ສປປ ລາວ ສຸມໃສ່ການຫຼຸດຜ່ອນອຸບັດຕິເຫດ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ
17/09/2026

ກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບິດລູກຫວ່ານ ຮອບວຽນທີ 3 ໃນວັນທີ 16 ກັນຍາ 2026, ພາຍໃຕ້ການເປັນປະທານໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທັງເປັນຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ), ໄດ້ສືບຕໍ່ແລກປ່ຽນຄໍາເຫັນຂອງ ກ່ຽວກັບ ຄວາມຄືບໜ້າ ແລະ ທົບທວນສະຖາ ນະການຈັດຕັ້ງປະຕິບັດສົນທິສັນຍາ ແລະ ບັນຫາສຳຄັນທີ່ກ່ຽວຂ້ອງ ກັບການບັນລຸຈຸດປະສົງຂອງສົນທິສັນຍາ.
ໃນກອງປະຊຸມໄດ້ສືບຕໍ່ປຶກສາຫາລືການຊ່ວຍເຫຼືອຜູ້ເຄາະຮ້າຍ ແລະ ການຮ່ວມມື ເພື່ອທົບທວນການຊ່ວຍ ເຫຼືອຜູ້ເຄາະຮ້າຍຈາກລະເບີດລູກຫວ່ານ, ພ້ອມທັງການຮ່ວມມື ແລະ ການຊ່ວຍເຫຼືອຈາກສາກົນ ແລະ ກອງປະຊຸມປິ່ນອ້ອມ (Side Events) ມີ 2 ຫົວຂໍ້ຂະໜາດກັນຄື: ຢໍ້າຄືນຫຼັກຖານ ແລະ ເຫດຜົນໃນການຕໍ່ຕ້ານລະເບີດລູກຫວ່ານ ແລະ ການສ້າງການປະຕິບັດ 28 ໃຫ້ໄດ້ຮັບຜົນ, ຄວາມເປັນຜູ້ນຳດ້ານການສຶກສາຄວາສ່ຽງພາຍໃຕ້ສົນທິ ສັນຍາ CCM, ຄວາຍໂປ່ງໃສ ແລະ ມາດຕະການແຫ່ງຊາດ ໃນການປຶກສາຫາລືກ່ຽວກັບມາດຕະການຄວາມໂປ່ງໃສ, ການປະຕິບັດຕາມພັນທະ ແລະ ມາດຕະການຈັດຕັ່ງປະຕິບັດແຫ່ງຊາດ.
ໃນນີ້, ທ່ານ ອາລົມລັງສີ ລາຊະວົງ ຮອງຫົວໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ໄດ້ ປະກອບຄໍາເຫັນ ໃນວາລະການໂຄສະນາສຶກສາຄວາມສ່ຽງ ໄພຈາກລະເບີດບໍ່ທັນແຕກ (EORE), ເຊິ່ງເຫັນວ່າ ໃນປີ 2026, ໜ່ວຍງານ EORE ໄດ້ເຂົ້າເຖິງ 582 ບ້ານ ແລະ ປະ ຊາຊົນ ຈໍານວນ 252,576 ຄົນ, ໃນຂະນະທີ່ການໂຄ ສະນາ ຜ່ານສື່ຕ່າງໆໄດ້ເຂົ້າເຖິງປະຊາຊົນ ຈຳນວນ 875.714 ຄົນ. ສປປ ລາວ ກຳລັງຢູ່ໃນຂະບວນການພັດທະນາຍຸດທະ ສາດດ້ານ EORE ໄລຍະປີ 2027–2030 ເພື່ອຍົກລະດັບ ການປະສານງານ, ການລະດົມທຶນ, ການຕິດຕາມກວດກາ ແລະ ການນຳໃຊ້ເຄື່ອງມືເຕັກໂນໂລຊີທີ່ທັນສະ ໄໝເຂົ້າໃນວຽກງານ.
ໃນຖານະປະທານ ແລະ ເຈົ້າພາບກອງປະຊຸມ ທົບທວນຄັ້ງທີ 3, ສປປ ລາວ ໄດ້ສຸມໃສ່ “ມາດຕະການທີ 28” ຂອງແຜນປະຕິບັດງານນະຄອນຫຼວງວຽງຈັນ ແລະ ຮຽກ ຮ້ອງໃຫ້ມີການຮ່ວມມື ແລະ ການສະໜັບສະໜູນ ດ້ານຊັບພະຍາກອນຢ່າງຕໍ່ເນື່ອງຈາກສາກົນ ເພື່ອສົ່ງເສີມ ແລະ ຂະຫຍາຍວຽກງານ EORE.
