ມອບ-ຮັບໜ້າທີ່ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ຜູ້ເກົ່າ ແລະ ຜູ້ໃໝ່
14/08/2026

ໃນຕອນບ່າຍວັນທີ 13 ສິງຫາ 2026, ສະຖາບັນກິລາ-ກາຍຍະກຳ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີມອບ-ຮັບໜ້າທີ່ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ທີ່ຫ້ອງປະຊຸມຂອງສະຖາບັນດັ່ງກ່າວ ລະຫວ່າງ ທ່ານ ກິ່ງລັດຕະນະ ທອງສະໝຸດ ວ່າການແທນຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ (ຜູ້ເກົ່າ) ແລະ ທ່ານ ປອ ຈັນທະວົງ ປັນຍາສິຣິ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ (ຜູ້ໃໝ່), ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ແລະ ເປັນປະທານຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກວາທິການ ແລະ ກິລາ, ພ້ອມທັງເປັນຜູ້ຊີ້ນໍາວຽກງານກິລາ-ກາຍຍະກຳພ້ອມດ້ວຍຫົວໜ້າຫ້ອງການ, ຫົວໜ້າກົມ, ຄະນະນຳກະຊວງ, ຕາງໜ້າກົມຈັດຕັ້ງ, ສະຫະພັນກິລາ, ຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ພະນັກງານ-ຄູອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ໄດ້ມີການຜ່ານດໍາລັດວ່າດ້ວຍການແຕ່ງຕັ້ງ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ຂອງນາຍົກລັດຖະມົນຕີອອກດຳລັດ ແຕ່ງຕັ້ງ ທ່ານ ປອ ຈັນທະວົງ ປັນຍາສິລິ ເປັນຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ກະຊວງສຶກສາທິການ ແລະ ກິລາ; ຜ່ານມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ສະຖາບັນກິລາ-ກາຍຍະກຳ, ຄະນະປະຈຳພັກກະຊວງສຶກສາທິການ ແລະ ກິລາ ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ປອ ຈັນທະວົງ ປັນຍາສີລິ ເປັນເລຂາຄະນະພັກຮາກຖານ, ສະຫາຍ ກິ່ງລັດຕະນະ ທອງສະໝຸດ ເປັນຮອງເລຂາ, ສະຫາຍ ປອ ສອນເພັດ ຈັນດານຸວົງ, ສະຫາຍ ວັນໄຊ ອຸດົມຜົນ ແລະ ສະຫາຍ ສົມອົງ ອິນທະວົງ ເປັນຄະນະ.
ທ່ານ ກິ່ງລັດຕະນະ ທອງສະໝຸດ ໄດ້ຜ່ານບົດສະຫຼຸບການນໍາຈັດຕັ້ງປະຕິບັດວຽກງານສະຖາບັນກິລາ-ກາຍຍະກຳ ໃນໄລຍະຜ່ານມາ ແລະ ແຜນວຽກຈຸດສຸມ ໃນປີ 2026-2027 ໂດຍໄດ້ສັງລວມຕີລາຄາຜົນງານໄລຍະຜ່ານມາ, ເຊິ່ງຕະຫຼອດໄລຍະຜ່ານມາ ສະຖາບັນກິລາ-ກາຍຍະກຳ ໄດ້ປະຕິບັດພາລະບົດບາດຢ່າງຫ້າວຫັນ ທັງດ້ານການບໍລິຫານ, ການຮຽນ-ການສອນ, ການສ້າງບຸກຄະລາກອນ ແລະ ການນຳໃຊ້ລະບົບອອນລາຍ ເຂົ້າໃນການສິດສອນ. ພ້ອມດຽວກັນ, ກໍໄດ້ກຳນົດທິດທາງແຜນວຽກຈຸດສຸມ ສົກປີ 2026-2027 ເພື່ອສືບຕໍ່ພັດທະນາຫຼັກສູດ, ປັບປຸງພື້ນຖານໂຄງລ່າງ ແລະ ຍົກລະດັບຄຸນນະພາບການສຶກສາ.
