ໂຮງຮຽນມັດທະຍົມສົມບູນນາໄຊ ໄຂສົກຮຽນໃໝ່ 2026-2027 ພ້ອມຕັ້ງເປົ້າບຳລຸງນັກຮຽນຮອບດ້ານ ແລະ ສືບຕໍ່ສ້າງໂຮງຮຽນສີຂຽ

ໃນທ່າມກາງບັນຍາກາດການໄຂສົກຮຽນໃໝ່ ສົກຮຽນ 2026-2027 ໄດ້ໄຂຂຶ້ນຢ່າງເປັນທາງການ ພ້ອມກັນໃນຂອບເຂດທົ່ວປະເທດ ໃນວັນທີ 1 ກັນຍາ 2026, ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ ແລະ ມີບັນຍາກາດຄືນຄື້ນ. ສຳລັບໂຮງຮຽນມັດທະຍົມສົມບູນ (ມສ) ນາໄຊ ເມືອງ ແລະ ແຂວງສາລະວັນ ມີຄວາມພ້ອມຮອບດ້ານໃນການໄຂສົກຮຽນໃໝ່ ໂດຍສະເພາະອາຄານສະຖານທີ່, ສື່ການຮຽນ-ການສອນ, ອຸປະກອນຕ່າງໆ ແລະ ແຜນດຳເນີນກິດຈະກຳຕ່າງໆ, ພ້ອມທັງຕັ້ງເປົ້າໝາຍສຸມໃສ່ວຽກງານຫຼາຍດ້ານໃຫ້ບັນລຸ.
ທ່ານ ໜູໄຊ ວົງຄໍາ ຜູ້ອຳນວຍການໂຮງຮຽນມັດທະຍົມສົມບູນນາໄຊ ເມືອງສາລະວັນ ໃຫ້ສຳພາດວ່າ: ໂດຍປະຕິບັດແຜນການດຳເນີນງານ ປະຈຳປີ ຂອງໂຮງຮຽນ ໄດ້ກະກຽມຄວາມພ້ອມຮອບດ້ານ ນັບແຕ່ວັນທີ 24 ສິງຫາ 2026 ເປັນຕົ້ນມາ ເພື່ອຮອງຮັບໃຫ້ແກ່ການໄຂສົກຮຽນໃໝ່ ເປັນຕົ້ນ ລົງທະບຽນນັກຮຽນທັງໃໝ່ ແລະ ເກົ່າ, ອອກແຮງງານອະນາໄມໂຮງຮຽນ ແລະ ປຶກສາຫາລື ເພື່ອກະກຽມຄວາມພ້ອມ, ໃນນັ້ນ ດ້ານການບໍລິຫານ ແລະ ວິຊາການ, ສຳເລັດການແບ່ງຊົ່ວໂມງສອນ, ການແຕ່ງຕັ້ງຄູປະຈຳຫ້ອງ, ຈັດຕາຕະລາງ ແລະ ສ້າງແຜນການຮຽນ-ການສອນ, ກະກຽມສື່ການສອນ. ນອກນັ້ນ ກໍໄດ້ສ້າງຂະບວນການອະນາໄມພາຍໃນໂຮງຮຽນ, ຫ້ອງຮຽນ ແລະ ກວດກາອຸປະກອນຕ່າງໆ ເພື່ອຮອງຮັບໃຫ້ແກ່ການຈັດຕັ້ງປະຕິບັດການຮຽນ-ການສອນ. ເຊິ່ງໃນສົກຮຽນປີນີ້, ຄາດວ່າມີນັກຮຽນທັງໝົດ 290 ນ້ອງ, ຍິງ 156 ນ້ອງ. ສໍາລັບຄູ-ອາຈານ ພາຍໃນໂຮງຮຽນ ມີທັງໝົດ 13 ທ່ານ, ຍິງ 5 ທ່ານ ແລະ ເລີ່ມປະຕິບັດການຮຽນ-ການສອນ ນັບແຕ່ວັນທີ 2 ກັນຍາ 2026 ເປັນຕົ້ນໄປ.
ທ່ານຜູ້ອຳນວຍການ ຍັງກ່າວຕື່ມອີກວ່າ: ສໍາລັບສົກຮຽນ 2026-2027 ຈະໄດ້ສູ້ຊົນສຸມໃສ່ວຽກງານບັນດາຄາດໝາຍທີ່ໄດ້ກຳນົດໄວ້ ໃຫ້ບັນລຸ ໂດຍສົມທົບກັບບ້ານ ເພື່ອເກັບກຳຄືນເປົ້າໝາຍທີ່ບໍ່ໄດ້ເຂົ້າຮຽນ, ສອນບຳລຸງນັກຮຽນ ທີ່ມີຜົນການຮຽນຕໍ່າ ແລະ ສອນເພີ່ມນັກຮຽນເກັ່ງ, ເອົາໃຈໃສ່ປັບປຸງສະພາບແວດລ້ອມ ໃຫ້ເປັນໂຮງຮຽນສີຂຽວ-ສະພາບແວດລ້ອມດີ, ປູກຜັກປອດສານພິດ ແລະ ສ້າງຟອຍປັດຈາກເສດກະຕຸກນ້ຳ, ສ້າງສວນຊີວະພາບ ເພື່ອການຮຽນຮູ້ຂອງນັກຮຽນ ແລະ ວຽກງານອື່ນໆ.
ໃນໂອກາດດັ່ງກ່າວ, ກໍໄດ້ຜ່ານກົດລະບຽບຄຸ້ມຄອງໂຮງຮຽນ ແລະ ໄຂສົກຮຽນໃໝ່ ຢູ່ໂຮງຮຽນມັດທະຍົມສົມບູນນາໄຊ ເມືອງ ແລະ ແຂວງສາລະວັນ, ເຊິ່ງມີຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຮັບຟັງ. ໂຮງຮຽນແຫ່ງນີ້, ມີອາຄານຮຽນ 4 ຫຼັງ, ມີ 16 ຫ້ອງ, ຫ້ອງຮຽນ 9 ຫ້ອງ, ຫ້ອງການຄູ 3 ຫ້ອງ, ຫ້ອງສະໝຸດ 1 ຫ້ອງ ແລະ ຫ້ອງປະຊຸມ 1 ຫ້ອງ.
————————–
ຂ່າວ: ວິໄລວອນ ສິດທິໄຊ
ພາບ: ອາຈານ ສຸພົມ ສົມສຸກ

