Skip to main content

ກພວຕ ຈັດກອງປະຊຸມຕິດຕາມ-ປະເມີນຜົນ ຫົວຂໍ້ຄົ້ນຄວ້າ ປີ 2023 ເນັ້ນຄວາມໂປ່ງໃສ ແລະ ມີປະສິດທິພາບ

11/08/2026
ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ), ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຕິດຕາມ, ກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ ຂອງ ປີ 2023 ໃນລະຫວ່າງວັນທີ 6-7 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ໂດຍການເປັນປະທານຂອງ ທ່ານ ສຸດທິພົງ ວົງໄຊຍາ ຮອງຫົວໜ້າກອງເລຂາກອງທຶນ, ຮອງຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ, ມີບັນດາຮອງຫົວໜ້າຫ້ອງການ, ຄະນະກຳມະການວິຊາການ ຕິດຕາມ, ກວດກາ ແລະ ປະເມີນຜົນຫົວຂໍ້ຄົ້ນຄວ້າວິທະຍາສາດ, ກອງເລຂາຊ່ວຍວຽກກກອງທຶນ, ຫົວໜ້າຫົວຂໍ້ ແລະ ທີມງານຄົ້ນຄວ້າ ທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອປະເມີນຄວາມຖືກຕ້ອງ, ຄວາມສອດຄ່ອງຕາມແຜນການ, ຄວາມໂປ່ງໃສ ແລະ ຮັບປະກັນການນໍາໃຊ້ງົບປະມານຂອງລັດໃຫ້ເກີດປະສິດທິພາບສູງສຸດ. ໃນນັ້ນ, ໄດ້ສຸມໃສ່ການຄົ້ນຄວ້າຊອກຫາສາເຫດຂອງບັນດາຫົວຂໍ້ຄົ້ນຄວ້າທີ່ດຳເນີນການຫຼ້າຊ້າກວ່າແຜນ. ພ້ອມດຽວກັນ, ກໍໄດ້ພິຈາລະນາການສະເໜີຂໍຕໍ່ສັນຍາບົນຫຼັກການວິທະຍາສາດຢ່າງກົງໄປກົງມາ, ເນັ້ນໃສ່ການວັດແທກຜົນໄດ້ຮັບ ແລະ ຜົນຜະລິດຕົວຈິງທີ່ມີເອກະສານຢັ້ງຢືນຈະແຈ້ງ ເຊັ່ນ: ຜົນງານການຕີພິມວິຊາການ, ການຈົດທະບຽນຊັບສິນທາງປັນຍາ, ປຶ້ມວິຊາການ ແລະ ການກໍ່ສ້າງບຸກຄະລາກອນ. ນອກຈາກນີ້, ຍັງໄດ້ກຳນົດມາດຕະການທາງວິໄນຢ່າງເດັດຂາດຕໍ່ຫົວຂໍ້ທີ່ບໍ່ສຳເລັດໂດຍບໍ່ມີເຫດຜົນສົມ ຄວນ ເພື່ອສ້າງບັນທັດຖານໃໝ່ທີ່ມີຄວາມຮັບຜິດຊອບສູງ ແລະ ຍົກລະດັບການຄຸ້ມຄອງກອງທຶນໃຫ້ມີຄວາມສັກສິດ ແລະ ຍືນຍົງ.
ໂອກາດດັ່ງກ່າວ, ທ່ານ ສຸດທິພົງ ວົງໄຊຍາ ຍັງໄດ້ຮຽກຮ້ອງມາຍັງຄະນະກຳມະການ ແລະ ຜູ້ແທນເຂົ້າຮ່ວມ ເອົາໃຈໃສ່ປະກອບຄຳເຫັນຢ່າງສ້າງສັນ ແລະ ຮັບຜິດຊອບສູງໃນ 6 ຈຸດສຳຄັນ ຄື: ກວດກາຫົວຂໍ້ກາຍເວລາ ໂດຍໃຫ້ກວດກາຄືນຫົວຂໍ້ທີ່ສິ້ນສຸດໄລຍະເວລາສັນຍາແລ້ວ ແຕ່ຍັງບໍ່ສາມາດປິດໄດ້ ຫຼື ປະຕິບັດຫຼ້າຊ້າກວ່າບົດຄົ້ນຄວ້າ; ປະເມີນຄວາມເປັນໄປໄດ້ ໃນການກວດກາ ແລະ ປະເມີນວ່າຖ້າຕໍ່ສັນຍາແລ້ວ ຫົວຂໍ້ດັ່ງກ່າວຈະສາມາດສຳເລັດຕາມແຜນທີ່ກຳນົດໄວ້ໄດ້ຫຼືບໍ່; ເນັ້ນໃສ່ຜົນໄດ້ຮັບຕົວຈິງ ການປະເມີນຜົນງານຕົວຈິງ ເຊັ່ນ: ການຕີພິມລົງວາລະສານພາຍໃນ-ສາກົນ, ການຈົດຊັບສິນທາງປັນຍາ, ປຶ້ມວິຊາການ ແລະ ການກໍ່ສ້າງບຸກຄະລາກອນລະດັບ ປະລິນຍາຕີ, ໂທ ແລະ ເອກ; ກຳນົດມາດຕະການຊັດເຈນ ສະເໜີໃຫ້ມີຄຳເຫັນໂຈະ ຫຼື ປະຕິບັດຕາມສັນຍາກຳນົດ ຖ້າຫົວຂໍ້ບໍ່ສຳເລັດ; ເຮັດບົດບັນທຶກໃຫ້ຄະນະກຳມະການຮ່ວມກັບກອງເລຂາ ເຮັດບົດບັນທຶກກັບຫົວໜ້າຫົວຂໍ້ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ; ນຳໃຊ້ແບບພິມມາດຕະຖານ ເຊິ່ງການປະເມີນຄັ້ງນີ້ໄດ້ນຳໃຊ້ແບບພິມ 8, 9 ແລະ 10 ໃນການຕິດຕາມ-ກວດກາ.
ສຳລັບກອງປະຊຸມແມ່ນດຳເນີນເປັນເວລາ 2 ວັນ ລະຫວ່າງວັນທີ 6-7 ສິງຫາ 2026, ເຊິ່ງຄະນະກຳມະການໄດ້ຮ່ວມກັນປະເມີນຫົວຂໍ້ຄົ້ນຄວ້າໃນຂົງເຂດວິທະຍາສາດຊີວະພາບ ຈຳນວນ 8 ຫົວຂໍ້ ແລະ ວິທະຍາສາດເສດຖະກິດ ຈຳນວນ 6 ຫົວຂໍ້.
ພາບ-ຂ່າວໂດຍ: ການຈະນາ

ຂ່າວທີ່ກ່ຽວຂ້ອງ



ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ

ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026

ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026

ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026

ເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ

ກວຮ ຮ່ວມກັບ 3 ພາກສ່ວນ ຫາລືນະໂຍບາຍ ແລະ ເພີ່ມທະວີການພັດທະນາການສຶກສາກ່ອນໄວຮຽນ

ຄະນະຜູ້ແທນ ສສກ ເຂົ້າຮ່ວມກອງປະຊຸມການພັດທະນາວຽກງານອາຊີວະສຶກສາໂລກ ປະຈຳປີ 2026 ທີ່ສປ ຈີນ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ລົງຢ້ຽມຢາມແລະ ມອບອຸປະກອນການສຶກສາ ໃຫ້ໂຮງຮຽນປະຖົມສົມບູນ ບ້ານແສນລາດ