ສກຂ ຜົ້ງສາລີ ຈັດພິທີມອບ-ຮັບໜ້າທີ່ ພ້ອມສັບຊ້ອນພະນັກງານໄປປະຕິບັດໜ້າທີ່ຢູ່ຂັ້ນຕາແສງ

ພະແນກສຶກສາທິການ ແລະ ກິລາ ແຂວງຜົ້ງສາລີ (ສກຂ) ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຮອງຫົວໜ້າພະແນກ ແລະ ຫົວໜ້າພະແນກ ພ້ອມທັງມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງສະຖິຕິ-ແຜນການ ແລະ ການຮ່ວມມືຕ່າງປະເທດ ເພື່ອສັບຊ້ອນໄປປະຕິບັດໜ້າທີ່ຢູ່ຂັ້ນຕາແສງ ຕາມມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງຂັ້ນແຂວງ ເພື່ອບັນຈຸເຂົ້າໃນໂຄງປະກອບອົງຄະນະພັກຕາແສງ ສະບັບເລກທີ 390/ຄພຂ, ລົງວັນທີ 21 ກໍລະກົດ 2026.
ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 31 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມຊັ້ນ 2 ຂອງພະແນກສຶກສາທິການ ແລະ ກິລາ ແຂວງຜົ້ງສາລີ ໂດຍການເປັນປະທານຂອງ ທ່ານ ຄໍາເພັດ ຈິດປັນຍາ, ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ; ໂດຍມີບັນດາຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ ແລະ ວິຊາການຂະແໜງການກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ສອນ ທອງປະເສີດ ຄະນະພັກຮາກຖານ, ຮອງຫົວໜ້າພະແນກ ສກຂ ແລະ ທ່ານ ວຽງຄໍາ ດາລາວົງ ຮອງເລຂາໜ່ວຍພັກບໍລິຫານ, ຫົວໜ້າຂະແໜງສະຖິຕິ-ແຜນການ ແລະ ການຮ່ວມມືຕ່າງປະເທດ ໄດ້ຂຶ້ນລາຍງານຜົນການນໍາພາ-ຊີ້ນໍາ ວຽກງານທີ່ຕົນຮັບຜິດຊອບໃນໄລຍະຜ່ານມາ, ບັນຊີສັບສິນຂອງລັດທີ່ປະກອບເຂົ້າໃນການປະຕິບັດໜ້າທີ່, ພ້ອມທັງສະເໜີບັນດາໜ້າວຽກຄົງຄ້າງ ທີ່ຕ້ອງສືບຕໍ່ຈັດຕັ້ງປະຕິບັດ ແລະ ແກ້ໄຂໃນຕໍ່ໜ້າ ໃຫ້ແກ່ຜູ້ຮັບໜ້າທີ່ໃໝ່.
ຈາກນັ້ນ, ໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ສອນ ທອງປະເສີດ ຄະນະພັກຮາກຖານ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານ ຄໍາເພັດ ຈິດປັນຍາ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ລະຫວ່າງ ທ່ານ ວຽງຄໍາ ດາລາວົງ ຮອງເລຂາໜ່ວຍພັກບໍລິຫານ, ຫົວໜ້າຂະແໜງງສະຖິຕິ-ແຜນການ ແລະ ການຮ່ວມມືຕ່າງປະເທດ ແລະ ທ່ານ ສົມຫວັງ ສີສຸເພັດ ຮອງຫົວໜ້າຂະແໜງງສະຖິຕິ-ແຜນການ ແລະ ການຮ່ວມມືຕ່າງປະເທດ ຢ່າງເປັນທາງການ.
ໃນໂອກາດນີ້, ທ່ານປະທານພິທີ ໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ການປະກອບສ່ວນຢ່າງຕັ້ງໜ້າຂອງທັງສອງທ່ານ ໃນໄລຍະຜ່ານມາ ເຊິ່ງຖືເປັນຜົນງານລວມຂອງພະແນກ ສກຂ. ພ້ອມດຽວກັນ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງຄວາມໄວ້ວາງໃຈຈາກການຈັດຕັ້ງ ແລະ ມະຫາຊົນ ທີ່ໄດ້ຄັດເລືອກເອົາພະນັກງານທີ່ມີຄວາມສາມາດ ເພື່ອໄປຮັບໜ້າທີ່ການເມືອງອັນສໍາຄັນຢູ່ຂັ້ນຕາແສງ.
ນອກຈາກນີ້, ທ່ານປະທານ ຍັງໄດ້ເນັ້ນໜັກໃຫ້ຜູ້ມອບ ແລະ ຜູ້ຮັບໜ້າທີ່ ເຊິ່ງລວມທັງທຸກພາກສ່ວນ ເພີ່ມທະວີແນວຄິດການເມືອງຫຼັກໝັ້ນ, ມີຄວາມເຊື່ອໝັ້ນ ແລະ ເປັນແບບຢ່າງນໍາໜ້າ ໃຫ້ແກ່ມະຫາຊົນ ໃນການນໍາພາ-ຊີ້ນໍາ ກໍຄືການປະຕິບັດໜ້າທີ່ວຽກງານວິຊາສະເພາະ; ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີຄວາມປະດິດສ້າງ, ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ໃຫ້ປະກົດຜົນເປັນຮູບປະທໍາ; ຕິດພັນກັບການຕິດຕາມ, ກວດກາ ຢ່າງເປັນເຈົ້າການ ທັງຕາມສາຍຕັ້ງ ແລະ ສາຍຂວາງ ເພື່ອໃຫ້ບັນລຸປະສິດທິຜົນສູງສຸດ.
ຂ່າວໂດຍ: ຄໍາວອນ
ທີມງານຂ່າວສານ: ສກຂ ແຂວງຜົ້ງສາລີ


