ມອບລົດຖີບ 30 ຄັນ ໃຫ້ເດັກນັກຮຽນຮຽນດີ-ຂາດເຂີນ ເມືອງຜາອຸດົມ ເພື່ອສົ່ງເສີມໂອກາດທາງການຮຽນ

ຫ້ອງການສຶກສາທິການ ແລະ ກິລາ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດພິທີມອບ-ຮັບລົດຖີບ ຈຳນວນ 30 ຄັນ ໃຫ້ນ້ອງນັກຮຽນຜູ້ທີ່ມີຄວາມດຸໝັ່ນ, ຮຽນດີ, ຮຽນເກັ່ງ ແຕ່ມີເງື່ອນໄຂຂາດເຂີນ ແລະ ເຮືອນຢູ່ຫ່າງໄກໂຮງຮຽນ ພາຍໃນເມືອງຜາອຸດົມ ໃນວັນທີ 16 ກັນຍາ 2026, ຕາງໜ້າມອບຂອງ ທ່ານ ນາງ ຄຳພັນ ຄຳປ໋ອງ, ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຜາອຸດົມ ແລະ ຕາງໜ້າຮັບໂດຍ ນັກຮຽນເປົ້າໝາຍ ຈຳນວນ 30 ນ້ອງ (ຍິງ 18 ນ້ອງ), ໂດຍມີຄູ-ອາຈານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ລົດຖີບທີ່ນຳມາມອບໃນຄັ້ງນີ້ ໄດ້ຮັບການຊ່ວຍເຫຼືອລ້າຈາກ ມູນນິທິ ສປ ຈີນ ເພື່ອພັດທະນາຊົນນະບົດ ຜ່ານຄະນະສັນຕິພາບ ແລະ ສາມັກຄີລາວ, ໂດຍໄດ້ຈັດສັນໃຫ້ ຫ້ອງການສຶກສາທິການ ແລະ ກິລາ ເມືອງຜາອຸດົມ ຈຳນວນ 30 ຄັນ. ຈາກນັ້ນ, ທາງຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ສົມທົບກັບບັນດາໂຮງຮຽນເປົ້າໝາຍ ຄັດເລືອກເອົານັກຮຽນທີ່ມີຄວາມດຸໝັ່ນ, ຮຽນດີ ແຕ່ບໍ່ມີພາຫະນະການທຽວຮຽນ.
ລົດຖີບທັງໝົດໄດ້ຖືກແຈກຢາຍໃຫ້ກັບນັກຮຽນໃນໂຮງຮຽນມັດທະຍົມສົມບູນ (ມສ) 4 ແຫ່ງ ຄື: ມສ ຜາອຸດົມ, ມສ ປຸ່ງລາດ, ມສ ປາງທອງ, ມສ ປາກຫາດ ແລະ ໂຮງຮຽນມັດທະຍົມຕົ້ນ (ມຕ) 2 ແຫ່ງ ຄື: ມຕ ມົກໂຊະ ແລະ ມຕ ສຸກຈະເລີນ. ສຳລັບລົດຖີບທີ່ໄດ້ຮັບ ແມ່ນມອບໃຫ້ນັກຮຽນນຳໃຊ້ຢ່າງຂາດຕົວ ເພື່ອຮັບປະກັນການທຽວຮຽນຈົນຈົບຊັ້ນ ແລະ ນຳໃຊ້ເຂົ້າໃນການຮຽນຊັ້ນຕໍ່ໆໄປ ໂດຍບໍ່ຕ້ອງມອບຄືນໃຫ້ໂຮງຮຽນ.
ໃນໂອກາດດຽວກັນ, ທ່ານ ນາງ ຄຳພັນ ຄຳປ໋ອງ ໄດ້ມີຄຳໂອ້ລົມ ຮຽກຮ້ອງໃຫ້ນ້ອງໆນັກຮຽນທີ່ໄດ້ຮັບລົດຖີບ ຈົ່ງພ້ອມກັນປົກປັກຮັກສາ ແລະ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ, ພ້ອມທັງເພີ່ມທະວີຄວາມເອົາໃຈໃສ່ຕໍ່ການຮ່ຳຮຽນ ເພື່ອໃຫ້ກາຍເປັນນັກຮຽນດີເດັ່ນ ແລະ ປະສົບຜົນສຳເລັດໃນອະນາຄົດ.
ຕາງໜ້ານັກຮຽນທັງ 30 ນ້ອງ ໄດ້ສະແດງຄວາມຮູ້ຄຸນ, ຂອບໃຈ ແລະ ດີໃຈເປັນຢ່າງຍິ່ງ ຕໍ່ຄະນະພັກຂັ້ນເທິງ, ມູນນິທິ ສປ ຈີນ ເພື່ອພັດທະນາຊົນນະບົດ, ຄະນະສັນຕິພາບ ແລະ ສາມັກຄີລາວ ຕະຫຼອດເຖິງການຈັດຕັ້ງທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ຄວາມເປັນຫ່ວງເປັນໃຍ ແລະ ຊ່ວຍເຫຼືອໃນຍາມຂາດເຂີນ, ພ້ອມທັງສະແດງຄວາມຫວັງວ່າ ຈະໄດ້ຮັບການສະໜັບສະໜູນ ແລະ ຍາດແຍ່ງທຶນຮອນມາພັດທະນາວຽກງານການສຶກສາໃນເຂດຊົນນະບົດໃຫ້ຫຼາຍຂຶ້ນຕື່ມອີກ.
ຂ່າວ: ພອນສະຫວັນ ມະນີສີ
