກມນີ້ມ່ວນມັນ ແລະ ດຸເດືອດສົມການຄອງຄອຍແທ້ແນ່ນອນ ພ້ອມສ້າງແຮງສັ່ນສະເທືອນໃຫ້ແຟນບານທັງສອງຝ່າຍຕ້ອງນັ່ງບໍ່ຕິດຕັ່ງ! ຫຼ້າສຸດ ຊູເປີຄອມພິວເຕີຂອງ Opta ຜູ້ນຳສະຖິຕິບານລະດັບໂລກ ໄດ້ຄຳນວນຕົວເລກຫາທີມທີ່ຈະໄດ້ຊູຂັນແຊ້ມໂລກ.
ອັອບຕ້າ (Opta) ເປີດເຜີຍຜົນການວິເຄາະທີມທີ່ຈະຄວ້າແຊ້ມບານໂລກ 2026:
 ແອັດສະປາຍ (ສະເປນ) : ຊະນະ 45 %
 ອາກຊັງຕິນ (ອາເຈນຕິນາ) : ຊະນະ 26 %
 ສະເໝີກັນໃນເວລາ 29 %
ສຳລັບໂປຣແກຣມການແຂ່ງຂັນນັດຊີງຊະນະເລີດ ແອັດສະປາຍ ແຊ້ມປີ 2010 ມີຄິວລົງສະໜາມຟາດແຂ່ງກັບ ອາກຊັງຕິນ ແຊ້ມເກົ່າ ທີ່ສະໜາມ ເມດໄລ ສະເຕດ້ຽມ (MetLife Stadium) ລັດນິວເຈີຊີ ປະເທດສະຫະລັດອາເມລິກາ ໃນວັນອາທິດທີ 19 ກໍລະກົດ ຫຼື ກົງກັບເຊົ້າມືດຂອງວັນຈັນທີ 20 ກໍລະກົດ 2026 ເວລາ 02:00 ໂມງ ຕາມເວລາປະເທດລາວ.