ແຂວງວຽງຈັນ ເປີດສົກຮຽນໃໝ່ 2026-2027 ເອກະພາບກັນທົ່ວປະເທດ ພ້ອມສຸມໃສ່ 2 ສ້າງ ແລະ 4 ແຜນງານ ປັບປຸງຄຸນນະພາບການສຶກສາ

ແຂວງວຽງຈັນ ໄດ້ຈັດພິທີເປີດສົກຮຽນໃໝ່ ສົກຮຽນ 2026-2027 ພ້ອມກັນທົ່ວປະເທດຢ່າງເປັນທາງການ ໃນວັນທີ 1 ກັນຍາ 2026 ທີ່ໂຮງຮຽນ ມສ ໂພນໂຮງ ເມືອງໂພນໂຮງ ໂດຍໃຫ້ກຽດເປັນປະທານຂອງທ່ານ ພູວົງ ບຸນຊູ ຮອງເລຂາຄະນະພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ປອ ຄໍາ ຂັນທະວີວອນ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສິງຄໍາ ສີຫາລາດ ຮອງປະທານຄະນະກໍາມະການປົກຄອງເມືອງໂພນໂຮງ ພ້ອມດ້ວຍຄະນະນໍາທຸກຂັ້ນ, ບັນດາຄູອາຈານ, ຄະນະພັດທະນາການສຶກສາ ແລະ ນັກຮຽນເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ, ທ່ານ ປອ ຄໍາ ຂັນທະວີວອນ ໄດ້ກ່າວວ່າ: ການຈັດຕັ້ງການຮຽນສອນ ໄດ້ເລີ່ມເປີດສົກຮຽນໃໝ່, ໂດຍລວມ ແມ່ນວັນທີ 1 ກັນຍາຂອງທຸກໆປີ, ຜູ້ບໍລິຫານການສຶກສາທຸກຂັ້ນ ລວມທັງຜູ້ອໍານວຍການ ແລະ ຄູອາຈານ ໄດ້ເອົາໃຈໃສ່ສ້າງທຸກເງື່ອນໄຂໃນການກະກຽມໄຂສົກຮຽນໃໝ່ຢ່າງມີບັນຍາກາດ ແລະ ເປັນຂະບວນຟົດຟື້ນ. ເພື່ອໃຫ້ເຫັນໄດ້ໃນການຈັດຕັ້ງປະຕິບັດວຽກງານການສຶກສາຢູ່ແຂວງວຽງຈັນ ຈຶ່ງຂໍລາຍງານໂດຍຫຍໍ້ໃນການກະກຽມທຸກເງື່ອນໄຂໃນການເປີດສົກຮຽນໃໝ່ນີ້ ຊຶ່ງທົ່ວແຂວງວຽງຈັນ ມີຜູ້ບໍລິຫານການສຶກສາ ແລະ ຄູສອນ ພາກລັດ-ເອກະຊົນ ທັງໝົດ 5,631 ຄົນ, ຍິງ 3,237 ຄົນ. ໃນນີ້, ມີຄູສອນ ແລະ ຜູ້ອຳນວຍການໂຮງຮຽນ ຈຳນວນ 5,185 ຄົນ, ຍິງ 3,028 ຄົນ, ຜູ້ບໍລິຫານ ແລະ ພະນັກງານ ຫ້ອງການສຶກສາທິການ ແລະ ກິລາເມືອງ, ພະນັກງານ ພະແນກສຶກສາທິການ ແລະ ກິລາແຂວງ ທັງໝົດ 446 ຄົນ, ຍິງ 209 ຄົນ, ມີໂຮງຮຽນທັງໝົດ 700 ແຫ່ງ, ນັກຮຽນທັງໝົດ 104,727 ຄົນ, ຍິງ 51,390 ຄົນ (ມີນັກຮຽນສົງ 230 ອົງ ແລະ ນັກຮຽນສາມັນກິນນອນຊົນເຜົ່າ 666 ຄົນ, ຍິງ 248 ຄົນ).