ພ້ອມກັນນັ້ນ, ທ່ານ ນາງ ສຸດາຈັນ ດາລຸນພັນ ຮອງຫົວໜ້າຫ້ອງການ ຄຊກລ ໄດ້ປະກອບຄໍາເຫັນໃນວາລະການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ (Victim Assistance) ໂດຍໄດ້ແຈ້ງໃຫ້ກອງປະຊຸມ ວ່າ: ສປປ ລາວ ຍຶດໝັ້ນຕໍ່ພັນທະຂອງຕົນ ໃນການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດລູກຫວ່ານ, ໂດຍໄດ້ຖືເອົາຜູ້ຖືກເຄາະຮ້າຍ ແລະ ຊຸມຊົນ ທີ່ໄດ້ຮັບຜົນກະທົບ ເປັນໃຈກາງຂອງຄວາມພະ ຍາຍາມແກ້ໄຂບັນຫາລະເບີດບໍ່ທັນແຕກຂອງຊາດ. ລັດ ຖະບານສົ່ງເສີມ ການປະສານງານພາຍໃນ ແລະ ໄດ້ເຊື່ອມສານເອົາວຽກງານການຊ່ວຍເຫຼືອຜູ້ຖືກເຄາະຮ້າຍເຂົ້າໃນວຽກງານ ຂອງຂະແໜງການຕ່າງໆ ເປັນຕົ້ນແມ່ນ ດ້ານສຸຂະພາບກາຍ, ການຟື້ນຟູສຸຂະພາບຈິດ, ການປົກປ້ອງທາງສັງຄົມ, ການສຶກສາ ແລະ ການດໍາລົງຊີວິດທີ່ມີຄຸນນະ ພາບ, ໂດຍສະເພາະຊຸມຊົນໃນເຂດຊົນນະບົດ ແລະ ຫ່າງ ໄກສອກຫຼີກ.
ບູລິມະສິດຫຼັກ ໃນປີ 2026 ແມ່ນການພັດທະນາແຜນປະຕິບັດງານການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ 2027-2030 ໃຫ້ສອດຄ່ອງ ກັບບູລິມະສິດຂອງແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ, ສົນທິສັນຍາ CCM, ສົນທິສັນຍາ ວ່າດ້ວຍສິດຂອງ ຄົນພິການ (CRPD), ແລະ ເປົ້າໝາຍການພັດທະນາແບບຍືນຍົງ SDG 18.
ຈາກນັ້ນ, ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ ກະຊວງ ການຕ່າງປະເທດ ໄດ້ກ່າວຄຳເຫັນໃນວາລະການສະໜັບສະໜູນ ແລະ ການຮ່ວມມືສາກົນ (International Cooperation and Assistance) ໂດຍໄດ້ເນັ້ນວ່າ ການຮ່ວມມື ແລະ ການຊ່ວຍເຫຼືອສາກົນ ມີຄວາມຈຳເປັນຢ່າງຍິ່ງ ໃນການແກ້ໄຂບັນຫາ ລບຕ, ພ້ອມທັງຍົກໃຫ້ເຫັນຄວາມສຳຄັນໃນການເປັນເຈົ້າການຂອງປະເທດ ເປັນຕົ້ນ ການສະໜັບສະໜູນດ້ານທຶນຮອນ, ດ້ານເຕັກນິກ ແລະ ການສ້າງຂີດຄວາມສາມາດ, ລວມທັງການແລກປ່ຽນບົດຮຽນ ພາຍໃຕ້ກົນໄກການປະສານງານ ແລະ ການຮ່ວມມືຜ່ານກອງປະຊຸມຂະ ແໜງການ ລບຕ (sector working groups) ທີ່ເປີດໂອກາດໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງມີສ່ວນຮ່ວມ. ນອກຈາກນີ້, ສປປ ລາວ ຍັງສະໜັບສະໜູນການລະດົມທຶນທີ່ຫຼາກຫຼາຍ, ສາມາດ ຄາດຄະເນໄດ້, ມີລັກສະນະຕໍ່ເນື່ອງ ແລະ ມີນະວັດຕະກໍາໃໝ່ໆ.
