ແມນຢູ ພົບ ນິວຄາດເຊິນ, ອາເຊນອນ ປະທະ ເວດແຮມ ສ່ວນ ລິເວີພູ-ເຊວຊີ ວຽກເບົາ ເຕະບານ ຄາຣາບາວ ຄັບ ຮອບ 16 ທີມສຸດທ້າຍ
ພິທີຈັບສະຫຼາກການແຂ່ງຂັນເຕະບານ ຄາຣາບາວ ຄັບ ອັງກິດ ລະດູການ 2023-2024 ໄດ້ມີຂຶ້ນໃນຄ່ຳຄືນວັນທີ 27 ກັນຍາ 2023 ພາຍຫຼັງສຳເລັດການແຂ່ງຂັນຮອບ 32 ທີມສຸດທ້າຍ ຫຼື ຮອບ 3 ຜົນປະກົດວ່າ: ສະໂມສອນ ແມນເຊັດເຕີ ຢູໄນເຕັດ ຈະຕ້ອງພົບເສິກໜັກໃນການເປີດສະໜາມໂອນແທຣບຟອດ ຕ້ອນຮັບການມາຢາມຂອງ ສະໂມສອນ ນິວຄາດເຊິນ ຢູໄນເຕັດ ຊຶ່ງເປັນການຫວນຄືນນັດຊີງຊະນະເລີດ ເມື່ອປີກາຍນີ້. ຂະນະທີ່ອີກຄູ່ໜຶ່ງທີ່ໜ້າສົນໃຈ ເປັນເສິກ “ລອນດອນ ດາບີ ແມັດ” ສະໂມສອນ ເວດແຮມ ຢູໄນເຕັດ ຈະເປີດບ້ານພົບກັບ ສະໂມສອນ ອາເຊນອນ. ສ່ວນ ສະໂມສອນ ລິເວີພູ ພົບວຽກບໍ່ຍາກ ຫຼັງຈະບຸກໄປຢາມ ສະໂມສອນ ເອັບຊີ ບອນມັດ ເຊັ່ນດຽວກັບ ສະໂມສອນ ເຊວຊີ ທີ່ຈະເປີດສະໜາມສະແຕມຟອດບຣິດ ພົບກັບ ແບລກເບີນ ໂຣເວີ.
ສະຫຼຸບຜົນການປະກົບຄູ່ ການແຂ່ງຂັນເຕະບານ ຄາຣາບາວ ຄັບ ອັງກິດ ລະດູການ 2023-2024 ຮອບທີ 4 ມີດັ່ງນີ້:
- ສະໂມສອນ ແມນຟິວ ທາວ (ລີກ 2) ພົບ ສະໂມສອນ ພອດເວວ (ລີກ 1)
- ສະໂມສອນ ອິບສະວິດ ທາວ (ລີກ 1) ພົບ ສະໂມສອນ ຟູແລມ (ພຣີເມຍລີກ)
- ສະໂມສອນ ແມນເຊັດເຕີ ຢູໄນເຕັດ (ພຣີເມຍລີກ) ພົບ ສະໂມສອນ ນິວຄາດເຊິນ ຢູໄນເຕັດ (ພຣີເມຍລີກ)
- ສະໂມສອນ ເອັບຊີ ບອນມັດ (ພຣີເມຍລີກ) ພົບ ສະໂມສອນ ລິເວີພູ (ພຣີເມຍລີກ)
- ສະໂມສອນ ເຊວຊີ (ພຣີເມຍລີກ) ພົບ ສະໂມສອນ ແບລກເບີນ ໂຣເວີ (ແຊ໋ມປ້ຽນຊິບ)
- ສະໂມສອນ ເວດແຮມ ຢູໄນເຕັດ (ພຣີເມຍລີກ) ພົບ ສະໂມສອນ ອາເຊນອນ (ພຣີເມຍລີກ) • ສະໂມສອນ ເອັບເວີຕັນ (ພຣີເມຍລີກ) ພົບ ສະໂມສອນ ເບິນລີ (ພຣີເມຍລີກ)
- ສະໂມສອນ ເອັກເຊເຕີ ຊິຕີ (ລີກ 1) ພົບ ສະໂມສອນ ມິດເດິນສະໂບຣ (ແຊ໋ມປ້ຽນຊິບ) ທັງນີ້ ການແຂ່ງຂັນເຕະບານ ຄາຣາບາວ ຄັບ ຮອບທີ 4 ຈະລົງແຂ່ງຂັນໃນວັນທີ 30 ຕຸລານີ້.