Skip to main content

ສສກ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ທົ່ວປະເທດ

06/10/2023

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ທົ່ວປະເທດ ແບບເຊິ່ງໜ້າ ແລະ ອອນລາຍ ເມື່ອວັນທີ 6 ຕຸລາ 2023 ທີ່ຫ້ອງປະຊຸມກະຊວງ (ຕຶກໄອຊີທີ) ໂດຍພາຍໃຕ້ການເປັນປະທານ ແລະ ກ່າວເປີດຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີອະດີດການນໍາກະຊວງສຶກສາທິການ ແລະ ກິລາ, ພະນັກງານອາວຸໂສບໍານານ, ຮອງລັດຖະມົນຕີ, ຄະນະນໍາຈາກພາກສ່ວນຕ່າງໆ, ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທຸກຂັ້ນທົ່ວປະເທດ, ບັນດາພະນັກງານ, ຄູອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທາງເຊິ່ງໜ້າ ແລະ ອອນລາຍ.

ໃນພິທີ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ:  ນັບແຕ່ປີ 1994 ເປັນຕົ້ນມາ ເມື່ອຮອດວັນທີ 7 ຕຸລາ ໃນແຕ່ລະປີ ທົ່ວປະເທດເຮົາໄດ້ມີການຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດທຸກໆປີ ຊຶ່ງມີຈຸດປະສົງເພື່ອປຸກລະດົມຈິດໃຈໃຫ້ທົ່ວສັງຄົມໄດ້ສະແດງອອກເຖິງການສົ່ງເສີມ, ເຊີດຊູບົດບາດ, ກຽດສັກສີຂອງຄູອາຈານໃຫ້ສູງຂຶ້ນ, ຖືໂອກາດນີ້ ເປັນການໂຄສະນາ ເຜີຍແຜ່ຜົນງານການປະດິດຄິດແຕ່ງ ແລະ ເສຍສະຫຼະເຫື່ອແຮງ ສະຕິປັນຍາຂອງຄູອາຈານໃຫ້ທຸກຄົນໃນສັງຄົມໄດ້ຮັບຮູ້ເຖິງຜົນງານຂອງຄູ ພ້ອມທັງສະແດງອອກເຖິງຄວາມກະຕັນຍູກະຕະເວທີ, ຮູ້ບຸນຄຸນຕໍ່ຄູອາຈານ ທີ່ໄດ້ສິດສອນໃຫ້ຄວາມຮູ້ແກ່ຕົນ ນັບແຕ່ອະດີດ ກໍຄື ປັດຈຸບັນ. ຕະຫຼອດໄລຍະທີ່ຜ່ານມາ ບໍ່ວ່າຢູ່ໃນໄລຍະການປະຕິວັດຊາດ ປະຊາທິປະໄຕ ກໍຄື ໄລຍະການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ກະຊວງສຶກສາທິການ ແລະ ກິລາ, ອົງການປົກຄອງທ້ອງຖິ່ນ, ຜູ້ບໍລິຫານການສຶກສາແຕ່ລະຂັ້ນ ທັງພາກລັດ ແລະ ເອກະຊົນ ໄດ້ມີຄວາມພະຍາຍາມສູງໃນການເອົາໃຈໃສ່ພັດທະນາການສຶກສາ, ທັງທາງດ້ານປະລິມານ ແລະ ຄຸນນະພາບ, ໄດ້ຂະຫຍາຍຕາໜ່າງການສຶກສາໄປໃນທົ່ວທຸກທ້ອງຖິ່ນ ລວມທັງເຂດພູດອຍຫ່າງໄກສອກຫຼີກ, ປະຊາຊົນໄດ້ມີລະດັບຄວາມຮູ້ຈົບປະຖົມ ແລະ ມັດທະຍົມສຶກສາຕອນຕົ້ນບຳລຸງໂດຍທົ່ວໄປ ກວມຈຳນວນປະຊາກອນສ່ວນຫຼາຍ, ຄຸນນະພາບຂອງການສຶກສາກໍໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ.

