Skip to main content

ຄະນະບໍລິຫານງານຊາວໜຸ່ມ ສສກ ສືບຕໍ່ຈັດຕັ້ງປະຕິບັດໂຄງການ “ອາສາສະໝັກຕະລຸມບອນ” ສິດສອນນັກຮຽນເຂດຫ່າງໄກສອກຫຼີກ 8 ເມືອງເປົ້າໝາຍ ປະຈຳປີ 2026

20/08/2026
ທ່ານ ປອ ຈັນທະວົງ ປັນຍາສິຣິ ເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຄະນະພັກກະຊວງ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະ ກິລາ ທັງເປັນຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ໄດ້ລາຍງານຕໍ່ກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວປະເທດ ປະຈຳສົກຮຽນ 2025-2026 ເມື່ອວັນທີ 19 ສິງຫາ 2026 ທີ່ຫ້ອງປະຊຸມໃຫຍ່ມະຫາວິທະຍາໄລສຸພານຸວົງ ໃຫ້ຮູ້ວ່າ: ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງສຶກສາທິການ ແລະ ກິລາ (ຄຊປປລ ສສກ) ຮ່ວມກັບ ກົມອົບຮົມ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ດຳເນີນການຈັດຕັ້ງປະຕິບັດໂຄງການ “ອາສາສະໝັກຕະລຸມບອນບຳລຸງນັກຮຽນ ຢູ່ເຂດຫ່າງໄກສອກຫຼີກ ເມືອງຈຸດສຸມພັດທະນາ ຂອງຂະແໜງການສຶກສາ ແລະ ກິລາ ແລະ ນໍານ້ອງຄືນສູ່ໂຮງຮຽນ” ປະຈຳປີ 2026 ເພື່ອຊ່ວຍເຫຼືອ ແລະ ຍົກລະດັບຄຸນນະພາບການສຶກສາໃຫ້ເດັກນ້ອຍໃນເຂດຊົນນະບົດ ໄລຍະພັກແລ້ງ ປະຈຳສົກຮຽນ 2025-2026.
ໂຄງການດັ່ງກ່າວ ຈັດຂຶ້ນໂດຍອີງໃສ່ຂໍ້ຕົກລົງ ສະບັບເລກທີ 2977/ສສກ ແລະ ບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ກະຊວງສຶກສາທິການ ແລະ ກິລາ. ເນື່ອງຈາກປັດຈຸບັນ ການພັດທະນາການສຶກສາຍັງມີຄວາມແຕກໂຕນກັນ ລະຫວ່າງຕົວເມືອງ ແລະ ຊົນນະບົດ, ອັດຕາການເຂົ້າຮຽນຂອງເດັກ 5 ປີ ມີທ່າອ່ຽງຫຼຸດລົງ ແລະ ອັດຕາການປະລະການຮຽນຂອງນັກຮຽນຊັ້ນປະຖົມເພີ່ມຂຶ້ນ. ຄະນະນໍາ ກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ກຳນົດ 40 ເມືອງ ເປັນເມືອງດ້ອຍໂອກາດທາງດ້ານການສຶກສາ ແລະ ໄດ້ສືບຕໍ່ຂະຫຍາຍຜົນສຳເລັດຈາກໂຄງການອ້າຍເອື້ອຍສອນນ້ອງ ໃນໄລຍະຜ່ານມາ ເພື່ອສົ່ງເສີມຈິດອາສາ ແລະ ຫຼຸດຜ່ອນຄວາມແຕກໂຕນດ້ານການສຶກສາຢ່າງຮີບດ່ວນ ເຊິ່ງໃນສົກປີ 2026 ນີ້, ໂຄງການໄດ້ເລືອກເອົາ 8 ເມືອງເປົ້າໝາຍ ໃນ 8 ແຂວງ, ຄອບຄຸມໂຮງຮຽນປະຖົມສົມບູນ 32 ແຫ່ງ, ໂດຍມີທີມງານອາສາສະໝັກເຂົ້າຮ່ວມ ທັງໝົດ 96 ຄົນ (ອາສາສະໝັກຂັ້ນສູນກາງ 64 ຄົນ ຈາກການຄັດເລືອກຜູ້ສະໝັກ 96 ຄົນ ໃນສັງກັດມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລສ້າງຄູ ແລະ ສະຖາບັນການສຶກສາຕ່າງໆ, ຮ່ວມກັບ ອາສາສະໝັກຂັ້ນທ້ອງຖິ່ນ 32 ຄົນ) ໂດຍເຂດເປົ້າໝາຍໃນການລົງປະຕິບັດງານ ປະກອບມີ: ເມືອງລອງ ແຂວງຫຼວງນ້ຳທາ ໂຮງຮຽນປະຖົມ 4 ແຫ່ງ, ນັກຮຽນ 360 ຄົນ ຍິງ 171 ຄົນ; ເມືອງສົບເບົາ ແຂວງຫົວພັນ ໂຮງຮຽນປະຖົມ 4 ແຫ່ງ, ນັກຮຽນ 262 ຄົນ ຍິງ 128 ຄົນ; ເມືອງຜາໄຊ ແຂວງຊຽງຂວາງ ໂຮງຮຽນປະຖົມ 4 ແຫ່ງ, ນັກຮຽນ 190 ຄົນ ຍິງ 112 ຄົນ; ເມືອງປາກອູ ແຂວງຫຼວງພະບາງ ໂຮງຮຽນປະຖົມ 4 ແຫ່ງ, ນັກຮຽນ 197 ຄົນ ຍິງ 95 ຄົນ; ເມືອງນາກາຍ ແຂວງຄຳມ່ວນ ໂຮງຮຽນປະຖົມ 4 ແຫ່ງ, ນັກຮຽນ 145 ຄົນ ຍິງ 55 ຄົນ; ເມືອງພິນ ແຂວງສະຫວັນນະເຂດ ໂຮງຮຽນປະຖົມ 4 ແຫ່ງ, ນັກຮຽນ 241 ຄົນ ຍິງ 113 ຄົນ; ເມືອງຕະໂອ້ຍ ແຂວງສາລະວັນ ໂຮງຮຽນປະຖົມ 4 ແຫ່ງ, ນັກຮຽນ 330 ຄົນ ຍິງ 192 ຄົນ; ເມືອງໂຂງ ແຂວງຈຳປາສັກ ໂຮງຮຽນປະຖົມ 4 ແຫ່ງ, ນັກຮຽນ 281 ຄົນ ຍິງ 171 ຄົນ.
