ແຂວງໄຊຍະບູລີ ໄຂສົກຮຽນໃໝ່ ສົກຮຽນ 2026-2027

ໃນຕອນເຊົ້າຂອງວັນທີ 1ກັນຍາ 2026 ນີ້ ທີ່ສະໂມສອນໂຮງຮຽນມັດທະຍົມສົມບູນໄຊຍະບູລີ ໄດ້ຈັດພິທີໄຂສົກຮຽນໃໝ່ ສົກຮຽນ 2026-2027 ຂຶ້ນຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີບັນດາກໍາມະການພັກແຂວງ, ສະພາປະຊາຊົນແຂວງ, ບັນດາຫົວໜ້າພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ, ຜູ້ບໍລິຫານການສຶກສາ-ກິລາ, ຄູ-ອາຈານ, ພະນັກງານ, ທະຫານ, ຕໍາຫຼວດ, ອຳນາດການປົກຄອງບ້ານ, ສະມາຄົມພໍ່ແມ່ນັກຮຽນ, ນັກຮຽນ ແລະ ພໍ່ແມ່ປະຊາຊົນ ຊາວແຂວງໄຊຍະບູລີ ເຂົ້າຮ່ວມ.
ໃນພິທີ, ທ່ານ ເພັງນິລັນ ຄຳພັນເພັງ ໄດ້ຂຶ້ນປາໄສຕໍ່ພິທີໄຂສົກຮຽນໃໝ່ ສົກຮຽນ 2026-2027 ທົ່ວແຂວງໄຊຍະບູລີບາງຕອນທ່ານໄດ້ກ່າວວ່າ: ວັນທີ 1 ກັນຍາ ຂອງທຸກໆປີ ເປັນມື້ໄຂສົກຮຽນໃໝ່ໃນທົ່ວປະເທດ ເວົ້າລວມ, ເວົ້າສະເພາະກໍຄືແຂວງໄຊຍະບູລີ. ຈຸດປະສົງກໍເພື່ອປະກາດໃຫ້ທົ່ວສັງຄົມຮັບຮູ້ວ່າ ໂຮງຮຽນທຸກແຫ່ງໄດ້ເປີດປະຕູຕ້ອນຮັບນ້ອງນັກຮຽນ ແລະ ກິດຈະກໍາການຮຽນ-ການສອນ; ຜູ້ບໍລິຫານການສຶກສາ-ກິລາ, ຄູ-ອາຈານ ແລະ ທຸກພາກສ່ວນໃນສັງຄົມ ເລີ່ມເຮັດໜ້າທີ່ຂອງຕົນ; ຂະບວນການສ້າງຄັງປັນຍາ, ຄັງສະໝອງ ທີ່ເປັນອະນາຄົດອັນສະຫວ່າງສະໄຫວ ແລະ ເປັນໃຈກາງຂອງການພັດທະນາປະເທດຊາດ ໄດ້ເລີ່ມຂຶ້ນຢ່າງເປັນທາງການ. ສົກຮຽນ 2026-2027 ເປັນສົກຮຽນໜຶ່ງທີ່ມີຄວາມສໍາຄັນ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ອົງຄະນະພັກແຂວງ, ການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ 5 ປີ ຄັ້ງທີ X (2026-2030), ໂດຍສຸມໃສ່ການແກ້ໄຂບັນຫາການປະລະການຮຽນ, ການປັບປຸງຄຸນນະພາບການຮຽນ ແລະ ການສ້າງຄວາມພ້ອມໃຫ້ແກ່ການປັບປຸງລະບົບການສຶກສາແຫ່ງຊາດ ໃນໄລຍະໃໝ່ 6+3+3.
