Skip to main content

ຮຮ ການເມືອງ-ການປົກຄອງ ແຂວງສະຫວັນນະເຂດ ປິດຊຸດຮຽນທິດສະດີການເມືອງລະບົບຂັ້ນກາງ ຮຸ່ນທີ I ແລະ ຂັ້ນຕົ້ນຮຸ່ນທີ II

ໂຮງຮຽນ (ຮຮ) ການເມືອງ-ການປົກຄອງ ແຂວງສະຫວັນນະເຂດ ໄດ້ຈັດພິທີປິດຊຸດຮຽນ ແລະ ມອບ-ຮັບໃບຢັ້ງຢືນທິດສະດີການເມືອງ ລະບົບຂັ້ນກາງ ຮຸ່ນທີ I ແລະ ຂັ້ນຕົ້ນຮຸ່ນທີ II ປະຈຳປີ 2023 ເມື່ອບໍ່ດົນມານີ້ ທີ່ໂຮງຮຽນດັ່ງກ່າວ, ໂດຍການເປັນປະທານຂອງສະຫາຍ ບົວສອນ ມະຫາວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ ປທ ພູເຂົາ ສີຫາວົງ ເລຂາຄະນະພັກ ຜູ້ອຳນວຍການໂຮງຮຽນການເມືອງ-ການປົກຄອງແຂວງ, ມີບັນດາການນຳຂອງເມືອງ, ພະແນກການ ພ້ອມດ້ວຍນັກສຶກສາທີ່ສຳເລັດການສຶກສາທິດສະດີການເມືອງລະບົບຂັ້ນກາງ ຮຸ່ນທີ I ແລະ ລະບົບຂັ້ນຕົ້ນ ຮຸ່ນທີ II ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ປທ ພູຄຳ ເລນິນ ຮອງອຳນວຍການໂຮງຮຽນການເມືອງ-ການປົກຄອງແຂວງ ໄດ້ຜ່ານບົດສະຫຼຸບໃນຊຸດຮຽນຂັ້ນຕົ້ນຮຸ່ນທີ I ສົກຮຽນ 2023 ຂອງໂຮງຮຽນການເມືອງ-ການປົກຄອງແຂວງ ຊຶ່ງຊຸດຮຽນລະບົບຂັ້ນກາງ ຮຸ່ນທີ I ແມ່ນໄດ້ເລີ່ມເປີດການຮຽນການສອນ ນັບແຕ່ວັນທີ 1 ກຸມພາ 2023 ໂດຍນໍາໃຊ້ຫຼັກສູດການຮຽນການສອນທີ່ໄດ້ກໍານົດໄວ້ເປັນໄລຍະເວລາ 6 ເດືອນ ແລະ ລະບົບຂັ້ນຕົ້ນ ຮຸ່ນທີ II ໄດ້ເລີ່ມເປີດການຮຽນການສອນນັບແຕ່ວັນທີ 8 ພຶດສະພາ 2023 ໂດຍນໍາໃຊ້ຫຼັກສູດການຮຽນການສອນເປັນໄລຍະເວລາ 3 ເດືອນ ຕາມໂຄງການຫຼັກສູດທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດກຳນົດອອກ ແລະ ມາຮອດວັນທີ 15 ກັນຍາ 2023 ແມ່ນໄດ້ສຳເລັດການຮຽນການສອນ ແລະ ສອບເສັງແຕ່ລະວິຊາ ໂດຍມີນັກສຶກສາທີ່ມາຈາກຖັນແຖວພະນັກງານຫຼັກແຫຼ່ງຢູ່ພາຍໃນແຂວງ, ຈາກເມືອງ ລະບົບຂັ້ນກາງ ຮຸ່ນທີ I ຈຳນວນ 47 ທ່ານ, ຍິງ 9 ທ່ານ ລະບົບຂັ້ນຕົ້ນ ຮຸ່ນທີ II ຈໍານວນ 36 ທ່ານ, ຍິງ 12 ທ່ານ.

ຜ່ານການຄົ້ນຄວ້າການຮຽນການສອນຂອງນັກສຶກສາລະບົບຂັ້ນກາງ ຮຸ່ນທີ I ສາມາດປະເມີນຜົນຂອງການຮຽນການສອນ ມີຄູອາຈານສິດສອນປະເພດດີຫຼາຍ ຈຳນວນ 18 ທ່ານ, ຍິງ 8 ທ່ານ, ສິດສອນປະເພດດີ ຈໍານວນ 4 ທ່ານ, ຍິງ 1 ທ່ານ, ຈັດປະເພດຄົ້ນຄວ້າຮໍ່າຮຽນຂອງນັກສຶກສາ ໃນຈໍານວນ 47 ທ່ານ, ຍິງ 9 ທ່ານ, ຮຽນໄດ້ປະເພດດີເລີດ (Grade A) ຊຶ່ງມີຄ່າຄະແນນແຕ່ 3,9 ຫາ 4,00 ຈໍານວນ 30 ທ່ານ, ຍິງ 7 ທ່ານ, ຮຽນໄດ້ປະເພດດີຫຼາຍ (Grade B+) ຊຶ່ງມີຄ່າຄະແນນແຕ່ 3,5 ຫາ 3,8 ຈໍານວນ 17 ທ່ານ, ຍິງ 2 ທ່ານ; ລະບົບຂັ້ນຕົ້ນ ຮຸ່ນທີ II ສາມາດປະເມີນໄດ້ຜູ້ທ່ີີ່ຮຽນ ອັນດັບທີ 1 ມີ 10 ທ່ານ.
ນອກຈາກນັ້ນ, ໃນພິທີຍັງໄດ້ມີການມອບໃບຢັ້ງຢືນຈົບທິດສະດີການເມືອງ-ການປົກຄອງໃຫ້ນັກສຶກສາທິດສະດີການເມືອງ-ການປົກຄອງ ລະບົບຂັ້ນກາງ ຮຸ່ນທີ I ແລະ ລະບົບຂັ້ນຕົ້ນ ຮຸ່ນທີ II ປະຈຳປີ 2023 ຢ່າງເປັນທາງການ. ພ້ອມກັນນີ້, ຍັງໄດ້ມອບໃບຍ້ອງຍໍ ແລະ ໃບສັນລະເສີນຂອງທ່ານເຈົ້າແຂວງ ແລະ ໂຮງຮຽນການເມືອງ-ການປົກຄອງແຂວງໃຫ້ກັບນັກສຶກສາທີ່ມີຜົນງານດີເດັ່ນໃນການຮຽນດີ, ຮຽນເກັ່ງ ແລະ ປະກອບສ່ວນດ້ານວັດຖຸ, ປັດໄຈເຂົ້າໃນວຽກງານລວມຂອງໂຮງຮຽນຕື່ມອີກ.

ໂດຍ: ແຂວງສະຫວັນນະເຂດ