ກ່ອນການລົງປະຈຳການ, ອາສາສະໝັກທັງໝົດໄດ້ຜ່ານການຝຶກອົບຮົມຫຼັກສູດການສອນ ວິຊາພາສາລາວ, ຄະນິດສາດ ແລະ ວິທະຍາສາດ ສຳລັບຊັ້ນ ປ.3, ປ.4 ແລະ ປ.5. ພິທີເປີດໂຄງການໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນບ່າຍວັນທີ 6 ກໍລະກົດ 2026 ທີ່ມະຫາວິທະຍາໄລແຫ່ງຊາດ ແລະ ໄດ້ເລີ່ມດຳເນີນການຮຽນ-ການສອນຕົວຈິງ ໃນລະຫວ່າງ ວັນທີ 13 ກໍລະກົດ ຫາ 13 ສິງຫາ 2026.
ໂຄງການນີ້ໄດ້ຮັບການສະໜັບສະໜູນງົບປະມານລວມທັງໝົດ 949,931,000 ກີບ ໂດຍເປັນການສົມທົບງົບປະມານ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ຈຳນວນ 449,931,000 ກີບ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈຳນວນ 500,000,000 ກີບ ເພື່ອຮັບປະກັນການດຳເນີນກິດຈະກຳ, ສື່ການຮຽນ-ການສອນ, ການຝຶກອົບຮົມ, ແລະ ເບ້ຍລ້ຽງອາສາສະໝັກ.
ທ່ານ ປອ ຈັນທະວົງ ປັນຍາສິຣິ ກ່າວໃຫ້ຮູ້ຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດ, ໂຄງການສາມາດດຶງດູດເດັກນ້ອຍໃນເກນອາຍຸເຂົ້າຮ່ວມຮຽນໄດ້ຢ່າງພ້ອມພຽງ. ນັກຮຽນສ່ວນໃຫຍ່ ມີຄວາມຕື່ນຕົວ, ກ້າສະແດງອອກ ແລະ ມີພັດທະນາການດ້ານການຟັງ, ການເວົ້າ, ການອ່ານ, ການຂຽນ ແລະ ການຄິດໄລ່ເລກພື້ນຖານ ດີຂຶ້ນຢ່າງເຫັນໄດ້ຊັດເຈນ ກ່ອນເປີດສົກຮຽນໃໝ່. ຫຼັງຈາກສຳເລັດການລົງຮັບອາສາສະໝັກກັບຄືນ ໃນລະຫວ່າງວັນທີ 17-21 ສິງຫາ 2026, ຄະນະຮັບຜິດຊອບໂຄງການ ມີແຜນຈະຈັດກອງປະຊຸມສະຫຼຸບຜົນງານ ແລະ ມອບໃບຍ້ອງຍໍໃຫ້ແກ່ອາສາສະໝັກ, ບຸກຄົນ ແລະ ອົງການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນໄລຍະເດືອນກັນຍາ 2026 ນີ້ ເພື່ອເປັນການຊຸກຍູ້ກຳລັງໃຈ ແລະ ຖອດຖອນບົດຮຽນ ມາປັບປຸງການດຳເນີນງານໃນຕໍ່ໜ້າໃຫ້ມີປະສິດທິພາບຍິ່ງຂຶ້ນ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງທຸກພາກສ່ວນ ທີ່ໄດ້ໃຫ້ການຊຸກຍູ້ ແລະ ສະໜັບສະໜູນ ບໍ່ວ່າຈະເປັນອຸປະກອນ, ສື່ການຮຽນ-ການສອນ ແລະ ງົບປະມານ. ພິເສດ, ຂໍສະແດງຄວາມຮູ້ບຸນຄຸນຢ່າງສູງ ມາຍັງການນຳກະຊວງສຶກສາທິການ ແລະ ກິລາ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍ ອຳນາດການປົກຄອງ 8 ເມືອງ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ໃຫ້ການຮ່ວມມືຢ່າງໃກ້ຊິດ ເຮັດໃຫ້ໂຄງການດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີບັນຍາກາດຟົດຟື້ນ ແລະ ມີຜົນສໍາເລັດຢ່າງຈົບງາມ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