ໃນໂອກາດດັ່ງກ່າວ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ໃຫ້ກຽດໂອ້ລົມ ແລະ ມີຄຳເຫັນຊີ້ນຳວຽກງານຂອງສະສະຖາບັນກິລາ-ກາຍະກຳ ໂດຍໄດ້ເນັ້ນໜັກໃຫ້ສະຖາບັນກິລາ-ກາຍຍະກຳ ເອົາໃຈໃສ່ 5 ທິດທາງສຳຄັນ ຄື: ຄວາມຈຳເປັນໃນການປັບປຸງວຽກງານກິລາ ຍັງມີສິ່ງທ້າທາຍ ເຖິງວ່າກິລາຮຸ່ນເຍົາວະຊົນ (14-16 ປີ) ຈະເຮັດໄດ້ດີ, ແຕ່ຮຸ່ນອາຍຸ 19-23 ປີ ຍັງບໍ່ບັນລຸຕາມຄາດໝາຍ ແລະ ອັນດັບກິລາຂອງລາວໃນອາຊຽນຫຼຸດລົງ, ທິດທາງປັບປຸງ ຕ້ອງຮີບຮ້ອນປັບປຸງກົນໄກການບໍລິຫານ, ວິທີເຮັດວຽກໃຫ້ເປັນມືອາຊີບ, ບໍ່ຊ້ຳຊ້ອນ, ພ້ອມທັງກຳນົດ “ປະເພດກິລາ”; ທິດທາງ ແລະ ພາລະບົດບາດຂອງສະຖາບັນກິລາ-ກາຍຍະກຳ ເປັນເປັນສູນກາງຫຼັກ ໃນການສ້າງສະຖາບັນໃຫ້ເປັນໃຈກາງລວມສູນໃນການກໍ່ສ້າງ, ບຳລຸງ, ຄົ້ນຄວ້າ ວິທະຍາສາດການກິລາ ແລະ ພັດທະນານັກກິລາພອນສະຫວັນ, ເນັ້ນກິລາເປັນອາຊີບ ເອົາກິລາເປັນຫຼັກຄືກັບວິຊາສະເພາະ ໂດຍຮຽນຮູ້ຈາກຕ່າງປະເທດ, ເສີມຄວາມຮູ້ວິທະຍາສາດ ແລະ ພາສາຕ່າງປະເທດ, ມາດຕະຖານ ແລະ ການເຊື່ອມໂຍງ ເປັນສູນຝຶກອົບຮົມ ແລະ ເຂົ້າຄ້າຍນັກກິລາທີມຊາດທີ່ມີມາດຕະຖານ; ການນຳໃຊ້ນະວັດຕະກຳ ແລະ ວິທະຍາສາດການກິລາ ຕ້ອງມີການຫັນປ່ຽນວິທີຝຶກຊ້ອມ ຫຼຸດຜ່ອນການໃຊ້ແຕ່ກຳລັງກາຍ, ໂດຍນຳເອົາວິທະຍາສາດ, ເທັກໂນໂລຊີ, AI, ດິຈິຕອນ ແລະ ເທັກນິກສະເພາະຕົວເຂົ້າສະໜັບສະໜູນ, ສ້າງພື້ນຖານໂຄງລ່າງ ຄົ້ນຄວ້າສ້າງຫ້ອງສະໝຸດ, ຫ້ອງທົດລອງ ແລະ ສະໜາມຝຶກຊ້ອມໃນເນື້ອທີ່ຂອງສະຖາບັນ; ວຽກງານຍຸດທະສາດ ແລະ ແຜນການຈຸດສຸມທີ່ຄວນເອົາໃຈໃສ ໃນແຜນຍຸດທະສາດ ກໍໃຫ້ຮີບຮ້ອນສຸມໃສ່ເຮັດແຜນພັດທະນາສະຖາບັນໃຫ້ເກີດຂຶ້ນໃນປີນີ້, ຄົ້ນຄວ້າຍຸດທະສາດການກິລາ 2035 ແລະ ກຽມຄວາມພ້ອມເປັນເຈົ້າພາບ SEA Games 2031 ຕັ້ງແຕ່ດຽວນີ້ ແລະການຮ່ວມມືກໍໃຫ້ຂະຫຍາຍການຮ່ວມມືກັບ ຫວຽດນາມ, ຈີນ, ໄທ, ປະເທດໃນອາຊຽນ ແລະ ບັນດາປະເທດໃຫ້ທຶນ-ອຸປະກອນ. ພ້ອມນັ້ນ, ວຽກງານການຈັດຕັ້ງ, ລະບຽບວິໄນ ແລະ ວຽກງານພັກ ເຮັດວຽກຕ້ອງມີວິໄນ, ຜູ້ບໍລິຫານຕ້ອງມອບວຽກ ແລະ ສະຫຼຸບລາຍງານເປັນ ຖ້າຂາດຄວາມຮັບຜິດຊອບ ຫຼື ເຮັດບໍ່ໄດ້ ແມ່ນຕ້ອງຫຼີກທາງໃຫ້ຜູ້ອື່ນເຮັດ ແລະ ວຽກງານພັກ ເລັ່ງເຮັດແຜນສ້າງໜ່ວຍພັກປອດໄສ, ເຂັ້ມແຂງ, ໜັກແໜ້ນ ແລະ ເສີມສ້າງຄວາມສາມັກຄີພາຍໃຫ້ແໜ້ນແຟ້ນ.
ໂອກາດດຽວກັນນັ້ນ, ທ່ານ ປອ ຈັນທະວົງ ປັນຍາສິຣິ ໄດ້ຂຶ້ນກ່າວຮັບຄໍາໂອວາດ ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ຄວາມໄວ້ວາງໃຈຂອງຂັ້ນເທິງ ແລະ ໃຫ້ຄຳໝັ້ນສັນຍາວ່າຈະເຊີດຊູຄວາມຮັບຜິດຊອບ, ເສີມຂະຫຍາຍຄວາມສາມັກຄີ, ຜັນຂະຫຍາຍຄຳຊີ້ນຳເປັນແຜນງານຕົວຈິງ ເພື່ອຍົກລະດັບຄຸນນະພາບການຮຽນ-ການສອນ ແລະ ການພັດທະນາກິລາ-ກາຍຍະກຳໃຫ້ໄດ້ມາດຕະຖານ.
ໃນຕອນທ້າຍຂອງພິທີ, ຄະນະນຳ, ແຂກຜູ້ມີກຽດ ແລະ ພະນັກງານ-ຄູອາຈານ ໄດ້ຮ່ວມກັນປູກຕົ້ນໄມ້ ແລະ ຖ່າຍຮູບເປັນທີ່ລະນຶກຢູ່ທີ່ ສູນວິທະຍາສາດການກິລາ ເພື່ອບັນທຶກເຫດການປະຫວັດສາດອັນສຳຄັນຂອງສະຖາບັນ.
ພາບ-ຂ່າວ: ບົວລະພາ















