Skip to main content

ດື່ມເຫຼົ້າ-ເບຍ ຈະເຮັດໃຫ້ເຮົາຕຸ້ຍງ່າຍກວ່າການກິນອາຫານທີ່ມີນໍ້າຕານສູງ

ຄົນສ່ວນຫຼາຍຮູ້ຢູ່ແລ້ວວ່າ ການກິນອາຫານລົດຫວານ ຫຼື ທີ່ມີປະລິມານນໍ້າຕານສູງ ຈະເຮັດໃຫ້ເກີດການສະສົມຂອງໄຂມັນ ແລະ ເຮັດໃຫ້ເປັນພະຍາດຕຸ້ຍໄດ້ ແຕ່ສິ່ງທີ່ຫຼາຍຄົນອາດບໍ່ຮູ້ນັ້ນຄືການດື່ມເຫຼົ້າ-ເບຍ ນັ້ນຍິ່ງເຮັດໃຫ້ຕຸ້ຍໄດ້ງ່າຍກວ່າການກິນອາຫານຫວານ ຫຼື ເຄື່ອງດື່ມທີ່ມີນໍ້າຕານສູງອີກ.

ເຫດຜົນຍ້ອນເຫຼົ້ານັ້ນ ເມື່ອດູດຊຶມເຂົ້າສູ່ຮ່າງກາຍ ແລະ ຈະຖືກຈຸລັງຕັບປ່ຽນເປັນ Acetaldehyde ແລະ Acetate ແລ້ວນໍາໄປຜະລິດເປັນພະລັງງານອອກມາໃຫ້ຮ່າງກາຍ ໂດຍ Alcohol 1g ນັ້ນ ສາມາດຜະລິດເປັນພະລັງງານໄດ້ຫຼາຍເຖິງ 7Kcal ຫຼາຍກວ່າປະລິມານນໍ້າຕານອີກດ້ວຍ.

ສິ່ງສຳຄັນກວ່ານັ້ນ ຄືເຫຼົ້າທີ່ດູດຊຶມໄປນັ້ນ ບໍ່ສາມາດປ່ຽນໃຫ້ເປັນສານຊະນິດອື່ນໄດ້ (ແຕກຕ່າງຈາກຄາໂບໄຮເດຣດ ຫຼື ໂປຣຕິນ ທີ່ປ່ຽນເປັນໄຂມັນໄດ້) ເມື່ອຮັບເຂົ້າສູ່ຮ່າງກາຍແລ້ວ ຈະຕ້ອງໃຊ້ໃຫ້ໝົດ. ດັ່ງນັ້ນ, ຮ່າງກາຍເມື່ອ Alcohol ເຂົ້າໄປແລ້ວຈະເລືອກຜະລິດ ແລະ ໃຊ້ພະລັງງານຈາກແຫຼ່ງນີ້ກ່ອນ ສ່ວນທີ່ໄດ້ຈາກແຫຼ່ງອື່ນ ຈຶ່ງນຳໄປສະສົມໄວ້ເພື່ອໃຊ້ໃນພາຍຫຼັງການດື່ມເຫຼົ້າ-ເບຍ (ໂດຍສະເພາະເມື່ອດື່ມກັບອາຫານທີ່ໃຫ້ພະລັງງານສູງຢູ່ແລ້ວ) ຈຶ່ງເຮັດໃຫ້ເກີດການສະສົມຂອງໄຂມັນໄດ້ຢ່າງມະຫາສານ.

ຮູບແບບນີ້ແລ້ວຜູ້ໃດທີ່ກຳລັງຫຼຸດນໍ້າໜັກໃຫ້ໄດ້ຜົນນັ້ນ ນອກຈາກຈະອອກກຳລັງກາຍ ແລະ ຄວບຄຸມປະລິມານພະລັງງານຈາກອາຫານໃນແຕ່ລະມື້ແລ້ວ ຍັງຄວນຕ້ອງງົດດື່ມເຫຼົ້າ-ເບຍນຳ ຈຶ່ງຈະເກີດປະສິດທິພາບທີ່ດີໄດ້.

ຂໍ້ມູນຈາກ: Pobpad, ນໍາສະເໜີໂດຍ: ວຽງສະຫວັນ