Skip to main content

ສກຂ ເຊກອງ ສັນລະເສີນນັກຮຽນເກັ່ງ ມ.7 ສົກຮຽນ 2025-2026, ທົ່ວແຂວງເສັງຈົບຊັ້ນໄດ້ 100%

ໃນວັນທີ 7 ສິງຫາ 2026 ນີ້ ຢູ່ທີ່ສະໂມສອນແຂວງເຊກອງ, ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ເຊກອງ ໄດ້ຈັດພິທີສັນລະເສີນນັກຮຽນເກັ່ງຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ທີ່ໄດ້ຮັບປະກາດສະນີຍະບັດແດງ ແລະ ໃບຍ້ອງຍໍນັກຮຽນເກັ່ງຮອບດ້ານ ທົ່ວແຂວງເຊກອງ ສົກຮຽນ 2025-2026 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຫຼາຍ ບຸດທິ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງເຊກອງ, ທ່ານ ຂັນຕີ ສີລະວົງສາ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ. ນອກນີ້ ຍັງມີຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຜູ້ບໍລິຫານການສຶກສາຂັ້ນແຂວງ-ເມືອງ, ຄູ-ອາຈານ ແລະ ນ້ອງໆນັກຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຄຳໄພ ສິມມາວັດ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງເຊກອງ ໄດ້ລາຍງານໃຫ້ຮູ້ວ່າ: ໃນສົກຮຽນ 2025-2026 ການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນຂອງຄູ ແລະ ນັກຮຽນ ໃນຊັ້ນ ມ.7 ແຕ່ລະວິຊາ ແມ່ນສາມາດບັນລຸໄດ້ 100%. ຂະບວນການສອບເສັງໄດ້ຈັດຕັ້ງຂຶ້ນຕາມລະບຽບຫຼັກການ ໂດຍແບ່ງອອກເປັນ 7 ສູນສອບເສັງ, ປະກອບມີ 44 ຫ້ອງສອບເສັງ, ມີການກຳນົດມາດຕະຖານການນັ່ງຢ່າງເຂັ້ມງວດ, ມີຄວາມໂປ່ງໃສ ແລະ ໄດ້ຮັບການຕິດຕາມກວດກາຢ່າງໃກ້ຊິດຈາກຄະນະຮັບຜິດຊອບທຸກຂັ້ນ. ເຊິ່ງມີນັກຮຽນເຂົ້າສອບເສັງຕົວຈິງທັງໝົດ 805 ນ້ອງ ຍິງ 391 ນ້ອງ.
ຜົນການສອບເສັງທົ່ວແຂວງແມ່ນເປັນທີ່ໜ້າຊົມເຊີຍ, ມີນັກຮຽນສອບເສັງຜ່ານ 100% (805 ຄົນ), ໂດຍບໍ່ມີນັກຮຽນເສັງຕົກ. ໃນນັ້ນ, ມີນັກຮຽນທີ່ເສັງໄດ້ຄະແນນ 7.00 ຂຶ້ນໄປ ໃນທຸກໆວິຊາ ຈຳນວນ 270 ນ້ອງ ຍິງ 161 ນ້ອງ. ຖ້າສະເລ່ຍຄະແນນສອບເສັງໃສ່ກັບຄະແນນປະຈຳປີ, ມີນັກຮຽນທີ່ໄດ້ຄະແນນ 7.00 ຂຶ້ນໄປ ທັງໝົດ 352 ນ້ອງ ຍິງ 119 ນ້ອງ.
ອັນພົ້ນເດັ່ນທີ່ສຸດແມ່ນ ທ້າວ ຄອນສະຫວັນ ແກ້ວພິຈິດ ນັກຮຽນຈາກໂຮງຮຽນ ມສ ດອນຈັນ (ສອບເສັງຢູ່ສູນ ສມ ລາວ-ຫວຽດ), ສາມາດສອບເສັງໄດ້ຄະແນນສະເລ່ຍ 9.00 ຂຶ້ນໄປໃນທຸກວິຊາ ແລະ ຜົນການຮຽນແຕ່ຊັ້ນ ມ.5, ມ.6 ເຖິງ ມ.7 ໃນ 9 ວິຊາ ແມ່ນຍາດໄດ້ຄະແນນສະເລ່ຍ 7.00 ຂຶ້ນໄປ. ຈຶ່ງໄດ້ຮັບປະກາດສະນີຍະບັດແດງ ແລະ ໃບຍ້ອງຍໍຢ່າງສົມກຽດ, ພ້ອມທັງໄດ້ຮັບເງິນລາງວັນອຸປະຖຳ ເພື່ອເປັນກອງທຶນການສຶກສາ ລວມທັງໝົດ 54 ລ້ານກີບ ຈາກການນຳແຂວງ 50 ລ້ານກີບ, ພະແນກສາທາລະນະສຸກແຂວງ 1 ລ້ານກີບ ແລະ ການນຳເມືອງລະມາມ 3 ລ້ານກີບ. ນອກຈາກນີ້, ໃນພິທີຍັງໄດ້ມອບໃບຍ້ອງຍໍໃຫ້ກັບນັກຮຽນ ຈຳນວນ 352 ນ້ອງ ຍິງ 119 ນ້ອງ ທີ່ຍາດໄດ້ຄະແນນສະເລ່ຍ 7.00 ຂຶ້ນໄປ ໂດຍມີຕາງໜ້າ 10 ນ້ອງ ຂຶ້ນຮັບ.
ໃນຕອນທ້າຍ, ທ່ານ ບຸນຫຼາຍ ບຸດທິ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນ້ອງນັກຮຽນ, ຄອບຄົວ ແລະ ຄູ-ອາຈານທຸກທ່ານ ທີ່ຍາດໄດ້ຜົນສຳເລັດອັນໂດດເດັ່ນ ເຊິ່ງເກີດຈາກສະຕິປັນຍາ, ຄວາມສະຫຼາດສ່ອງໃສ, ເຫື່ອແຮງ ແລະ ຄວາມພາກພຽນພະຍາຍາມ ຈົນກາຍເປັນແບບຢ່າງອັນດີເລີດ ແລະ ເປັນຄວາມຫວັງຂອງແຂວງ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ຂະແໜງສຶກສາ ສືບຕໍ່ພັດທະນາຄຸນນະພາບການຮຽນ-ການສອນ, ຍົກລະດັບຄຸນນະພາບຄູ, ຄົ້ນຫາ ແລະ ບຳລຸງນັກຮຽນເກັ່ງຕັ້ງແຕ່ໄລຍະຕົ້ນ, ສົ່ງເສີມຜູ້ມີພອນສະຫວັນໃຫ້ໄດ້ຮຽນຕໍ່ໃນລະດັບສູງ, ວາງແຜນຍຸດທະສາດໄລຍະຍາວ ແລະ ລະດົມການມີສ່ວນຮ່ວມຈາກທຸກພາກສ່ວນ ເພື່ອສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ ຮັບໃຊ້ການພັດທະນາແຂວງ ກໍຄືປະເທດຊາດ ໃນອະນາຄົດ.
ຂ່າວ: ທິດສາຄອນ ວົງມະນີ