ສຳລັບທິດທາງໃນຕໍ່ໜ້າ, ສປປ ລາວ ໄດ້ຮຽກຮ້ອງໃຫ້ຮັດແໜ້ນການຮ່ວມມືໃຫ້ຫຼາຍຂື້ນກວ່າເກົ່າ ແລະ ການສະໜັບສະໜູນການສ້າງ ຊັບພະຍາກອນ ມະນຸດທີ່ຍືນຍົງ ພາຍໃຕ້ແຜນປະຕິບັດງານນະຄອນຫຼວງວຽງຈັນ (VCAP) ເພື່ອສົ່ງເສີມຄວາມສາມາດຂອງປະເທດ ໃນໄລຍະຍາວ ແລະ ຊຸກຍູ້ຄວາມຄືບໜ້າ ຂອງສົນທິສັນຍາ CCM ໄປສູ່ໂລກທີ່ປາສະຈາກ ໄພຂົ່ມຂູ່ຈາກລະເບີດລູກຫວ່ານ.
ພ້ອມດຽວກັນນັ້ນ, ທ່ານ ນາງ ມຸກດາວັນ ສີສຸລິດ, ໄດ້ເປັນປະທານຮ່ວມກອງປະຊຸມປິ່ນອ້ອມ (Side Events) ພາຍໃຕ້ຫົວຂໍ້ ການ ຜັນຂະຫຍາຍແຜນປະຕິບັດງານນະຄອນຫລວງວຽງຈັນ ຂໍ້ທີ 28 ກ່ຽວກັບ ວຽກງານການໂຄສະນາສຶກສາຄວາມສ່ຽງໄພ ຈາກ ລບຕ (Making Action 28 work: risk education leadership under the CCM), ແລະ ກ່າວເປີດຮ່ວມກັບ ທ່ານ Tobias Privitelli, ເອກອັກຄະລັດຖະທູດ ແລະ ຫົວໜ້າສູນ ການຮ່ວມມືສາກົນ ວ່າດ້ວຍວຽກງານການກວດກູ້ ລບຕ ເພື່ອມະນຸດສະທໍາເຊີແນວ (GICHD), ສູນແກ້ໄຂບັນຫາ ລບຕ ເລບານອນ (LMAC). ໃນຕອນແລງຂອງວັນດ່ັງກ່າວຍັງໄດ້ມີການຈັດກິດຈະກໍາການສະແດງສິນລະປະ ຫົວຂໍ້ການສົ່ງເສີມວຽກງານ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ (Strengthening Victim Assistance Through Survivor Participation, Disability Inclusion and Partnership) ຈັດໂດຍ ສະມາຄົມຄົນພິການ ແລະ ຜູ້ດ້ອຍໂອກາດ ຂອງ ສປປ ລາວ, ຊຶ່ງໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງ ການມີສ່ວນຮ່ວມຂອງຜູ້ຖືກເຄາະຮ້າຍຈາກ ລບຕ ໃນສັງຄົມ ກໍ່ຄືການເປັນໃຈກາງຂອງວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ.
ສະພາບລວມການປະກອບຄຳເຫັນຂອງຄະນະຜູ້ ແທນແຕ່ລະພາກສ່ວນ ໄດ້ຢ້ຳຄືນຫຼັກການສຳຄັນຂອງ ສົນ ທິສັນຍາໂດຍຖືເອົາຄວາມປອດໄພຂອງປະຊາຊົນເປັນໃຈ ກາງ ໂດຍຜ່ານບັນດາຫົວຂໍ້ຂອງກອງປະຊຸມ ນັບຈາກ ການໂຄສະນາສຶກສາຄວາມສ່ຽງໄພ ແລະ ໄພອັນຕະລາຍຂອງລະເບີດລູກຫວ່ານ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ບໍ່ສະ ເພາະແຕ່ປິ່ນປົວທາງດ້ານຮ່າງກາຍ ແລະ ຈິດໃຈເທົ່ານັ້ນ, ຍັງຕ້ອງສືບຕໍ່ຝຶກອົບຮົມດ້ານອາຊີບ ແລະ ໃຫ້ເຂົາເຈົ້າໄດ້ມີສ່ວນຮ່ວມໃນສັງຄົມ ແລະ ມີສ່ວນຮ່ວມໃນການຫຼຸດຜ່ອນອັນຕະລາຍຈາກລະເບີດບໍ່ທັນແຕກ ເຊິ່ງຈຳເປັນຕ້ອງການການມີສ່ວນຮ່ວມຈາກທຸກພາກສ່ວນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຮ່ວມກັນຂັບເຄື່ອນສ້າງຄວາມປອດໄພໃຫ້ແກ່ປະຊາຊົນ ເພື່ອຈຸດປະສົງລວມ ຄືກ້າວໄປສູ່ໂລກທີ່ປາສະຈາກ ໄພຂົ່ມຂູ່ຈາກລະເບີດລູກຫວ່ານ.
ຂ່າວ: ບຸນພະຈັນ (ຄວາມສະຫງົບ)
ຂ່າວທີ່ກ່ຽວຂ້ອງ












