ແຂວງຜົ້ງສາລີ ເປີດສົກຮຽນໃໝ່ 2026-2027 ເນັ້ນຍົກສູງຄຸນນະພາບການສຶກສາ ແລະ ເຊື່ອມຊຶມການປັບປຸງຫຼັກສູດໃໝ່

ໃນຕອນເຊົ້າວັນທີ 01 ກັນຍາ 2026 ທີ່ສະໂມສອນເມືອງບຸນເໜືອ, ພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ໄດ້ຈັດພິທີໄຂສົກຮຽນໃໝ່ ປະຈໍາສົກຮຽນ 2026-2027 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອູ່ຄໍາ ຕຸລາພັນ ຮອງປະທານຄະນະກໍາມະການປົກຄອງແຂວງ, ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມຂັ້ນແຂວງ. ມີທ່ານ ຄໍາເພັດ ຈິດປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍຄະນະພະແນກ, ພະແນກການອ້ອມຂ້າງແຂວງ, ປະທານ-ຮອງປະທານຄະນະກຳມະການປົກຄອງເມືອງ, ຫ້ອງການສຶກສາທິການ ແລະ ກິລາເມືອງບຸນເໜືອ, ຄະນະຜູ້ບໍລິຫານການສຶກສາ, ຄະນະອໍານວຍການໂຮງຮຽນພາກລັດ-ເອກະຊົນ, ສະມາຄົມພໍ່ແມ່ຜູ້ປົກຄອງນັກຮຽນ, ຕາງໜ້າຄູ-ອາຈານ ແລະ ນັກຮຽນນັບແຕ່ຊັ້ນປະຖົມສຶກສາ ແລະ ມັດທະຍົມສຶກສາຕອນຕົ້ນ-ຕອນປາຍເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ຄໍາເພັດ ຈິດປັນຍາ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາພະແນກສຶກສາທິການ ແລະ ກິລາແຂວງ ລາຍງານສະພາບຄວາມພ້ອມຮອບດ້ານໃນການເປີດສົກຮຽນໃໝ່ 2026-2027 ທົ່ວແຂວງຜົ້ງສາລີ. ປັດຈຸບັນ, ທົ່ວແຂວງມີໂຮງຮຽນອະນຸບານ 127 ແຫ່ງ, ໂຮງຮຽນປະຖົມສຶກສາ 447 ແຫ່ງ, ມັດທະຍົມສຶກສາຕົ້ນ 33 ແຫ່ງ ແລະ ມັດທະຍົມສຶກສາຕອນປາຍ 19 ແຫ່ງ. ພ້ອມທັງໄດ້ເນັ້ນໃສ່ຄວາມພ້ອມດ້ານດ້ານຫຼັກສູດ, ອາຄານສະຖານທີ່, ບຸກຄະລາກອນວິຊາການ, ການຈັດຮຽນ-ການສອນ ແລະ ການປະສານສົມທົບກັບພາກສ່ວນກ່ຽວຂ້ອງ.
ໃນໂອກາດດຽວກັນ, ປະທານພິທີຍັງໄດ້ມອບລາງວັນ ແລະ ໃບຍ້ອງຍໍ ໃຫ້ແກ່ໂຮງຮຽນ ມສ ເທດສະບານແຂວງ ແລະ ນັກຮຽນເກັ່ງທີ່ສອບເສັງໄດ້ປະກາສະນີຍະບັດແດງ ໃນຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ປະຈໍາສົກຮຽນ 2025-2026 ຈໍານວນ 1 ນ້ອງ, ຍິງ 1 ແລະ ຮອງປະທານກໍາມະການປົກຄອງເມືອງບຸນເໜືອໄດ້ມອບລາງວັນ ແລະ ໃບຍ້ອງໃຫ້ແກ່ນັກຮຽນຊັ້ນປະຖົມສຶກສາທີ່ມີຄະແນນທຸກວິຊາ 9 ຂຶ້ນໄປ ໃນສົກຮຽນ 2025-2026 ຈໍານວນ 5 ນ້ອງ, ຍິງ 5 ນ້ອງ ເພື່ອເປັນແບບຢ່າງ ແລະ ເປັນແຮງບັນດານໃຈໃຫ້ແກ່ນັກຮຽນຮຸ່ນຫຼັງ. ຈາກນັ້ນ, ຕາງໜ້າຄູ-ອາຈານ ແລະ ນ້ອງນັກຮຽນ ກໍໄດ້ຂຶ້ນສະແດງຄວາມຮູ້ສຶກ ແລະ ປະຕິຍານຕົນດ້ວຍຄວາມມຸ່ງໝັ້ນຕໍ່ສົກຮຽນໃໝ່. ໃນໂອກາດດັ່ງກ່າວ, ຍັງໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ຈາກນ້ອງໆນັກຮຽນຢ່າງຄຶກຄື້ນມ່ວນຊື່ນ.
