Skip to main content

ສກຂ ອັດຕະປື ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ

ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ອັດຕະປື ໄດ້ຈັດກອງປະຊຸມເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ເມື່ອວັນທີ 25 ກັນຍາ 2023 ທີ່ຫ້ອງປະຊຸມພະແນກດັ່ງກ່າວ, ໂດຍການເປັນປະທານຂອງທ່ານ ອຸດົມສິນ ສີຊານົນ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື, ມີຄະນະນຳຫ້ອງການສຶກສາທິການ ແລະ ກິລາ 5 ເມືອງ, ຄະນະອຳນວຍການ ໂຮງຮຽນທີ່ກ່ຽວຂ້ອງ, ແຂກທີ່ຖືກເຊີນ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອຸດົມສິນ ສີຊານົນ

ໂອກາດດັ່ງກ່າວ, ທ່ານ ອຸດົມສິນ ສີຊານົນ ໄດ້ກ່າວເປີດກອງປະຊຸມວ່າ: ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ແມ່ນຂະບວນການລວມຂອງຊາດ ຊຶ່ງທຸກຂົງເຂດວຽກງານນັບແຕ່ສູນກາງລົງຮອດທ້ອງຖິ່ນຕ້ອງໄດ້ຈັດຕັ້ງປະຕິບັດ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ທີ່ໄດ້ຮັບຮອງ ເວົ້າລວມ, ເວົ້າສະເພາະ ແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງອັດຕະປືໃຫ້ປະກົດຜົນເປັນຈິງ.

ສຳລັບຂະແໜງການສຶກສາທິການ ແລະ ກິລາ ແມ່ນສຸມໃສ່ຈັດຕັ້ງປະຕິບັດຍຸດທະສາດ ແຜນພັດທະນາການສຶກສາ ແລະ ກິລາ ຕາມຂະແໜງການຍ່ອຍໃນແຕ່ລະໄລຍະ ໂດຍສະເພາະແມ່ນບັນດາຄາດໝາຍຕ່າງໆທີ່ສະພາຮັບຮອງ. ທັງນີ້, ເພື່ອບັນລຸຄາດໝາຍດັ່ງກ່າວນັ້ນ, ຜູ້ບໍລິຫານການສຶກສາຂັ້ນແຂວງ, ຂັ້ນເມືອງ, ຂັ້ນສະຖານການສຶກສາ ພ້ອມດ້ວຍພະນັກງານລັດຖະກອນ ແລະ ຄູສອນທັງໝົດເປັນເຈົ້າການຈັດຕັ້ງປະຕິບັດແຜນພັດທະນາດັ່ງກ່າວໃຫ້ເກີດເປັນຮູບປະທຳ. ສະນັ້ນ, ການໄດ້ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໂດຍຕິດພັນກັບ 3 ຂໍ້ແຂ່ງຂັນຂອງຂະແໜງການສຶກສາທິການ ແລະ ກິລາ ທັງເປັນການປະເມີນຜົນງານໃນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາໃນແຕ່ລະໄລຍະ ແລະ ເພື່ອເປັນການປຸກລະດົມ, ຊຸກຍູ້ຂະບວນການແຂ່ງຂັນ, ຍ້ອງຍໍຕໍ່ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນການພັດທະນາການສຶກສາຕະຫຼອດໄລຍະ 5 ປີ.
ນອກຈາກນັ້ນ, ໃນກອງປະຊຸມຍັງໄດ້ຜ່ານແຜນການແຂ່ງຂັນຂອງພະແນກສຶກສາທິການ ແລະ ກິລາແຂວງ ປະຈຳປີ 2021-2025, ຜ່ານຂໍ້ຕົກລົງເຈົ້າແຂວງ ວ່າດ້ວຍການຮັບຮອງແຜນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຂອງຂະແໜງການສຶກສາ ແລະ ກິລາ ແລະ ໄດ້ພ້ອມກັນຂຶ້ນຈັບມືແຂ່ງຂັນຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງຂະແໜງການສຶກສາ ແລະ ກິລາ ປະຈຳປີ 2021 ຫາ 2025 ຢ່າງເປັນທາງການ.

ໂດຍ: ສິດຕິພອນ ແຂວງອັດຕະປື