ພ້ອມກັນນີ້, ທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຍັງໄດ້ກ່າວໃຫ້ຮູ້ອີກວ່າ: ເພື່ອກະກຽມທຸກຢ່າງຕາມແຜ່ນໃຫ້ສຳເລັດຜົນ ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍໂຮງຮຽນທຸກແຫ່ງ ໄດ້ມີຄວາມເປັນເອກະພາບກັນຈັດຕັ້ງປະຕິບັດຫຼາຍຢ່າງ. ໃນນີ້, ໄດ້ເປີດກ້ອງປະຊຸມສະຫຼຸບເອກກະພາບກັບ 7 ພາຄີພັດທະນາການສຶກສາ ຄື: ຕາງໜ້າປົກຄອງເມືອງ, ສະພາ, ແນວລາວ, ຊາວໝຸ່ມ, ແມ່ຍິງ, ປກສ ແລະ ສຶກສາ ເພື່ອກຳນົດແນວທາງເປັນເອກະພາບແຜນການສຶກສາໃນປີສົກຮຽນ 2026-2027 ໃນການປັບປຸງຍົກຄຸນນະພາບການສຶກສາ ດ້ວຍການຍົກສູງຄຸນນະພາບການສອນຂອງຄູ ແລະ ຫຼຸດຜ່ອນອັດຕາການປະລະການຮຽນ ຊຶ່ງໄດ້ກຳນົດເປັນມາດຕະການປະຕິຮູບ ດ້ວຍການກຳນົດອອກມາເປັນທິດນຳ 2 ສ້າງ ຄື: ສ້າງໂຮງຮຽນເປັນໂຮງຮຽນທີ່ດີ ແລະ ສ້າງຄູສອນໃນໂຮງຮຽນເປັນຄູສອນດີ ແລະ ມີ 4 ແຜນງານຈັດຕັ້ງປະຕິບັດ ຄື: ປັບປຸງ ແລະ ຍົກສູງການປະຕິບັດລະບຽບໂຮງຮຽນ ເພື່ອເປັນການສ້າງຄວາມເຂັ້ມແຂງ ແລະ ສ້າງຄວາມເຊື່ອໝັ້ນໃຫ້ກັບປະຊາຊົນ; ປັບປຸງສະພາບແວດລ້ອມໃນໂຮງຮຽນ ແລະ ເພີ່ມວິຊາຊີບເຂົ້າໃນໂຮງຮຽນ ຕອບສະໜອງກັບຄວາມຕ້ອງການຂອງນັກຮຽນ ແລະ ຄູສອນ ເພື່ອເຮັດໃຫ້ເປັນພາກສ່ວນດຶງດູດໃຫ້ນັກຮຽນມາໂຮງຮຽນ ຫຼຸດອັນຕາການປະລະ ເພີ່ມອັດຕາການຫຼອດເຫຼືອ ທັງເປັນການສ້າງອາຊີບພື້ນຖານໃຫ້ກັບນັກຮຽນ ເປັນຕົ້ນແມ່ນວິຊາກໍ່ສ້າງ ແລະ ເສີມສວຍ; ປະຕິບັດການກິນເຂົ້າສວຍໃນໂຮງຮຽນ ເປັນການເພີ່ມເວລາໃຫ້ນັກຮຽນຢູ່ໃນໂຮງຮຽນຫຼາຍຂຶ້ນ ຫຼຸດຜ່ອນຄ່າໃຊ້ຈ່າຍ ເພີ່ມກິດຈະກຳໃນການຮຽນການສອນຢ່າງເປັນລະບົບ ຫຼຸດຜ່ອນປະກົດການຫຍໍ້ທໍ້ ແລະ ສ້າງໂອກາດໃຫ້ສັງຄົມໄດ້ມີເວລາປະກອບພາລະກິດ ພ້ອມເປັນການຫຼຸດຊ່ອງວ່າງລະຫວ່າງໂຮງຮຽນພາກລັດ-ເອກະຊົນ; ແກ້ໄຂຜົນການຮຽນອ່ອນ ແລະ ສົ່ງເສີມນັກຮຽນເກັ່ງ ແນໃສ່ເຮັດໃຫ້ນັກຮຽນຢູ່ໃນໂຮງຮຽນຫຼາຍຂຶ້ນ ສ້າງເງື່ອນໄຂໃນການສົ່ງເສີມການຮຽນການສອນ.
