Skip to main content

ແອັດສະປາຍ ຄວ້າແຊ້ມໂລກສະໄໝທີ 2 ຫຼັງບຽດຊະນະ ອາກຊັງຕິນ ໄປແບບຫວຸດຫວິດ 1-0

ແອັດສະປາຍ (ສະເປນ) ກ້າວຂຶ້ນສູ່ຈຸດສູງສຸດຂອງໂລກອີກຄັ້ງ ຫຼັງໃຊ້ລະບົບທີມເວີກພິຊິດເໜືອ ອາກຊັງຕິນ (ອາເຈນຕິນາ) ໃນນັດຊີງຊະນະເລີດ ສ້າງປະຫວັດສາດຄວ້າແຊ້ມບານໂລກສະໄໝທີ 2 ໄດ້ສຳເລັດ.
​ຜົນງານໃນທົວນາເມນນີ້ຮຽກໄດ້ວ່າໄຮ້ທີ່ຕິ ແອັດສະປາຍ ບໍ່ເສຍໄຊໃຫ້ໃຜຕະຫຼອດການແຂ່ງຂັນ (ຊະນະ 7 ສະເໝີ 1) ຍິງໄປ 14 ປະຕູ ແລະ ເສຍພຽງ 1 ປະຕູເທົ່ານັ້ນ ໂດຍເປັນຊາດທຳອິດໃນປະຫວັດສາດທີ່ເສຍປະຕູນ້ອຍກວ່າ 2 ປະຕູແລ້ວຄວ້າແຊ້ມໂລກໄດ້.
ພ້ອມນັ້ນ, ແອັດສະປາຍ ຍັງສ້າງສະຖິຕິໂລກໃໝ່ດ້ວຍການບໍ່ເສຍໄຊໃຫ້ໃຜຕິດຕໍ່ກັນ 38 ນັດ (ໃນເວລາ 90 ນາທີ ຫຼື ໄລຍະຕໍ່ເວລາພິເສດ) ແຊງໜ້າສະຖິຕິເດີມຂອງອີຕາລີທີ່ເຮັດໄວ້ 37 ເກມ ພ້ອມສ້າງປະຫວັດສາດເປັນຊາດທຳອິດທີ່ຄວ້າແຊ້ມເອີໂຣຕໍ່ດ້ວຍບານໂລກໄດ້ເຖິງ 2 ຄັ້ງ (ເອີໂຣ 2008-ບານໂລກ 2010 ແລະ ເອີໂຣ 2024-ບານໂລກ 2026).
​ຄວາມສຳເລັດຄັ້ງນີ້ຍັງເຮັດໃຫ້ ແອັດສະປາຍ ຄວ້າແຊ້ມລາຍການລະດັບເມເຈີ (ບານໂລກ/ເອີໂຣ) ເປັນສະໄໝທີ 6 ຈາກການເຂົ້າຊີງທັງໝົດ 7 ຄັ້ງ ຕອກຢ້ຳການເປັນໜຶ່ງໃນທີມຊາດທີ່ຍິ່ງໃຫຍ່ທີ່ສຸດຂອງໂລກຢ່າງແທ້ຈິງ.