Skip to main content

ໄຊສົມບູນ ເປີດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງ ປະຈຳສົກຮຽນ 2025-2026

ໃນລະຫວ່າງ ວັນທີ 17-18 ສິງຫານີ້, ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງ ປະຈຳສົກຮຽນ 2025-2026 ທີ່ຫ້ອງປະຊຸມຂອງພະແນກດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ນາງ ເພັດສະໄໝ ໂພໄຊຍະວົງ ຮອງປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ, ມີ ທ່ານ ພຸດລໍາໄພ ທຽມພຣະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ບັນດາເມືອງ ຕະຫຼອດຮອດອໍານວຍການໂຮງຮຽນ ທົ່ວແຂວງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ພຸດລໍາໄພ ທຽມພຣະສອນ ໄດ້ຜ່ານບົດສະຫຼຸບແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາສົກຮຽນ 2025-2026 ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດ 12 ຄາດໝາຍສູ້ຊົນ ສາມາດປະຕິບັດໄດ້ 8 ຄາດໝາຍ ເປັນຕົ້ນ ອັດຕາເຂົ້າຮຽນຂອງເດັກ 5 ປີ ຄາດໝາຍ 86,9 % ປະຕິບັດໄດ້ 88,5%, ອັດຕາປະລະຂອງນັກຮຽນຊັ້ນປະຖົມສຶກສາ ຄາດໝາຍ 6,3 % ປະຕິບັດໄດ້ 6,2 %, ອັດຕາເລື່ອນຊັ້ນຂອງນັກຮຽນຈົບ ປ.5 ຂຶ້ນ ມ.1 ທຽບນັກຮຽນຕົ້ນປີ ປ.5 ຄາດໝາຍ 86,5 % ປະຕິບັດໄດ້ 97,2 %, ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນຕົ້ນ ຄາດໝາຍ 83,8 % ປະຕິບັດໄດ້ 86%, ຄູປະຈໍາການ ແລະ ຜູ້ເຮັດວຽກສຶກສານິເທດທຸກຊັ້ນ ໄດ້ຮັບການຝຶກອົບຮົມ ແລະ ພັດທະນາວິຊາຊີບແບບຕໍ່ເນື່ອງ ໃຫ້ໄດ້ 20 % ປະຕິບັດໄດ້ 21,38 %, ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນ ໄດ້ບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບ ໃຫ້ 100 ຄົນ ປະຕິບັດໄດ້ 460 ຄົນ, ຈໍານວນນັກສຶກສາທີ່ຈົບອາຊີວະສຶກສາ ແລະ ອົບຮົມວິຊາຊີບ ຕາມຫຼັກສູດທາງການໃນແຕ່ລະປີ ໃຫ້ໄດ້ 100 ຄົນ ປະຕິບັດໄດ້ 389 ຄົນ ແລະ ຈໍານວນກໍາມະການຕັດສິນກິລາປະເພດຕ່າງໆ ຂັ້ນພື້ນຖານ ໃຫ້ໄດ້ 30 ຄົນ ແລະ ສາມາດປະຕິບັດໄດ້ 35 ຄົນ.
