ກຳມະບານ ສກມ ຍົມມະລາດ ເປີດຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2023

ກຳມະບານຮາກຖານ ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ຍົມມະລາດ ແຂວງຄຳມ່ວນ ໄດ້ເປີດຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2023 ເມື່ອວັນທີ 22 ກັນຍາ 2023 ທີ່ຫ້ອງປະຊຸມຫ້ອງການດັ່ງກ່າວ, ໂດຍການເປັນປະທານຂອງທ່ານ ແກ້ວຕາ ໄຊຍະໂກສີ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ທັງເປັນປະທານກຳມະບານຮາກຖານ, ມີທ່ານ ບຸນສົງ ພົງສະຫວັນ ປະທານສະຫະພັນກຳມະບານເມືອງ, ພ້ອມດ້ວຍບັນດາປະທານ-ຮອງປະທານກຳມະບານຮາກຖານ ແລະ ສະມາຊິກກຳມະບານພາຍໃນຫ້ອງການດັ່ງກ່າວເຂົ້າຮ່ວມ.
ໃນພິທີ, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຂໍ້ຕົກລົງ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ບົດແນະນຳການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວ, ຜ່ານຂໍ້ແຂ່ງຂັນ 5 ເປັນເຈົ້າປີ 2023 ຂອງຮາກຖານກຳມະບານຫ້ອງການສຶກສາທິການ ແລະ ກິລາເມືອງ ເພື່ອເຮັດໃຫ້ຄະນະສະຫະພັນກຳມະບານແຕ່ລະຂັ້ນ, ສະມາຊິກກຳມະບານ ແລະ ກຳມະກອນຊາວຜູ້ອອກແຮງງານໄດ້ເຂົ້າຮ່ວມຂະບວນການຂອງອົງການຈັດຕັ້ງພັກ-ລັດ ກໍຄື ອົງການຈັດຕັ້ງກຳມະບານ ຊຶ່ງຮາກຖານກຳມະບານຫ້ອງການດັ່ງກ່າວ ໄດ້ຕັ້ງເປົ້າໝາຍຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2023 ຄື: ຈະນຳພາສະມາຊິກກຳມະບານເຂົ້າຮ່ວມສ້າງຂະບວນການ, ການອອກແຮງງານລວມ ແລະ ຮັບຟັງປາຖະກະຖາວັນສຳຄັນຕ່າງໆຂອງຊາດ-ຂອງພັກ, ເອົາໃຈໃສ່ເຂົ້າຮ່ວມປົກປ້ອງສະມາຊິກກຳມະບານທີ່ບໍ່ໄດ້ຮັບຜົນປະໂຫຍດອັນຊອບທຳ, ຈະນຳເອົາແນວທາງ ແລະ ນະໂຍບາຍຕ່າງໆຂອງພັກ, ລະບຽບກົດໝາຍຂອງລັດ ມາເຜີຍແຜ່ອອກທາງສື່ຕ່າງໆ.
ໂອກາດດັ່ງກ່າວ, ທ່ານ ບຸນສົງ ພົງສະຫວັນ ໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ. ນອກຈາກນີ້, ທ່ານຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ປະຕິບັດບັນດາຂໍ້ແຂ່ງຂັນ 5 ເປັນເຈົ້າຂອງຮາກຖານກຳມະບານວາງໄວ້ຢ່າງຕັ້ງໜ້າ ໂດຍສະເພາະວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ ກໍຄື ສະມາຊິກກຳມະບານໄດ້ຮັບຮູ້ ແລະ ເຊື່ອມຊຶມຢ່າງເລິກເຊິ່ງຕໍ່ແນວທາງການປ່ຽນແປງໃໝ່ຂອງພັກ-ລັດ ແລະ ມະຕິກອງປະຊຸມໃຫຍ່ຕ່າງໆຂອງສະພັນກຳມະບານລາວ.
ໂດຍ: ແຂວງຄຳມ່ວນ


