ແຂວງສາລະວັນ ສອບເສັງຈົບຫຼັກສູດການຝຶກອົບຮົມພາສາຫວຽດນາມ ລະບົບ 6 ເດືອນ ລະດັບ B ປະຈຳປີ 2026

ໃນຕອນເຊົ້າຂອງວັນທີ 13 ສິງຫາ 2026 ນີ້, ສູນພາສາຫວຽດນາມ ແຂວງສາລະວັນ ໄດ້ຈັດການສອບເສັງຈົບຫຼັກສູດການຝຶກອົບຮົມພາສາຫວຽດນາມ ລະບົບ 6 ເດືອນ ລະດັບ B ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ໄພວັນ ແສງອຳພັນ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ແລະ ທ່ານ ນາງ ວິພາວັນ ສຸດທິຈັກ ຫົວໜ້າສູນພາສາຫວຽດນາມ, ມີບັນດາຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ນາງ ວິພາວັນ ສຸດທິຈັກ ຫົວໜ້າສູນພາສາຫວຽດນາມ ໄດ້ລາຍງານຜົນສຳເລັດການຈັດຕັ້ງຮຽນ-ການສອນ ຫຼັກສູດພາສາຫວຽດນາມ ລະບົບ 6 ເດືອນ ລະດັບ B ປະຈຳປີ 2026. ຫຼັກສູດດັ່ງກ່າວ ມີພະນັກງານ-ຄົ້ນຄວ້າ ຈາກບັນດາພະແນກການ ແລະ ອົງການທຽບເທົ່າພາຍໃນແຂວງ ເຂົ້າຮ່ວມຮຽນ ທັງໝົດ 11 ຄົນ, ຍິງ 3 ຄົນ. ເຊິ່ງໄດ້ເລີ່ມດຳເນີນການຮຽນ-ການສອນ ມາແຕ່ວັນທີ 17 ກຸມພາ ຫາ ວັນທີ 14 ສິງຫາ 2026. ຕະຫຼອດໄລຍະ 6 ເດືອນ ທີ່ຜ່ານມາ, ນັກສຶກສາທຸກຄົນໄດ້ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ເຂົ້າຮ່ວມກິດຈະກຳຕ່າງໆ ຕາມລະບຽບຂອງສູນຢ່າງປະຕິບັດຕົນໄດ້ດີ ແລະ ມີຄວາມຮັບຜິດຊອບສູງ.
ໃນຕອນທ້າຍ, ພິທີໄດ້ດຳເນີນການສອບເສັງຈົບຫຼັກສູດຢ່າງເປັນທາງການ ເຊິ່ງການຈັດຝຶກອົບຮົມ ແລະ ສອບເສັງໃນຄັ້ງນີ້ ມີຈຸດປະສົງເພື່ອເສີມສ້າງຄວາມຮູ້-ຄວາມສາມາດດ້ານພາສາຫວຽດນາມ ໃຫ້ແກ່ພະນັກງານ-ອາຈານ, ສ້າງໂອກາດໃນການແລກປ່ຽນຄວາມຮູ້, ເສີມສ້າງການຮ່ວມມື ແລະ ຄວາມສຳພັນອັນດີງາມ ລະຫວ່າງແຂວງສາລະວັນ ກັບບັນດາແຂວງຕ່າງໆ ຂອງ ສສ ຫວຽດນາມ ໃນດ້ານການສຶກສາ ແລະ ການພັດທະນາບຸກຄະລາກອນໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຍິ່ງໆຂຶ້ນ.
ຂ່າວ: ແກ້ວອຸດອນ
ພາບ: ສ.ພະຈັນ