ຈາກນັ້ນບັນດາເມືອງທີ່ເຂົ້າຮ່ວມ ໄດ້ຜັດປ່ຽນກັນລາຍງານການຈັດຕັ້ງປະຕິບັດວຽກງານການສຶກສາ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ກອງປະຊຸມໄດ້ຮັບຊາບ ພ້ອມທັງປະກອບຄໍາຄິດ-ຄໍາເຫັນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ເພື່ອຊອກຫາວິທີແກ້ໄຂຂໍ້ຫຍຸ້ງຍາກ, ຈຸດອ່ອນ-ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ທີ່ຍັງບໍ່ທັນບັນລຸຕາມຄາດໝາຍ ໃຫ້ຖືກຕ້ອງສອດຄ່ອງຕາມສະພາບຄວາມເປັນຈິງ ເຂົ້າໃນການກຳນົດທິດທາງແຜນການ ແລະ ຄາດໝາຍສູ້ຊົນ ໃນຂົງເຂດການສຶກສາ, ວິທະຍາສາດ ແລະ ກິລາ ຢູ່ແຂວງໄຊສົມບູນ ໃນຕໍໍ່ໜ້າ ໃຫ້ບັນລຸຄາດໝາຍຕາມແຜນການທີ່ວາງໄວ້. ພ້ອມນີ້ ກໍໄດ້ມີພິທີມອບໃບຍ້ອງຍໍ ແລະ ປະດັບຫຼຽນກາລະນຶກ ໃຫ້ບຸກຄົນທີ່ມີຜົນງານດີເດັ່ນ ແລະ ມອບໃບຍ້ອງຍໍ ໃຫ້ກົມກອງທີ່ມີຜົນງານດີເດັ່ນ ຕື່ມອີກ.
ໂອກາດດັ່ງກ່າວ, ທ່ານ ນາງ ເພັດສະໄໝ ໂພໄຊຍະວົງ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດເປັນກົກ ພ້ອມທັງກໍາສະພາບແນວຄິດຂອງພະນັກງານ-ສະມາຊິກພັກ ທີ່ຂຶ້ນກັບການຄຸ້ມຄອງຂອງຕົນ ໃຫ້ໄດ້ຢ່າງເລິກເຊິ່ງ ຖ້າເຫັນວ່າມີພຶດຕິກໍາທີ່ບໍ່ເໝາະສົມ ແມ່ນໃຫ້ຮີບຮ້ອນແກ້ໄຂໃຫ້ທັນການ, ເອົາໃຈໃສ່ລົງຝຶກອົບຮົມພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໂດຍເນັ້ນໃສ່ການນໍາໃຊ້ຫຼັກສູດໃໝ່, ທັກສະການສິດສອນ ແລະ ການປະເມີນນັກຮຽນ ໂດຍຫັນປ່ຽນວິທີການຮຽນ-ການສອນ ໃຫ້ສອດຄ່ອງກັບຍຸກສະໄໝ, ລົງຕິດຕາມຊຸກຍູ້ຢ່າງໃກ້ຊິດ ໃຫ້ແຕ່ລະໂຮງຮຽນເປີດການສອນບໍາລຸງ ໃຫ້ແກ່ນັກຮຽນທີ່ມີຜົນການຮຽນຕໍ່າ, ສົມທົບກັບການຈັດຕັ້ງບ້ານ, ສະມາຄົມພໍ່ແມ່ຜູ້ປົກຄອງນັກຮຽນ ໃນການລົງຊຸກຍູ້, ປຸກລະດົມ ແລະ ສ້າງຈິດສຳນຶກ ເພື່ອດຶງດູດເອົາລູກຫຼານເຂົ້າຮຽນໃຫ້ຫຼາຍຂຶ້ນ ແລະ ຫຼຸດຜ່ອນອັດຕາການປະລະການຮຽນ ໃຫ້ຢູ່ໃນລະດັບຕໍ່າ ພ້ອມທັງ ຫັນເອົາມາດຕະການຕ່າງໆ ມາກໍານົດເປັນແຜນວຽກລະອຽດ ໂດຍປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ເພື່ອຕິດຕາມ, ຊຸກຍູ້ ແລະ ຊ່ວຍເຫຼືອ ຄູ-ອາຈານ ປະຕິບັດໜ້າທີ່ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອພ້ອມກັນຈັດຕັ້ງປະຕິບັດວຽກງານການສຶກສາໃນຕໍ່ໜ້າ ໃຫ້ໄດ້ຮັບການພັດທະນາດີຂຶ້ນກວ່າເກົ່າ.
ພາບ-ຂ່າວ: ຟອງ ນໍນິນທາ