ໂອກາດອັນມີຄວາມໝາຍສໍາຄັນນີ້, ທ່ານ ອູ່ຄໍາ ຕຸລາພັນ ຮອງປະທານຄະນະກໍາມະການປົກຄອງແຂວງ, ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມຂັ້ນແຂວງ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ກ່າວໄຂສົກຮຽນໃໝ່ 2026-2027 ຢ່າງເປັນທາງການ. ພ້ອມທັງເນັ້ນໜັກໃຫ້ຂະແໜງການສຶກສາ ແລະ ກິລາ ເອົາໃຈໃສ່ວຽກງານຈຸດສຸມໃນສົກຮຽນ 206-2027, ໂດຍໃຫ້ຜູ້ບໍລິຫານການສຶກສາທຸກຂັ້ນ, ຄູ-ອາຈານ, ນັກຮຽນ ແລະ ທຸກພາກສ່ວນໃນສັງຄົມ ສຸມໃສ່ຈັດຕັ້ງປະຕິບັດຕາມ 7 ທິດທາງຕົ້ນຕໍ ດັ່ງນີ້: ເພີ່ມທະວີການເຜີຍແຜ່ກົດໝາຍວ່າດ້ວຍສາມັນສຶກສາ ແລະ ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການຄຸ້ມຄອງຄູ ແລະ ນັກຮຽນສາມັນສຶກສາ ໃຫ້ທຸກພາກສ່ວນຮັບຮູ້ ແລະ ປະຕິບັດຢ່າງທົ່ວເຖິງ; ເປັນເຈົ້າການເຜີຍແຜ່ການປ່ຽນແປງລະບົບການສຶກສາສາຍສາມັນ ຈາກ 5+4+3 ເປັນ 6+3+3 ດ້ວຍຫຼາຍຮູບແບບ ເພື່ອກຽມຄວາມພ້ອມຈັດຕັ້ງປະຕິບັດຫຼັກສູດໃໝ່ ໃນສົກຮຽນ 2027-2028; ຄົ້ນຄວ້າ, ວິເຄາະ-ວິໄຈ ຄວາມຕ້ອງການຄູສອນໃນແຕ່ລະຊັ້ນ/ສາຍ ຢ່າງລະອຽດ ເພື່ອກໍານົດວິທີການແກ້ໄຂບັນຫາຄູປະເສີດ ແລະ ຄູຂາດແຄນໃຫ້ຈະແຈ້ງ; ຄູ ແລະ ນັກຮຽນ ຕ້ອງເປັນແບບຢ່າງທີ່ດີ, ຮັກສາຈັນຍາບັນ, ປະຕິບັດຕາມຂໍ້ຫ້າມຢ່າງເຄັ່ງຄັດ, ພັດທະນາຄວາມຮູ້-ຄວາມສາມາດ ແລະ ຄຸນສົມບັດສິນທໍາປະຕິວັດ ເພື່ອຍົກສູງຄຸນນະພາບການຮຽນ-ການສອນ; ຮ່ວມກັນຮັກສາຮີດຄອງປະເພນີອັນດີງາມ, ພ້ອມທັງຄຸ້ມຄອງ ແລະ ປົກປັກຮັກສາອາຄານສະຖານທີ່, ອຸປະກອນການສຶກສາ ໃຫ້ມີຄວາມໝັ້ນຄົງຍາວນານ; ຄະນະພັດທະນາການສຶກສາຂັ້ນບ້ານ, ຊຸມຊົນ ແລະ ຜູ້ປົກຄອງ ຕ້ອງຊຸກຍູ້ເດັກໃນເກນອາຍຸໃຫ້ໄດ້ເຂົ້າຮຽນ ແລະ ຮຽນຈົບສາຍສາມັນສຶກສາ ໂດຍບໍ່ໃຫ້ມີການປະລະການຮຽນ; ໃຫ້ສັງຄົມເປັນເຈົ້າການປຸກລະດົມທຸກພາກສ່ວນປະກອບສ່ວນດ້ານທຶນຮອນ, ວັດຖຸ-ອຸປະກອນ ແລະ ການບູລະນະສ້ອມແປງສະຖານທີ່ ເພື່ອຮ່ວມກັນຍົກລະດັບຄຸນນະພາບການສຶກສາ ແລະ ກິລາ ໃຫ້ດີຂຶ້ນເລື້ອຍໆ.
ພິທີໄດ້ອັດລົງດ້ວຍບັນຍາກາດອັນຟົດຟື້ນ, ເຕັມໄປດ້ວຍຄວາມພາກພູມໃຈ ແລະ ຄວາມພ້ອມຂອງທຸກພາກສ່ວນ ທີ່ຈະຮ່ວມກັນຍົກສູງຄຸນນະພາບການສຶກສາໃຫ້ກ້າວໜ້າ ແລະ ມີຜົນສໍາເລັດຢ່າງໃຫຍ່ຫຼວງກວ່າເກົ່າ.
ຂ່າວ: ຄະນະຮັບຜິດຊອບຂ່າວສານ ສກຂ ຜົ້ງສາລີ
ພາບ: ໄທພອນ ມະນີຈັນ