ຂະນະດຽວກັນນີ້, ໃນພິທີ ທ່ານ ພູວົງ ບຸນຊູ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງວຽກງານດ້ານການສຶກສາທີ່ຍາດມາໄດ້ໃນສົກຮຽນຜ່ານມາ ພາຍໃຕ້ການນໍາພາຊີ້ນໍາຄະນະພັກ-ອົງການປົກຄອງແຂວງ ແລະ ການຮ່ວມແຮງຮ່ວມໃຈຂອງທຸກພາກສ່ວນ ເຮັດໃຫ້ວຽກງານການສຶກສາມີການຂະຫຍາຍຕົວ ແລະ ພັດທະນາໃນຫຼາຍດ້ານ. ສໍາລັບໃນສົກຮຽນໃໝ່ 2026-2027 ນີ້ ຂໍໃຫ້ຂະແໜງການສຶກສາ ແລະ ທຸກພາກສ່ວນ ສຸມທຸກກໍາລັງ ເພື່ອເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ກັບພະນັກງານ, ຄູອາຈານ, ຜູ້ບໍລິຫານການສຶກສາຕໍ່ກັບວຽກງານການສຶກສາໄລຍະໃໝ່, ແບບແຜນການນໍາພາສິດສອນ ແລະ ການຮຽນຂອງນ້ອງນັກຮຽນ ເພື່ອຍົກສູງຄຸນນະພາບການສຶກສາ, ພັດທະນາຄູອາຈານ, ປັບປຸງຫຼັກສູດ ແລະ ວິທີການຮຽນການສອນໃຫ້ມີຄຸນນະພາບ ແລະ ທັນສະໄໝຫຼາຍຂຶ້ນ.
ທ່ານ ປະທານຄະນະກໍາມະການປົກຄອງແຂວງ ກ່າວເນັ້ນໜັກອີກວ່າ: ການສ້າງຄົນ, ການສ້າງບຸກຄະລາກອນໃຫ້ມີຄຸນນະພາບ ມັນບໍ່ແມ່ນໜ້າທີ່ຂອງໂຮງຮຽນ ຫຼື ຄູອາຈານພຽງຝ່າຍດຽວ. ມັນມີຄວາມຈຳເປັນຕ້ອງອາໄສການຮ່ວມມືຢ່າງໃກ້ຊິດ ລະຫວ່າງຄອບຄົວ, ໂຮງຮຽນ, ອົງການຈັດຕັ້ງ, ຊຸມຊົນ ແລະ ສັງຄົມໄດ້ເປັນເຈົ້າການຊ່ວຍກັນຕື່ມອີກ. ສະນັ້ນ, ຂໍຮຽກຮ້ອງໃຫ້ທຸກຂະແໜງການ, ອົງການຈັດຕັ້ງ, ພາກທຸລະກິດ, ພໍ່ແມ່ນັກຮຽນ ແລະ ທຸກພາກສ່ວນ ສືບຕໍ່ໃຫ້ຄວາມເອົາໃຈໃສ່, ສ້າງຄວາມສົນໃຈ, ຊ່ວຍຊຸກຍູ້ສົ່ງເສີມ ແລະ ປະກອບສ່ວນຕໍ່ວຽກງານການສຶກສາ ເພື່ອຮ່ວມກັນສ້າງໂອກາດການຮຽນຮູ້ທີ່ດີໃຫ້ແກ່ລູກຫຼານຂອງພວກເຮົາ. ພ້ອມກັນນີ້, ຄະນະການນໍາແຂວງ ຈະສືບຕໍ່ໃຫ້ຄວາມສໍາຄັນ ແລະ ສືບຕໍ່ສົ່ງເສີມວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ຕາມທິດທາງ ແລະ ນະໂຍບາຍຂອງພັກ-ລັດ ໂດຍສະເພາະການສືບຕໍ່ຈັດຕັ້ງປະຕິບັດຮູບແບບການສຶກສາໄລຍະໃໝ່ ເພື່ອສຸມໃສ່ການຍົກສູງຄຸນນະພາບການສຶກສາ, ການພັດທະນາຄຸອາຈານ, ການປັບປຸງສະພາບການຮຽນການສອນ, ສ້າງໃຫ້ໄດ້ໂຮງຮຽນຕົວແບບທີ່ດີ, ຄູສອນດີ-ສອນເກັ່ງ ແລະ ການສ້າງໂອກາດໃຫ້ລູກຫຼານທຸກຄົນໄດ້ເຂົ້າເຖິງການສຶກສາຢ່າງທົ່ວເຖິງ. ຫຼັງຈາກນັ້ນ, ທ່ານ ໄດ້ຕາງໜ້າໃຫ້ຄະນະພັກ ແລະ ຄະນະນໍາແຂວງ, ຄະນະນໍາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ກ່າວເປີດສົກຮຽນ 2026-2027 ຢ່າງເປັນທາງການ.
ໃນໂອກາດຈັດພິທີເປີດສົກຮຽນໃໝ່ຄັ້ງນີ້, ທ່ານ ປະທານຄະນະກໍາມະການປົກຄອງແຂວງວຽງຈັນ ຍັງໄດ້ນໍາເອົາອຸປະກອນການສຶກສາຈໍານວນໜຶ່ງໄປມອບໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ໂຮງຮຽນອີກດ້ວຍ.