ເມື່ອຫວນຄືນເບິ່ງຜົນງານຂອງຂະແໜງການສຶກສາ ແລະ ກິລາ ໃນປີທີ່ຜ່ານມາ ເຫັນວ່າ: ມີຜົນສຳເລັດຫຼາຍດ້ານ ທີ່ເປັນໜ້າເພິ່ງພໍໃຈ, ພື້ນຖານໂຄງລ່າງການສຶກສາໄດ້ຮັບການປັບປຸງ; ການປະຕິບັດນະໂຍບາຍຕໍ່ຄູ-ອາຈານ ແລະ ນ້ອງນັກຮຽນ ໄດ້ດີພໍສົມຄວນ; ສາມາດແກ້ໄຂໃຫ້ຄູອາສາ ໄດ້ຖືກບັນຈຸເປັນລັດຖະກອນທັງໝົດ 314 ຄົນ, ຍິງ 246 ຄົນ; ສ້າງຄູ-ອາຈານໄດ້ດຳລົງຕຳແໜ່ງຄູປະສົບການ ຈໍານວນ 33 ທ່ານ, ຍິງ 29 ທ່ານ ແລະ ພວມຈະສະເໜີໃໝ່ອີກ 7 ທ່ານ, ຍິງ 6 ທ່ານ. ນີ້ເປັນການສະແດງເຖິງຄວາມເອົາໃຈໃສ່ຂອງຄະນະພັກ, ຄະນະກໍາມະການປົກຄອງແຂວງ ຍາມໃດກໍຊຸກຍູ້, ສົ່ງເສີມ ແລະ ຍົກສູງບົດບາດ, ກຽດຊື່ສຽງຂອງຄູໃຫ້ນັບມືນັບສູງຂຶ້ນໃນເວທີສັງຄົມ. ປັດຈຸບັນມີນ້ອງນັກຮຽນ ຈົບ ມ.7 ສະເໜີຂໍໄປຮຽນວິຊາຄູເກືອບ 100 ນ້ອງແລ້ວ ນີ້ສະແດງເຖິງຄວາມເຫຼື້ອມໃສສັດທາຂອງສັງຄົມຕໍ່ອາຊີບຄູເລີ່ມສູງຂຶ້ນເລື້ອຍໆ.
ຖ້າເບິ່ງໃນພາບລວມແລ້ວ ການຂະຫຍາຍໂອກາດການສຶກສາ ແລະ ການປັບປຸງຄຸນນະພາບການສຶກສາ ມີທ່າອ່ຽງດີຂຶ້ນ. ອັດຕາການປະລະຂອງນັກຮຽນໃນຂັ້ນຕ່າງໆມີທ່າອ່ຽງຫຼຸດລົງ; ສິ່ງທີ່ໜ້າສັນລະເສີນ ແລະ ຊົມເຊີຍແມ່ນການສອບເສັງຈົບຊັ້ນມັດທະຍົມຕອນປາຍ ສົກຮຽນ 2025-2026 ມີນັກຮຽນ 02 ນ້ອງ ສາມາດຍາດໄດ້ໃບປະກາສະນິຍະບັດແດງ (ໃບປະກາດແດງ) ເພີ້ມຂຶ້ນ 1 ນ້ອງ; ເຊິ່ງໄດ້ຮັບບຸລິມາສິດພິເສດ (ເລືອກຮຽນ) ຖືກບັນຈຸສັບຊ້ອນໄປຮຽນຕ່າງປະເທດ 01 ນ້ອງ ແລະ ພາຍໃນ 01 ນ້ອງ. ຖັນແຖວຄູ-ອາຈານ ສ່ວນໃຫຍ່ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ມີຄວາມຈູບຈ້າວຫ້າວຫັນ, ມີນ້ຳໃຈຮັກອາຊີບແພງເດັກ. ຄູສອນໃນຫຼາຍຊັ້ນ-ຂັ້ນ ໄດ້ຮັບການຍົກລະດັບ ແລະ ເຝິກອົບຮົມ ຢ່າງເປັນລະບົບ ແລະ ຕໍ່ເນື່ອງ.
ໃນພິທີ, ທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍອຳນາດການປົກຄອງແຂວງ, ຄູ-ອາຈານ, ນ້ອງນັກຮຽນກໍໄດ້ຮ່ວມກັນລັ່ນຄ້ອງ 9 ບາດຕັດແຖບຜ້າ ເພື່ອເປັນສັນຍາລັກໃຫ້ແກ່ການໄຂສົກຮຽນໃໝ່ສົກຮຽນ 2026-2027 ຢ່າງເປັນທາງການ.
………………………
ຂ່າວ: ຂັນແກ້ວ

