Skip to main content

ແຂວງສາລະວັນ ໄຂສົກຮຽນໃໝ່ 2026-2027 ເອກະພາບທົ່ວປະເທດ

ວັນທີ 1 ກັນຍາ 2026 ນີ້, ແຂວງສາລະວັນ ໄຂສົກຮຽນໃຫມ່ 2026-2027 ໄດ້ຈັດຂຶ້ນທີ່ສະໂມສອນແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງສາລະວັນ, ມີທ່ານ ແຫວນເພັດ ລັດດາວົງ ຄະນະປະຈຳພັກແຂວງ, ຮອງປະທານຄະນະກໍາມະການປົກຄອງແຂວງ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ແລະ ທ່ານ ສຸນີ ນາມມະບົວລີ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຜູ້ບໍລິຫານການສຶກສາຂັ້ນແຂວງ ແລະ ຂັ້ນເມືອງ ພ້ອມດ້ວຍພະນັກງານຄູ-ອາຈານ, ນ້ອງນັກຮຽນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ປະເດີມພອນ ສົນທະນີ ໄດ້ມີຄໍາເຫັນ ແລະ ກ່າວໄຂສົກຮຽນໃຫມ່ 2026-2027 ຢ່າງເປັນທາງການ, ເຊິ່ງທ່ານໄດ້ກ່າວວ່າ: ຍາມໃດລັດຖະບານກໍຖືເອົາວຽກງານການສຶກສາ ເປັນວຽກທີ່ສຳຄັນເອົາວຽກງານການສຶກສາໄປກ່ອນວຽກງານອື່ນກ້າວໜຶ່ງ, ເອົາຄົນເປັນເປົ້າໝາຍເປັນໃຈກາງໃນການພັດທະນາເສດຖະກິດສັງຄົມຂອງຊາດ, ເປັນການພັດທະນາຊັບພະຍາກອນມະນຸດ ສ້າງຄົນໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ, ຮັກຄວາມກ້າວໜ້າ ແລະ ມີວິທະຍາສາດເພື່ອກາຍເປັນກໍາລັງແຮງງານທີ່ມີຄຸນະພາບ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດໃນໄລຍະໃໝ່, ໃນສົກຮຽນຜ່ານມາເຖິງຈະມີຄວາມຫຍຸ້ງຍາກຫຼາຍຢ່າງທີ່ສົ່ງຜົນກະທົບໂດຍກົງຕໍ່ການປະຕິບັດວຽກງານການສຶກສາ ແລະ ກິລາ, ແຕ່ຂະແໜງການສຶກສາ ແລະ ກິລາ ກໍໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ສາມາດປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ມີຜົນສຳເລັດຫຼາຍດ້ານເປັນຕົ້ນ: ໄດ້ປັບປຸງພື້ນຖານໂຄງລ່າງ ຂອງສະຖານການສຶກສາຕ່າງໆ, ສະໜອງອາຫານທ່ຽງໃນໂຮງຮຽນຊັ້ນປະຖົມສຶກສາ, ສະໜອງເງິນອຸດໜູນເບ້ຍລ້ຽງນັກຮຽນ, ນັກສຶກສາ, ໃນສາຍສາມັນສຶກສາ ແລະ ຊົນເຜົ່າ ພ້ອມທັງໄດ້ເອົາໃຈໃສ່ແກ້ໄຂບັນຫາປະລະການຮຽນ ແລະ ການປັບປຸງຄຸນນະພາບການຮຽນ – ການສອນໃນທຸກລະດັບດີຂຶ້ນເປັນກ້າວໆ.
ຈາກນັ້ນໃນພິທີກໍໄດ້ຜ່ານບົດລາຍງານຫຍໍ້ການຈັດຕັ້ງປະຕິບັດວຽກງານການສຶກສາ ແລະ ກິລາ ໃນສົກຮຽນ 2025-2026 ແລະ ທິດທາງແຜນການ 2026-2027, ນອກນັ້ນໄດ້ມີຕາງໜ້າຜູ້ບໍລິຫານການສຶກສາພາຍໃນແຂວງ, ຕາງໜ້າຄູອາຈານ, ຕາງໜ້ານັກຮຽນ ແລະ ຕາງໜ້າຄະນະພັດທະນາການສຶກສາແຂວງ ໄດ້ມີຄໍາເຫັນຕໍ່ວຽກງານການສຶກສາ ໃນມື້ໄຂສົກຮຽນໃໝ່, ໃນໂອກາດດັ່ງກ່າວ ທາງອົງການປົກຄອງແຂວງສາລະວັນ ໄດ້ມອບເງິນຈໍານວນ 50 ລ້ານກີບ ເພື່ອເປັນການຊຸກຍູ້ວຽກງານການສຶກສາ ແລະ ກິລາ ໃຫ້ກັບນັກຮຽນ ທີ່ຮຽນດີຮຽນເກັ່ງຕື່ມອີກ.
ພາບ-ຂ່າວ: ວຽງລະຄອນ ລາຊະເກສີ