ທັງໝົດນັ້ນ, ແມ່ນຍ້ອນການປະກອບສ່ວນເປັນກຳລັງແຮງສຳຄັນຕົ້ນຕໍມາຈາກພະນັກງານຄູອາຈານຂອງພວກເຮົາ ທີ່ໄດ້ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາຂອງຕົນຢ່າງບໍ່ຮູ້ອິດຮູ້ເມື່ອຍເຂົ້າໃນວຽກງານດັ່ງກ່າວຢ່າງສຸດຄວາມສາມາດ. ໃນສົກຮຽນຜ່ານມາ ເຖິງແມ່ນວ່າຈະມີຄວາມຫຍຸ້ງຍາກ ແລະ ສິ່ງທາທາຍຫຼາຍຢ່າງກໍຕາມ, ແຕ່ຄູອາຈານຍັງໄດ້ພ້ອມກັນອົດທົນຜ່ານຜ່າບັນດາອຸປະສັກຕ່າງໆ ນັບແຕ່ການສຶກສາກ່ອນໄວຮຽນ, ປະຖົມ ແລະ ມັດທະຍົມສຶກສາ, ການສຶກສານອກໂຮງຮຽນ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ທັງພາກລັດ ແລະ ເອກະຊົນ, ທັງໃນຕົວເມືອງ ແລະ ຊົນນະບົດເຂດຫ່າງໄກສອກຫຼີກ, ຄູໄດ້ເອົາໃຈໃສ່ສິດສອນລູກຫຼານຂອງປະຊາຊົນບັນດາເຜົ່າຢ່າງບໍ່ຮູ້ອິດເມື່ອຍ, ເອົາໃຈໃສ່ຂຶ້ນຫ້ອງສິດສອນ, ຕິດຕາມ ແລະ ຊຸກຮູ້ຜູ້ຮຽນ, ນຳພານັກສຶກສາເຮັດການຄົ້ນຄວ້າ-ວິໄຈ, ໃຫ້ບໍລິການວິຊາການໃຫ້ແກ່ສັງຄົມ, ລົງໃກ້ຊິດກັບຊຸມຊົນ, ນຳພາພັດທະນາພື້ນຖານໂຄງລ່າງສະຖານການສຶກສາຂອງຕົນ, ພັດທະນາວິຊາຊີບຄູແບບຕໍ່ເນື່່ອງ ແລະ ອີກຫຼາຍຢ່າງບໍ່ສາມາດກ່າວໄດ້ໝົດໃນທີ່ນີ້. ຕໍ່ຜົນງານ ແລະ ການປະກອບສ່ວນຢ່າງຫຼວງຫຼາຍດັ່ງກ່າວ ໄດ້ເຮັດໃຫ້ການສຶກສາພາຍຫຼັງການລະບາດຂອງພະຍາດໂຄວິດ-19 ມີທ່ວງທ່າດີຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບ, ທ່ານ ລັດຖະມົນຕີກ່າວ.

ພ້ອມກັນນັ້ນ, ທ່ານ ລັດຖະມົນຕີ ກະຊວງ ສສກ ຍັງໄດ້ຕາງໜ້າໃຫ້ຄະນະນຳຂອງກະຊວງ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງຄູອາຈານທຸກທ່ານ ທີ່ໄດ້ທຸ່ມເທເຫື່ອແຮງ, ສະຕິປັນຍາ ແລະ ຄວາມເອົາໃຈໃສ່ແກ່ລູກຫຼານປະຊາຊົນບັນດາເຜົ່າໃຫ້ໄດ້ຮັບການສຶກສາຢ່າງເທົ່າທຽມ ແລະ ມີຄຸນນະພາບ, ຂໍຈົດຈຳຄຸນງາມຄວາມດີຂອງບັນດາທ່ານ, ຈະຄົ້ນຄວ້າທຸກທ່າແຮງເພື່ອສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ເພື່ອນຄູ, ຍົກສູງຊີວິດການເປັນຢູ່ຂອງຄູລາວໃຫ້ດີຂຶ້ນເທື່ອລະກ້າວ. ໃນໂອກາດອັນສະຫງ່າລາສີນີ້, ຂໍອວາຍພອນແດ່ການນຳທຸກທ່ານ, ພະນັກງານບຳນານອາວຸໂສ ຕະຫຼອດຮອດບັນດາຄູອາຈານໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ພ້ອມກັນສືບຕໍ່ປະກອບສ່ວນເຂົ້າໃນການກໍ່ສ້າງຊັບພະຍາກອນມະນຸດຂອງຊາດໃຫ້ມີຄຸນນະພາບສູງ, ສືບຕໍ່ປະຕິບັດໜ້າທີ່ທີ່ຊາດມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບ ແລະ ມີຜົນສຳເລັດສູງ. ເຖິງຢ່າງໄດ້ກໍຕາມ, ໃນສະພາບປັດຈຸບັນ ແລະ ຕໍ່ໜ້າ, ພວກເຮົາຍັງຈະສືບຕໍ່ມີສິ່ງທາທາຍ ແລະ ຄວາມຫຍຸ້ງຍາກຫຼາຍຢ່າງທີ່ເພື່ອນຄູຂອງພວກເຮົາຈະປະເຊີນໜ້າ, ຂໍໃຫ້ພວກເຮົາຈົ່ງພ້ອມກັນອົດທົນຜ່ານຜ່າ, ເພີ່ມທະວີຄວາມສາມັກຄີກັນໃນເພື່ອອາຊີບຄູ, ພ້ອມກັນຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານວິຊາສະເພາະ, ການນຳໃຊ້ເຕັກໂນໂລຊີເຂົ້າໃນການສິດສອນ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດລູກຫຼານປະຊາຊົນບັນດາເຜົ່າໃຫ້ມີຄຸນທາດການເມືອງໜັກແໜ້ນ, ຮັກປະເທດຊາດ ຮັກບ້ານເກີດເມືອງນອນທີ່ແສນຮັກຂອງພວກເຮົາ ແລະ ມີຄວາມເປັນເລີດທາງດ້ານວິຊາການ.

ນອກຈາກນັ້ນ, ໃນພິທີຍັງໄດ້ຮັບຟັງສານອວຍພອນວັນຄູຂອງພະນະທ່ານ ນາຍົກລັດຖະມົນຕີ, ການປະກອບຄຳເຫັນຂອງຕົວແທນຄູໃນຂອບເຂດທົ່ວປະເທດ ແລະ ບົດອວຍພອນວັນຄູອີກດ້ວຍ.

 

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